ແຜນພັດທະນາເສດຖະກິດ 5 ປີ ຈະແກ້ໄຂຄວາມທຸກຍາກ ສ້າງຊັບພະຍາກອນໃຫ້ມີຄຸນະພາບ


ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ໄດ້ໄຂຂຶ້ນ ໃນວັນທີ 18 ພຶດສະພາ ແລະ ປິດລົງ ໃນວັນທີ 26 ພຶດສະພາ 2022 ທີ່ສໍານັກງານສູນກາງພັກ ນະຄອນຫຼວງວຽງຈັນພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.

ກອງປະຊຸມໄດ້ກວດກາ ແລະ ຕີລາຄາການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ໂດຍລົງເລິກຕີລາຄາຜົນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ໃນຕົ້ນປີ 2022 ຕິດພັນກັບຜົນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ປຶກສາຫາລື ແລະ ໃຫ້ທິດຊີ້ນໍາ ຕໍ່ບັນຫາຍຸດທະສາດສຳຄັນຈໍານວນໜຶ່ງ ຂອງພັກ, ຂອງຊາດເປັນຕົ້ນແມ່ນ ການເສີມຂະຫຍາຍທ່າແຮງແລະຄວາມສາມາດບົ່ມຊ້ອນຂອງປະເທດ ໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ; ຕີລາຄາການຊຸກຍູ້, ສົ່ງເສີມຜູ້ປະກອບການທຸລະກິດຂະໜາດນ້ອຍ-ຂະໜາດກາງ (SME) ແລະ ຈຸນລະວິສາຫະກິດ(MSME) ໃຫ້ມີຄວາມເຂັ້ມແຂງ ຕາມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ X; ເພີ່ມທະວີການສ້າງຊັບພະຍາກອນມະນຸດ ໃຫ້ມີຄຸນະພາບສູງ; ການປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະ ກົນໄກການເຄື່ອນໄຫວຂອງບັນດາອົງການອຳນາດລັດ ໃຫ້ເຂັ້ມແຂງ ແລະ ມີປະສິດທິພາບ; ຕີລາຄາຄວາມຄືບໜ້າໃນການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳ ຮັບໃຊ້ໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ.
ນອກຈາກນັ້ນ ຍັງໄດ້ໃຫ້ທິດຊີ້ນໍາ ຕໍ່ການກະກຽມດໍາເນີນກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ, ກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ, ວຽກງານ 3 ສ້າງ, ກອງປະຊຸມວຽກງານແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາ ທີ່ຈະໄຂຂຶ້ນໃນຕໍ່ໜ້າ.

ຄະນະບໍລິຫານງານສູນກາງພັກ ໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງການພັດທະນາເສດຖະກິດ-ສັງຄົມໃນຕົ້ນປີ 2022. ເຖິງວ່າ ຈະປະເຊີນກັບຄວາມຫຍຸ້ງຍາກ ອັນເນື່ອງມາຈາກຜົນກະທົບຫຼາຍດ້ານ ຈາກສະພາບການຜັນແປຂອງເສດຖະກິດໂລກ ບວກກັບການລະບາດຂອງພະຍາດໂຄວິດ-19 ແຕ່ລັດຖະບານ ກໍຄືອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ມີຄວາມພະຍາຍາມບຸກບືນສູ້ຊົນ ຈັດຕັ້ງປະຕິບັດແຜນການຜະລິດ, ທຸລະກິດ ແລະ ບໍລິການ-ຄ້າຂາຍ, ການສ້າງສາພັດທະນາ ສາມາດຍາດໄດ້ຜົນສໍາເລັດທີ່ຕັ້ງໜ້າຫຼາຍດ້ານເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການຮັບປະກັນໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເສດຖະກິດ ສືບຕໍ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ.

ພ້ອມນັ້ນກໍຍົກໃຫ້ເຫັນບາງດ້ານທີ່ຕ້ອງຮີບຮ້ອນແກ້ໄຂ, ເປັນຕົ້ນແມ່ນແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ-ເງິນຕາ, ສະພາບໄພເງິນເຟີ້, ລາຄາສິນຄ້າສູງຂຶ້ນ, ບັນຫາຂາດແຄນນໍ້າມັນ ແລະສະພາບຫຍໍ້ທໍ້ອື່ນໆ… ເຊິ່ງເປັນບັນຫາທ້າທາຍຕໍ່ເສດຖະກິດ-ສັງຄົມ ແລະ ການດໍາລົງຊີວິດ ຂອງປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ.

