ແຟນບານນັ່ງຮ້ອງໄຫ້! ເມື່ອ Messi ບໍ່ຕໍ່ສັນຍາສະໂມສອນ FC Barcelona


Leo Messi ທີ່ຫຼາຍຄົນທົ່ວໂລກຮູ້ຈັກກັນດີໃນນາມນັກເຕະຂອງສະໂມສອນ FC Barcelona ທີ່ມີຄວາມສາມາດໃນການເຕະບານມາດົນນານ 21 ປີ, ມີຄວາມຮັກໃນວົງການເຕະບານມາຕັ້ງແຕ່ອາຍຸຍັງນ້ອຍ ພັດທະນາຄວາມສາມາດຂຶ້ນເທື່ອລະກ້າວ ຈົນຄ່ອຍໆເຕີບໃຫຍ່ໄປໃນທາງທີ່ດີ ແລະ ກໍປະສົບຜົນສຳເລັດສູງສຸດຂອງຊີວິດ.

Messi ຢູ່ກັບສະໂມສອນມາດົນນານ ມີຄວາມຮັກ, ຄວາມຜູກພັນຈົນກາຍເປັນເຄິ່ງໜຶ່ງຂອງຊີວິດກໍວ່າໄດ້ ຕະຫຼອດໄລຍະທີ່ຜ່ານມາມີທັງສຸກ ແລະ ທຸກປະປົນກັນໄປ ແຕ່ກໍສາມາດຜ່ານຜ່າມາຈົນຮອດທຸກມື້ນີ້ ຈາກຜົນງານຕະຫຼອດໄລຍະທີ່ຢູ່ສະໂມສອນໄດ້ສ້າງຊື່ສຽງໂດ່ງດັງ, ມີແຟນບານທີ່ຮັກ ແລະ ສະໜັບສະໜູນຢູ່ສະເໝີ.

ຈາກທີ່ມີການລາຍງານທາງສະໂມສອນ ກໍໄດ້ຊີ້ແຈງວ່າ Messi ແມ່ນບໍ່ໄດ້ຕໍ່ສັນຍາຮ່ວມກັບສະໂມສອນນັບຕັ້ງແຕ່ມື້ນີ້ເປັນຕົ້ນໄປ, ສາເຫດທີ່ບໍ່ຕໍ່ສັນຍາອາດຈະມາຈາກຫຼາຍປັດໄຈ, ເຖິງຢ່າງໃດກໍຕາມ ສະໂມສອນ ແລະ Messi ເອງຕ່າງກໍເສຍໃຈທີ່ບໍ່ໄດ້ຕໍ່ສັນຍາ.

ເມື່ອທຸກຄົນໄດ້ຮັບຮູ້ເຖິງຂ່າວດັ່ງກ່າວນີ້ ທາງແຟນບານກໍເສຍໃຈໄປຕາມໆກັນ ທັງໄຫ້, ທັງຮ້ອງ ແລະ ກໍມີແຟນບານບາງກຸ່ມໄດ້ໄປເຝົ້າທີ່ໜ້າປະຕູສະໂມສອນ ດ້ວຍຄວາມໂສກເສົ້າເສຍໃຈ ພ້ອມທັງສະແດງຄວາມຮັກທີ່ມີຕໍ່ Messi ດ້ວຍຫຼາຍຮູບແບບ, ບາງຄົນກໍສະແດງຄວາມຮັກດ້ວຍການທີ່ສັກລາຍໃສ່ຕົນເອງມີ່ເປັນຮູບຂອງ Messi, ບາງຄົນກໍໄຫ້ ຈົນບໍ່ຮູ້ຈະໄຫ້ຕໍ່ໄປແນວໃດ. ແຕ່ເມື່ອຄົນທີ່ເຮົາຮັກຕັດສິນໃຈແບບນີ້ ແຟນໆກໍຍອມຮັບ ເຖິງຈະຊ້າແຕ່ກໍອາດຈະທຳໃຈໄດ້ ແລະ ທາງ Messi ເອງກໍຫວັງວ່າແຟນໆຈະສະໜັບສະໜູນຄືກັບທີ່ເຄີຍສະໜັບສະໜູນແບບທີ່ຜ່ານມາ.

ຕໍ່ໄປນີ້ກໍຕ້ອງຕິດຕາມກັນວ່າ Messi ຈະໄດ້ເຊັນສັນຍາ ຫຼື ຢູ່ໃນສະໂມສອນໃດ ແລະ ຫຼາຍຄົນກໍລຸ້ນຢ່າງສຸດຂີດ, ປະຕິເສດບໍ່ໄດ້ເລີຍວ່າ ບໍ່ມີສະໂມສອນໃດທີ່ບໍ່ຕ້ອງການ Messi ໄປຮ່ວມນຳ.

ຂອບໃຈຂໍ້ມູນຈາກ:

https://bit.ly/3lHB3Lr

https://bit.ly/37DgK9L

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/