ເມື່ອວັນທີ 27 ເມສາ 2023 ທີ່ຜ່ານມາ CNN ໄດ້ລາຍງານວ່າ ສວນສັດເມມຟິດ ໃນລັດເທນເນດຊີ ປະເທດ ອາເມຣິກາ ໄດ້ເຮັດການສົ່ງໂຕ ຫຍາຫຍາ ແພນດ້າຍັກເພດແມ່ ທູດໄມຕີ ກັບຄືນສູ່ຊຽງໄຮ້ ປະເທດຈີນ ຫຼັງຈາກອາໄສຢູ່ໃນປະເທດອາເມຣິກາ ມາເປັນເວລາ 20 ປີ ພ້ອມຄວາມບໍ່ພໍໃຈຂອງຊາວຈີນ.
ຂ່າວການກັບມາຂອງຫຍາຫຍາ ມີຊາວຈີນຫຼາຍຄົນຕ່າງເຝົ້າຄອຍຖ້າ ເນື່ອງຈາກເປັນເວລາຫຼາຍເດືອນທີ່ຊາວຈີນໄດ້ອອກມາຮຽກຮ້ອງໃຫ້ທາງການພາຫຍາຫຍາ ກັບບ້ານຫຼັງຈາກໄດ້ເຫັນພາບທີ່ແສນສະເທືອນໃຈ ຮູບພາບທີ່ ຫຍາຫຍາ ມີຮູບຮ່າງທີ່ຈ່ອຍແຫ້ງ ແລະ ສົກກະປົກ ຊາວຈີນຫຼາຍຄົນຈຶ່ງຮູ້ສຶກບໍ່ພໍໃຈໃນການລ້ຽງດູຂອງສວນສັດ ຊາວຈີນຫຼາຍໆຄົນອອກມາຮຽກຮ້ອງໃຫ້ສົ່ງຫຍາຫຍາກັບກ່ອນກຳນົດ.

ໃນວັນທີ 28 ເມສາ 2023 ທີ່ຜ່ານມີລາຍວ່າ ແພນດ້າຍັກເພດເມຍ ຫຍາຫຍາ ໄດ້ກັບຄືນສູ່ປະເທດຈີນເປັນທີ່ຮຽບຮ້ອຍ ຫຼັງຈາກອາໄສຢູ່ປະເທດອາເມຣິກາ ມາເປັນເວລາ 20 ປີ ສາເຫດການສົ່ງໂຕກັບຄາດວ່າ ຫຼັງເກີດການໂຕ້ຖຽງເລື່ອງບັນຫາສຸຂະພາບຂອງແພນດ້າຫຍາຫຍາ ທີ່ເກີດຂຶ້ນກາງສາກຫຼັງຄວາມຂັດແຍ້ງຂອງ ຈີນ ແລະ ອາເມຣິກາ.

ຊາວຈີນຫຼາຍໄດ້ອອກມາໂພສຕ້ອນຮັບຫຍາຫຍາ ກັບປະເທດຢ່າງຫຼວງຫຼາຍ ກາຍເປັນຫົວຂໍ້ສົນທະນາທີ່ມີການເວົ້າເຖິງ 340 ລ້ານເທື່ອ ໃນກຸ່ມຊາວເນັດຈີນໃນແອບພິເຄຊັນ ເວ່ຍປໍ (Weibo) ລະຫວ່າງຖ້ຽວບິນ 16 ຊົ່ວໂມງຈາກ ເທນເນດຊີ ຮອດບ້ານເກີດປະເທດຈີນ ມີ Hashtag “ຫຍາຫຍາ ຮອດຊຽງໄຮ້ແລ້ວ” ມີຄົນເຫັນຫຼາຍກວ່າ 430 ລ້ານຄັ້ງ, ທາງດ້ານຫຍາຫຍາ ເດີນທາງກັບບ້ານດ້ວຍຖ້ຽວບິນພິເສດ ແລະ ມີແພດທີ່ຊ່ຽວຊານຄອຍເບິ່ງແຍງຕະຫຼອດເວລາ ແຕ່ຊາວຈີນກໍຍັງຕັ້ງຄຳຖາມກ່ຽວກັບການເບິ່ງແຍງ “ພວກເຮົາຕ້ອງການຄຳຕອບວ່າເປັນຫຍັງຫຍາຫຍາຈຶ່ງບໍ່ສະບາຍໃນຕອນນີ້?” ພ້ອມກັນຍັງມີຊາວປັກກິ່ງ ລາຍໜຶ່ງບອກວ່າ “ພວກເຮົາຕ້ອງການຜູ້ຊ່ຽວຊານ ຕ້ອງມີເຫດຜົນຫຼາຍກວ່ານີ້ໃນເຫດການດັ່ງກ່າວ ຫາກວ່າໃຜບາງຄົນເຮັດຜິດພາດ ອາດຈະເປັນເພາະສວນສັດຂອງອາເມຣິກາທີ່ເຮັດວຽກໄດ້ບໍ່ດີ ແລະ ມັນບໍ່ໄດ້ກ່ຽວຂ້ອງກັບຄວາມສຳພັນຈີນ ແລະ ອາເມຣິກາ ເພາະພວກເຈົ້າຕ້ອງເບິ່ງເຫດແລະ ຜົນ”.

ທາງປະເທດຈີນໄດ້ດຳເນີນນະໂຍບາຍ ການທູດແພນດ້າມາເປັນເວລາດົນນານແລ້ວ ໂດຍນຳແພນດ້າໃຫ້ທົ່ວໂລກໄດ້ຢືມຕາມເວລາກຳນົດ ເພື່ອເປັນສັນຍະລັກແຫ່ງມິດຕະພາບ ສວນສັດຫຼາຍໆບ່ອນກໍໄດ້ລົງທຶນຫຼາຍລ້ານໂດລາ ເພື່ອສ້າງທີ່ຢູ່ອາໄສຂອງແພນດ້າ ເພື່ອໃຫ້ໄດ້ຕາມມາດຕະຖານຂອງຈີນ.
ໃນສ່ວນຂອງທາງ ສວນສັດເມມຟິດ ໄດ້ອອກມາປະຕິເສດຂໍ້ກ່າວຫາເລື່ອງການທາລຸນສັດ ໂດຍກ່າວຫາວ່ານັກເຄື່ອນໄຫວໄດ້ເຜີຍແຜ່ຂໍ້ມູນທີ່ຜິດ ພາດ ສາເຫດທີ່ ຫຍາຫຍາ ມີສະພາບແບບນີ້ເປັນເພາະໂລກຜິວໜັງຊຳເຮື້ອ ຈຶ່ງເຮັດໃຫ້ຂົນເບິ່ງບາງໆ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/