ຄະນະບໍລິຫານງານສູນກາງພັກໄດ້ຮຽກຮ້ອງໃຫ້ຄະນະພັກແຕ່ລະຂັ້ນຕ້ອງຍົກລະດັບຄວາມສາມາດ ແລະ ຄຸນະພາບຂອງການນໍາພາເພື່ອຮັບມື, ແກ້ໄຂບັນຫາ ແລະ ປັບຕົວໃຫ້ເຂົ້າກັບສະພາບເງື່ອນໄຂຕົວຈິງ; ພະນັກງານ, ສະມາຊິກພັກ ຍົກສູງຄວາມຮັບຜິດຊອບ, ເພີ່ມທະວີມານະຈິດປະຕິວັດ ໄປພ້ອມກັບເຊີດຊູຄວາມເປັນເຈົ້າການໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ, ຕິດຕາມ, ກວດກາການຈັດຕັ້ງປະຕິບັດວຽກງານໃຫ້ແຂງແຮງແລະມີປະສິດທິຜົນສູງ; ຕ້ອງເຮັດວຽກງານໂຄສະນາ ຢ່າງກວ້າງຂວາງ, ຮອບດ້ານແລະເລິກເຊິ່ງ, ທັນການແລະແທດເໝາະກັບສະພາບຕົວຈິງ ເພື່ອເຮັດໃຫ້ທົ່ວສັງຄົມມີຄວາມເຂົ້າໃຈແຈ້ງຕໍ່ແນວທາງຂອງພັກແລະນະໂຍບາຍຂອງລັດ.

ສໍາລັບທິດທາງໃນຕໍ່ໜ້າ, ສູນກາງພັກ ໄດ້ມອບໃຫ້ລັດຖະບານ, ອົງການປົກຄອງແຕ່ລະຂັ້ນສືບຕໍ່ຍູ້ແຮງການປະຕິບັດທິດທາງ, ແຜນການ ໄລຍະທ້າຍປີ 2022 ໃຫ້ບັນລຸຄາດໝາຍທີ່ວາງໄວ້, ຮັບປະກັນສະຖຽນລະພາບເສດຖະກິດມະຫາພາກ, ກໍຄືຊີວິດການເປັນຢູ່ຂອງປະຊາຊົນ; ເອົາໃຈໃສ່ຫັນການຄຸ້ມຄອງເກັບລາຍຮັບງົບປະມານ ແລະ ເງິນຕາດ້ວຍເຄື່ອງມື ແລະ ລະບົບທີ່ທັນສະໄໝ; ແກ້ໄຂຂອດອັດຕັນ ເພື່ອປັບປຸງສະພາບແວດລ້ອມດຶງດູດເອົາການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ໃຫ້ວ່ອງໄວ ແລະ ມີບາດກ້າວຫັນປ່ຽນໃໝ່; ຊຸກຍູ້ສົ່ງເສີມບັນດາໂຄງການລົງທຶນໃນຂົງເຂດການຜະລິດເພື່ອທົດແທນການນໍາເຂົ້າ. ພ້ອມກັນນັ້ນ ກໍພະຍາຍາມຈໍາກັດ ແລະ ຄຸ້ມຄອງບັນດາສິນຄ້ານຳເຂົ້າທີ່ເຮົາສາມາດຜະລິດຢູ່ພາຍໃນປະເທດໄດ້ຢ່າງຮັດກຸມ ເພື່ອສົ່ງເສີມຫົວໜ່ວຍທຸລະກິດພາຍໃນໃຫ້ມີການຂະຫຍາຍຕົວ; ກວດກາແລະປັບປຸງບັນດານະໂຍບາຍ ກໍຄືນິຕິກໍາຕ່າງໆ ກ່ຽວກັບການສົ່ງເສີມບັນຫົວໜ່ວຍທຸລະກິດຂະໜາດກາງ, ຂະໜາດນ້ອຍ ແລະ ຈຸນລະວິສາຫະກິດ, ຄຸ້ມຄອງຂະແໜງການທີ່ໄດ້ກຳນົດເປັນທ່າແຮງໃຫ້ຖືກຕ້ອງ, ລະອຽດຈະແຈ້ງ ແລະ ຄົບຖ້ວນ; ຄຸ້ມຄອງ ແລະ ສະໜອງພະລັງງານ ຮັບປະກັນໃຫ້ພຽງພໍຕໍ່ຄວາມຕ້ອງການຂອງສັງຄົມ; ສືບຕໍ່ສົ່ງເສີມ ແລະຊຸກຍູ້ການນໍາໃຊ້ພະລັງງານທາງເລືອກເຊັ່ນ: ລົດໄຟຟ້າ, ປັບປຸງການບໍລິການໂດຍສານສາທາລະນະ; ປັບປຸງຍົກລະດັບວຽກງານທ່ອງທ່ຽວ ຕິດພັນກັບການວາງມາດຕະການຮອງຮັບການເປີດປະເທດ ໃນເງື່ອນໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ມີຄວາມຮັດກຸມ.

ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ໄດ້ສ້າງຄວາມເປັນເອກະພາບ ແລະ ໃຫ້ທິດຊີ້ນໍາຕໍ່ການສືບຕໍ່ປັບປຸງ, ຍົກລະດັບບັນດາປະຖົມປັດໄຈ ຂອງການສ້າງຄວາມເຂັ້ມແຂງຂອງລະບອບປະຊາທິປະໄຕປະຊາຊົນ ຢູ່ປະເທດເຮົາໃນຊຸມປີຕໍ່ໜ້າກໍຄືໄລຍະຍາວ ເຊິ່ງຕ້ອງກໍາແໜ້ນກາລະໂອກາດການພັດທະນາທີ່ແທດເໝາະກັບຈຸດພິເສດ, ເງື່ອນໄຂຂອງປະເທດເຮົາ  ໂດຍສືບຕໍ່ປັບປຸງ ແລະ ຍົກລະດັບການພັດທະນາເສດຖະກິດ-ສັງຄົມ, ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ໂດຍຖືເອົາບັນດາຂະແໜງການ ທີ່ເປັນທ່າແຮງບົ່ມຊ້ອນ ໃຫ້ເປັນປາຍແຫຼມ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ພື້ນຖານເສດຖະກິດແຫ່ງຊາດ, ສ້າງຊັບພະຍາກອນມະນຸດ, ສ້າງຜູ້ປະກອບການຜະລິດ-ທຸລະກິດ ແລະ ບໍລິການ ໃຫ້ມີຄຸນະພາບ ແລະ ມີຈຳນວນເພີ່ມຂຶ້ນ ກາຍເປັນກໍາລັງຂັບເຄື່ອນທີ່ແຂງແຮງສົມຄູ່ກັບການພັດທະນາ, ມີຄວາມສາມາດແຂ່ງຂັນ ໃນພາກພື້ນ ແລະສາກົນ. ພ້ອມນັ້ນ ກໍສືບຕໍ່ປັບປຸງອົງການອໍານາດລັດ ກໍຄືລະບົບການເມືອງ ຂອງລະບອບປະຊາທິປະໄຕ ປະຊາຊົນເຮົາ ໃຫ້ໜັກແໜ້ນ, ເຂັ້ມແຂງ, ໂປ່ງໃສ, ຮັບໃຊ້ປະຊາຊົນ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນຢ່າງແທ້ຈິງ ຈຶ່ງຈະສ້າງພື້ນຖານອັນໜັກແໜ້ນ ໃຫ້ປະເທດຊາດ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ຄະນະບໍລິຫານງານສູນກາງພັກຮຽກຮ້ອງມາຍັງຄະນະພັກແຕ່ລະຂັ້ນ, ສະມາຊິກພັກ-ພະນັກງານ ຈົ່ງຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າໃນການຈັດຕັ້ງຜັນຂະຫຍາຍມະຕິ, ຄໍາສັ່ງຂອງສູນກາງພັກ ເຂົ້າສູ່ຊີວິດຕົວຈິງໃນຂົງເຂດວຽກງານຂອງຕົນ ເພື່ອສ້າງການຫັນປ່ຽນທີ່ແຂງແຮງແລະເລິກເຊິ່ງ ຢູ່ແຕ່ລະຂົງເຂດວຽກງານ ກໍຄືໃນທົ່ວສັງຄົມ.

ພ້ອມນັ້ນ ກໍສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງປະຊາຊົນລາວບັນດາເຜົ່າ, ທຸກເພດໄວ, ທຸກຊັ້ນຄົນ ທີ່ໄດ້ພ້ອມກັນເສີມຂະຫຍາຍຈິດໃຈຮັກຊາດ, ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ເປັນເຈົ້າການເຂົ້າຮ່ວມໃນຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະແມ່ນການສຸມໃສ່ ຜະລິດສິນຄ້າພາຍໃນ, ກຸ້ມຕົນເອງ, ເພິ່ງຕົນເອງ, ຍົກສູງນໍ້າໃຈປະຢັດມັດທະຍັດ, ຕັ້ງໜ້າປະຕິບັດມາດຕະການສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງໂຄວິດ-19 ຈົນສາມາດເປີດປະເທດ ແລະ ເຄື່ອນໄຫວດໍາລົງຊີວິດປົກກະຕິແບບໃໝ່ ໄດ້ເປັນຢ່າງດີ.

ຄະນະບໍລິຫານງານສູນກາງພັກ ມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ທົ່ວພັກ, ທົ່ວລັດ ແລະ ປວງຊົນລາວທັງຊາດ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງຊາດ, ຍົກສູງນໍ້າໃຈຮັກຊາດ, ຈິດໃຈເອກະລາດ ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ດ້ວຍຄວາມຫ້າວຫັນຟົດຟື້ນ ເພື່ອພ້ອມກັນຜ່ານຜ່າທຸກອຸປະສັກຄວາມຫຍຸ້ງຍາກຕ່າງໆ, ສ້າງສາພັດທະນາປະເທດຊາດ ໃຫ້ສືບຕໍ່ກ້າວຂຶ້ນຢ່າງມີໄຊ.

ຂອບໃຈຂໍ້ມູນຈາກ: https://cutt.ly/wH5tjqf

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/