ຕາລີບັນອອກຄໍາສັ່ງໃໝ່! ຜູ້ປະກາດຂ່າວທີ່ເປັນແມ່ຍິງ ຕ້ອງໄດ້ໃສ່ຜ້າຄຸມປິດໜ້າຂະນະທີ່ອອກອາກາດ


ຈາກສະຖານະການໃນຕອນນີ້ເບິ່ງຄືວ່າສິດທິຂອງແມ່ຍິງໃນອັບການິສຖານຈະຖືກຈຳກັດຂຶ້ນໄປເລື້ອຍໆ ຫຼັງຈາກທີ່ກຸ່ມຕາລີບັນສາມາດກັບມາປົກຄອງປະເທດໄດ້ ເພາະວ່າເມື່ອຫຼ້າສຸດນີ້ (22 ພຶດສະພາ) ລັດຖະບານຕາລີບັນຂອງອັບການິສຖານໄດ້ມີຄຳສັ່ງໃຫ້ຜູ້ປະກາດຂ່າວ ທີ່ເປັນແມ່ຍິງຕ້ອງໃສ່ຜ້າຄຸມປິດໜ້າຂະນະທີ່ກໍາລັງອອກອາກາດ. ຄຳສັ່ງດັ່ງກ່າວມີຂຶ້ນຕັ້ງແຕ່ວັນພະຫັດໃນອາທິດທີ່ຜ່ານມາ ແຕ່ມີພຽງຜູ້ປະກາດຂ່າວຈຳນວນໜ້ອຍເທົ່ານັ້ນທີ່ປະຕິບັດຕາມ ກ່ອນທີ່ກຸ່ມດັ່ງກ່າວຈະບັງຄັບໃຊ້ກົດຢ່າງຈິງຈັງ.

ທາງດ້ານກະຊວງວັດທະນະທໍາແລະຂໍ້ມູນຂ່າວສານລະບຸວ່າ ນະໂຍບາຍດັ່ງກ່າວຖືເປັນທີ່ສິ້ນສຸດ ແລະ ບໍ່ສາມາດຕໍ່ຮອງໄດ້ ເຊິ່ງທາງດ້ານຜູ້ປະກາດຂ່າວຍິງຈຳນວນຫຼາຍຮູ້ສຶກບໍ່ສະບາຍໃຈ ອີກທັງລະບຸວ່າ ຄໍາສັ່ງດັ່ງກ່າວເປັນສິ່ງທີ່ບໍ່ສາມາດຄາດເດົາໄດ້ ແລະ ສາສະໜາອິດສະລາມບໍ່ໄດ້ບັງຄັບໃຫ້ເຮົາຕ້ອງປິດບັງໃບໜ້າ.

ນອກຈາກນີ້ ຕາລີບັນຍັງຊີ້ວ່າ ພຣີເຊັນເຕີ້ທີ່ເປັນແມ່ຍິງໃນອັບການິສຖານເອງກໍຄວນໃສ່ໜ້າກາກອະນາໄມ. ນອກຈາກນີ້ ຍັງມີຂໍ້ບັງຄັບຕ່າງໆ ທີ່ບັງຄັບໃຊ້ກັບແມ່ຍິງອັບການິສຖານທີ່ເປັນການລົດສິດທິແລະເສລີພາບໃນການໃຊ້ຊີວິດຂອງເຂົາເຈົ້າໃນປະເທດແຫ່ງນີ້ ນັບຕັ້ງແຕ່ກຸ່ມຕາລີບັນບຸກຍຶດກຸງຄາບູລ ຍຶດອໍານາດຈາກປະທານາທິບໍດີແລະ ຄະນະລັດຖະບານຊຸດເກົ່າລົງ ພາຍຫຼັງທີ່ກອງທັບຂອງສະຫະລັດອາເມຣິກາໄດ້ຕັດສິນໃຈຖອນກໍາລັງອອກຈາກອັບການິສຖານໃນໄລຍະທ້າຍເດືອນສິງຫາປີ 2021.

ທັງນີ້ ໄດ້ມີຍິງຄົນໜຶ່ງທີ່ໄດ້ຮັບຜົນກະທົບຕ່າງໆ ຈາກຂໍ້ບັງຂັບຂອງຕາລີບັນ ແລະ ໄດ້ເຜີຍວ່າ “ຫາກຄໍາສັ່ງເຫຼົ່ານີ້ຖືກບັງຄັບໃຊ້ ແມ່ຍິງທົ່ວອັບການິສຖານຈະຖືກຕັດສິດທິຕ່າງໆ ຫຼາຍປະການ ແບບຄືທີ່ເຫັນໃນຂະນະນີ້ຜູ້ຍິງອັບການິສຖານກໍາລັງຄ່ອຍໆ ຖືກຈຳກັດສິດທິຂອງຕົນເອງຫຼາຍຂຶ້ນທຸກເມື່ອ”

ທາງດ້ານຮອງອະດີດປະທານສະພາອັບການິສຖານ ໄດ້ອອກມາບອກວ່າ ຄວາມພະຍາຍາມໃນການຈໍາກັດສິດທິເສລີພາບແລະພື້ນທີ່ຂອງແມ່ຍິງໃນອັບການິສຖານ ການອອກກົດຂໍ້ບັງຄັບເຫຼົ່ານີ້ສ່ວນໜຶ່ງແມ່ນເຮັດໃຫ້ປະຊາຊົນແລະຄົນທົ່ວໂລກຫັນໄປສົນໃຈປະເດັນການຈໍາກັດສິດທິທີ່ເກີດຂຶ້ນ ນັ້ນກໍເພື່ອຢາກບ່ຽງເບນຄວາມສົນໃຈຈາກປະເດັນຫຼັກສໍາຄັນຢ່າງບັນຫາການເປັນຢູ່ຂອງປະຊາຊົນ, ບັນຫາເສດຖະກິດ ທີ່ຕາລີບັນເອງກໍບໍ່ສາມາດແກ້ໄຂໄດ້.

ຂອບໃຈຂໍ້ມຸນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/