ແມ່ຍິງ Texas ໄດ້ຮັບເບີເກີ້ 31 ອັນ ພ້ອມຈ່າຍທິບອີກ 25% ຫຼັງປະໂທລະສັບໄວ້ນໍາລູກຊາຍອາຍຸ 2 ປີ


ແມ່ໆທີ່ມີລູກນ້ອຍຄົນໃດເຄີຍເປັນບໍ່ ເມື່ອເວລາມີວຽກສໍາຄັນແລ້ວເຮົາປະໂທລະສັບໄວ້ກັບລູກ ຈົນເຮັດໃຫ້ມີເລື່ອງຕ່າງໆເກີດຂຶ້ນ ເຮັດໃຫ້ມີອາການເຈັບຫົວນຳ ເຊັ່ນດຽວກັນກັບກໍລະນີຂອງແມ່ຍິງຈາກລັດ Texas ສະຫະລັດອາເມຣິກາຄົນນີ້ ທີ່ລາວໄດ້ຮັບບົດຮຽນຈາກການທີ່ປະໂທລະສັບໄວ້ນຳລູກຊາຍແລ້ວລືມລັອກໜ້າຈໍ ເຮັດໃຫ້ລູກຊາຍໄດ້ກົດສັ່ງເບີເກີ້ຈາກ McDonald’s ຈໍານວນ 31 ອັນ.

ເລື່ອງນີ້ເກີດຂຶ້ນເມື່ອວັນທີ 21 ພຶດສະພາ ທີ່ຜ່ານມາໂດຍ Kelsey Golden ກໍາລັງນັ່ງເຮັດວຽກຢູ່ໜ້າຄອມພິວເຕີ ທີ່ເຮືອນຂອງລາວເອງ ແລະ ໃນຂະນະນັ້ນລູກຊາຍອາຍຸ 2 ປີຂອງລາວຊື່ວ່າ Barret ກໍໄດ້ນັ່ງຢູ່ໃກ້ກັນ ແລ້ວ Barret ກໍເລີ່ມຈັບໂທລະສັບຂອງແມ່ເຂ່ຍຫຼິ້ນ ເຊິ່ງຕາມປົກກະຕິແລ້ວ Barret ນັ້ນຈະມັກກົດເຂົ້າໄປທີ່ກ້ອງຖ່າຍຮູບ ແລ້ວເບິ່ງຕົນເອງ ແລະ ລາວຈະບໍ່ເຮັດຫຍັງເລີຍ ຂະໜາດມີ່ສິ່ງທີ່ໜ້າສົນໃຈເຊັ່ນເກມ ກໍບໍ່ສົນໃຈ.

ແຕ່ການຫຼິ້ນໂທລະສັບເທື່ອນີ້ຂອງ Barret ແມ່ນແຕກຕ່າງໄປຈາກເທື່ອກ່ອນໆ ເພາະລາວໄດ້ເລີ່ມຈັບໜ້າຈໍແລະຖູໄປຖູມາ ບໍ່ດົນປານໃດຜູ້ເປັນແມ່ກໍໄດ້ເຫັນການແຈ້ງເຕືອນຈາກແອັບສັ່ງອາຫານ (ໂດຍປົກກະຕິແລ້ວ Kelsey Golden  ຈະສັ່ງອາຫານໃຫ້ລູກອີກຄົນໄປໂຮງຮຽນ ມື້ນີ້ລາວບໍ່ສັ່ງເພາະໄດ້ຫໍ່ອາຫານໃຫ້ລູກແລ້ວ)

ແຕ່ທັນໃດນັ້ນ ກໍໄດ້ມີລົດມາຮອດມາຈອດຢູ່ໜ້າເຮືອນ ພຽງແຕ່ Kelsey ເປີດປະຕູອອກໄປ ລາວກໍເຫັນຄົນມາສົ່ງອາຫານພ້ອມກັບຖົງ McDonald’s ຂະໜາດໃຫຍ່ເຊິ່ງໃນນັ້ນມີເບີເກີ້ເຖິງ 31 ອັນ ເຊິ່ງຕອນທຳອິດນັ້ນ Kelsey ຄິດວ່າລົດຄັນດັ່ງກ່າວຕ້ອງມາສົ່ງອາຫານໃຫ້ເຮືອນຜິດຫຼັງແທ້ໆ ແຕ່ວ່າລາວກໍນຶກອອກວ່າກ່ອນໜ້ານີ້ລາວໄດ້ປະໃຫ້ລູກຊາຍຫຼິ້ນໂທລະສັບ.

ແລະ ເມື່ອເປີດເບິ່ງໂທລະສັບລາວກໍພົບວ່າໃນແອັບສັ່ງອາຫານດັ່ງກ່າວ ມີຄໍາສັ່ງເບີເກີ້ຈາກ McDonald’s ແທ້ໆ ໂດຍລະບຸຈໍານວນ 31 ອັນຕາມທີ່ສົ່ງມາ ແລະ ໃນໃບສັ່ງອາຫານດັ່ງກ່າວ Barret ຍັງກົດໃຫ້ທິບພະນັກງານອີກ 25% ລວມມູນຄ່າທີ່ Kelsey ຕ້ອງຈ່າຍໄປແມ່ນ 91.70 ໂດລາ ຫຼື ປະມານ 1,400,000 ກີບ.

ຫຼັງຈາກໄດ້ຮັບເບີເກີ້ Kelsey ໄດ້ນຳມັນອອກມາທັງໝົດແລ້ວ ຖ່າຍຮູບໄວ້ກັບລູກຊາຍສຸດຮັກຂອງລາວ ເຊິ່ງ Barret ກໍໄດ້ເຮັດໜ້າຍິ້ມແຍ້ມມ່ວນຊື່ນກັບຜົນງານຕົວເອງ ຕໍ່ມາມີການລາຍງານວ່າເບີເກີ້ຈໍານວນດັ່ງກ່າວແມ່ນໄດ້ຖືກແຈກຢາຍໃຫ້ກັບເພື່ອນບ້ານ.

ຖ້າແມ່ໆ ຫຼື ພໍ່ໆ ຄົນໃດມີລູກນ້ອຍໃນໄວອາຍຸແບບນີ້ບໍ່ຄວນປ່ອຍໂທລະສັບໄວ້ກັບລູກ ເພາະບໍ່ດັ່ງນັ້ນອາດຈະເກີດເຫດການຄ້າຍຄືກັບກໍລະນີຂອງ Kelsey.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/