ມາຮູ້ຈັກກັບ ຂຸນພິທັກ ນັກອອກແບບລາວສີມືດີ ຜູ້ເຜີຍແຜ່ວັດທະນະທຳສູ່ນານາຊາດ ຜົນງານໂດດເດັ່ນລະດັບໂລກ


ຂຸນພິທັກ ຫຼື ອາຈິ້ນ ນັກສິລະປະສີມືດີຈາກຫຼວງພະບາງ ຜູ້ທີ່ຮັກງານສິລະປະງານປັກດິ້ງ, ການອອກແບບລາຍງານສິລະປະ ມາຕັ້ງແຕ່ຍັງໜຸ່ມນ້ອຍ ແລະ ມີຄວາມສາມາດໃນການຖັກແສ່ວ. ເມື່ອບໍ່ດົນມານີ້ກໍຊະນະການປະກວດເວທີລະດັບໂລກ ເປັນທີ່ພູມໃຈຂອງຊາວລາວ ທີ່ໄດ້ນຳເອົາຄວາມເປັນລາວໄປເຜີຍແຜ່ສູ່ນານາຊາດໄດ້ຮັບຮູ້ ແລະ ເຮັດໃຫ້ວົງການສິລະປະເພີ່ມພູນຜະລິດຜົນຂຶ້ນໄປຕື່ມອີກ.

ກ່ອນຈະມາເປັນນັກສິລະປິນ ຂຸນພິທັກ ໄດ້ຮຽນຮູ້ຈາກຄອບຄົວຂອງຕົນເອງ ເພາະຄອບຄົວເຮັດກ່ຽວກັບສິລະປະການຖັກແສ່ວ ຈົນໄດ້ຖືກປູກຝັງມາຕັ້ງແຕ່ຍັງນ້ອຍ ມີຄວາມຮັກໃນງານສິລະປະເປັນຊີວິດຈິດໃຈ ຮຽນຮູ້ມາເລື້ອຍໆຈົນກາຍເປັນການສືບທອດຈາກຮຸ່ນສູ່ຮຸ່ນເລີຍກໍເລີຍກໍວ່າໄດ້, ສີມືໃນການປັກດິ້ງກໍບໍ່ທຳມະດາ ບໍ່ວ່າຈະໄປທາງໃດຜູ້ຄົນກໍຈົດຈຳ ແລະ ຍ້ອງຍໍຊົມເຊີຍຢູ່ສະເໝີ. ຍັງບໍ່ໝົດພຽງເທົ່ານີ້ ຄວາມສາມາດຂອງ ຂຸນພິທັກ ນອກຈາກຈະປັກດິ້ງແລ້ວ ຍັງເຄີຍເຮັດພະພຸດທະຮູບ, ເຄີຍເຮັດຮູບເງົາ “ຝັງໃຈ” ເປັນເລື່ອງກ່ຽວກັບວັດທະນະທຳຮີດຄອງປະເພນີລາວ ແລະ ເຮັດເຮືອໄຟອີກດ້ວຍ.

ໃນການໄດ້ຮາງວັນອັນດັບ 3 ຂອງໂລກ ໃນງານມະໂຫລານເຄື່ອງປັກດິ້ງຄຳ ແລະ ເຄື່ອງປະດັບນານາຊາດ “International Gold Embroidery and Jewelry” ທີ່ຈັດຂຶ້ນໃນເມືອງມໍລະດົກໂລກ ບູຄາຣາ ປະເທດອຸສເບກິສຖານ ເຊິ່ງໄດ້ຖືກເຊີນໄປຮ່ວມງານການປະກວດ ກ່ອນຈະຖືກເຊີນຜູ້ເຊີນກໍຕ້ອງໄດ້ເບິ່ງຜົນງານຂອງແຕ່ລະປະເທດວ່າຈະມີສີມືລະດັບໃດ ແລະ ຂຸນພິທັກ ກໍເປັນຄົນລາວທີ່ຖືກເຊີນໄປຮ່ວມໃນງານມະໂຫລານຄັ້ງນີ້. ປະເທດທີ່ເຂົ້າຮ່ວມມີຫຼາຍກວ່າ 100 ປະເທດ ເຊິ່ງແຕ່ລະປະເທດຈະຈັດເຕັມທຸກໆດ້ານ ສ່ວນຕາງໜ້າປະເທດລາວ ຂຸນພິທັກ ບໍ່ໄດ້ມີທີມງານໄປດ້ວຍກັນ ໄປພຽງຄົນດຽວ ຊ່ວຍເຫຼືອຕົນເອງ, ການປັກດິ້ງກໍເນັ້ນເອົາສະເພາະຄວາມເປັນລາວ-ວັດທະນະທຳລາວ ເພື່ອຈະສື່ໃຫ້ທຸກຄົນໄດ້ເຫັນ ແລະ ໄດ້ຮູ້ ຄວາມເປັນລາວ. ຢູ່ທີ່ນັ້ນຫຼາຍມື້ກໍໄດ້ໂຊເຖິງຄວາມເປັນລາວເຂົ້າໄປພ້ອມ ເອກອ້າງໃຫ້ຜູ້ຄົນໄດ້ເຫັນ ເຊິ່ງຈະໃສ່ຊຸດໄໝ, ແພໄໝ ແລະ ຕິດທຸງລາວຢູ່ທຸກໆມື້.

