ການແຂ່ງຂັນ ເກມກາດ Yu-Gi-Oh! ທີ່ມີຄົນຈັດກາດມາແຂ່ງເຖິງ 2,222 ໃບ


ການແຂ່ງຂັນກາດເກມ Yu-Gi-Oh! ທີ່ຫຼາຍໆຄົນອາດຈະຜ່ານເວລາຂອງການຫຼິ້ນກາດກັບໝູ່ກັນມາແດ່ແລ້ວ, ເຊື່ອບໍ່ວ່າກ່ອນທີ່ຈະມີການປັບໃຊ້ກົດການແຂ່ງ ໃຫ້ກາດຊຸດໜຶ່ງສາມາດມີກາດໄດ້ບໍ່ເກີນ 60 ໃບນັ້ນ ທາງຜູ້ຈັດງານໄດ້ເຄີຍມີການໃຫ້ອິດສະຫຼະໃນການຈັດກາດຂອງຜູ້ມາແຂ່ງ ໂດຍບໍ່ໄດ້ມີການຈຳກັດຈຳນວນ ຈົນມີຜູ້ທີ່ຈັດກາດຊຸດໜຶ່ງມາແຂ່ງດ້ວຍຈຳນວນທີ່ຫຼາຍເຖິງ 2,222 ໃບ.

ເລື່ອງລາວທີ່ວ່ານີ້ຕ້ອງກັບໄປໃນປີ 2007 ທີ່ປະເທດເຢຍລະມັນ ໃນການແຂ່ງຂັນ Yu-Gi-Oh! German National Championship ທີ່ເມືອງ ຮັນໂນເຟີຣ໌ ໄດ້ມີຜູ້ເຂົ້າແຂ່ງຂັນຄົນໜຶ່ງຊື່ວ່າ Maik Schewe ຊາຍຜູ້ທີ່ມາພ້ອມກັບກາດຈຳນວນ 2,222 ໃບ.

ເຊິ່ງກາດຈຳນວນ 2,222 ໃບ ຂອງ Maik ໄດ້ຖືກຈັດລຽງໃສ່ກ່ອງພິເສດ ແລະ ຕ້ອງໃຊ້ເຖິງ 2 ຄົນໃນການແບກເຂົ້າມາ. ໃນການແຂ່ງຂັນຜູ້ເຂົ້າແຂ່ງຂັນກໍຕ້ອງໄດ້ກະກຽມ Decklist ຫຼື ລາຍລະອຽດຂອງກາດທີ່ໃຊ້ແຂ່ງໃຫ້ແກ່ຜູ້ລົງລະບຽນໄດ້ບັນທຶກໄວ້ ເຊິ່ງຂອງ Maik ເອງກໍກຽມມາ ແຕ່ເປັນເຈ້ຍທີ່ໜາ ຄືກັບວ່າເປັນປຶ້ມນິຍາຍ. ນອກຈາກນັ້ນຜູ້ທີ່ກວດສອບ Decklist ກໍຍັງໃຫ້ Maik ຜ່ານແລະສາມາດເຂົ້າແຂ່ງໄດ້.

ເຊິ່ງສາເຫດທີ່ Maik ສາມາດນຳກາດເຖິງ 2,222 ໃບເຂົ້າແຂ່ງໄດ້ໃນເທື່ອນີ້ ກໍເພາະວ່າເມື່ອກ່ອນຍັງບໍ່ໄດ້ມີການກຳນົດຈຳນວນກາດໃນການແຂ່ງຂັນ Maik ຈຶ່ງຢາກສະທ້ອນບັນຫານີ້ ແລະ ຄິດວ່າອາດຈະມີບັນຫາແບບນີ້ເກີດຂຶ້ນໃນການແຂ່ງຂັນຕໍ່ໆໄປ ຈຶ່ງໃຊ້ເຫດການນີ້ເປັນການສະທ້ອນບັນຫາໃຫ້ແກ່ທາງຜູ້ຈັດການແຂ່ງຂັນຢ່າງ Konami ໄດ້ຮູ້.

ເຊິ່ງຕໍ່ມາໃນປີ 2008 ທາງ Konami ກໍໄດ້ອອກກົດ Yu-Gi-Oh! Master Rules ໃນປີ 2008 ແລະ ກຳນົດໃຜ້ຜູ້ຫຼິ້ນສາມາດມີກາດໃນ Main Deck ຫຼືກາດຫຼັກທີ່ຈະໃຊ້ແຂ່ງ ໄດ້ພຽງ 60 ໃບເທົ່ານັ້ນ, ເພື່ອເປັນການຕັດບັນຫາໃສ່ກາດມາຫຼາຍເກີນໄປ.

ສາມາດເຂົ້າໄປເບິ່ງການຈັດ Deck 2,222 ໃບຂອງ Maik Schewe ໄດ້ທີ່:​ https://bit.ly/3j87SOL

ຂໍຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/