ສຳລັບຮາງວັນນີ້ ຂຸນພິທັກ ໄດ້ກ່າວວ່າ:

“ການໄດ້ຮາງວັນຄັ້ງນີ້ເຮັດໃຫ້ເຮົາພູມໃຈໃນຕົວຂອງຕົນເອງ ຍິ່ງໄປກວ່ານັ້ນແມ່ນດີໃຈທີ່ສຸດທີ່ທຸກຄົນໃນງານຮັບຮູ້ວ່າມີປະເທດລາວ, ເພາະພວກເຂົາຈະບໍ່ຮູ້ເລີຍວ່າປະເທດລາວຢູ່ໃສ ແລະ ເປັນແບບໃດ. ພໍໄດ້ຮາງວັນມາກໍສາມາດເຮັດໃຫ້ຄົນຮັບຮູ້ກັນທົ່ວໃນງານ ທຸກຄົນຕ່າງກໍພາກັນຄົ້ນຫາຊື່ປະເທດລາວ ແລະ ຄິດວ່າການໄດ້ຮາງວັນນີ້ອາດຈະເປັນແຮງບັນດານໃຈໃຫ້ກັບນັກສິລະປະຫຼາຍໆຄົນ ບໍ່ທໍ້ຖອຍຕໍ່ກັບອຸປະສັກໃນການເຮັດສິ່ງທີ່ຮັກ ແລະ ມັກ ຢ່າງມີເປົ້າໝາຍ”

“ນອກຈາກນີ້ ກໍຍັງຫວັງວ່າຈະເປັນການເບີກທາງໃຫ້ແກ່ຜູ້ຮັກງານສິລະປະ ເພາະເຊື່ອວ່າປະເທດລາວເຮົາຍັງມີຄົນເກັ່ງທີ່ຫຼາກຫຼາຍ ຢາກໃຫ້ທຸກຄົນບໍ່ຕ້ອງປິດບັງຕົນເອງ ໃຫ້ທຸກຄົນກ້າວໄປຕໍ່ໜ້າບໍ່ວ່າຈະເປັນວຽກງານໃດກໍຕາມ. ທຸກຄົນລ້ວນແລ້ວແຕ່ມີຄວາມສາມາດ ເພາະແນວໃດແລ້ວ ບໍ່ວ່າຈະເຮັດວຽກງານໃດເຮົາກໍປະສົບຜົນສຳເລັດດ້ວຍຕົວຂອງເຮົາ ດ້ວຍຄວາມສາມາດຂອງເຮົາເອງ”.

ປັດຈຸບັນ ຂຸນພິທັກ ໄດ້ມີຮ້ານເປັນຂອງຕົນເອງຢູ່ທີ່ຫຼວງພະບາງ ແລະ ກໍໄດ້ຈຳໜ່າຍຜະລິດຕະພັນລາວໃຫ້ນັກທ່ອງທ່ຽວໄດ້ຊົມໃຊ້. ນອກຈາກນີ້ ກໍຍັງມີການເຜີຍແຜ່ໂຄສະນາໃຫ້ໄວໜຸ່ມໄດ້ຮັບຮູ້ ກ່ຽວກັບຄວາມສຳຄັນ ແລະ ຄຸນປະໂຫຍດຂອງສິລະປະລາວ, ຜ້າແພທີ່ບົ່ງບອກເຖິງຄວາມເປັນລາວ ເພື່ອໃຫ້ໄວໜຸ່ມນ້ອຍປູກຈິດສຳນຶກ ຫຼື ອະນຸລັກວັດທະນະທຳຂອງລາວເຮົາ ພ້ອມສົ່ງເສີມ ແລະ ຂະຫຍາຍຜະລິດຕະພັນລາວອອກສູ່ສັງຄົມຕື່ມອີກ.

ສຸດທ້າຍນີ້ ຂຸນພິທັກ ກໍຢາກຈະຝາກເຖິງຄົນລາວໃຫ້ໃຊ້ຜະລິດຕະພັນລາວນຳກັນຫຼາຍໆ ເພາະກໍມີຄົນທີ່ໄປແຂ່ງໄດ້ນຳເອົາຜະລິດຕະພັນລາວໄປເຜີຍແຜ່ຈົນໄດ້ຮາງວັນມາກໍມີຫຼາຍ ເພື່ອເປັນການສົ່ງເສີມຜະລິດຕະພັນລາວໃຫ້ກວ້າງໄກສູ່ນານາຊາດ.

ບົດສຳພາດໂດຍ: ຂຸນພິທັກ https://cutt.ly/iH3TOyU

ຕິດຕາມຮ້ານໄດ້ທີ່: https://cutt.ly/dH3YgYp

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/