ການປ່ຽນແປງຂອງດິນຟ້າອາກາດໄດ້ສົ່ງຜົນກະທົບຕໍ່ຄວາມປອດໄພ, ສຸຂະພາບ ແລະ ຄຸນະພາບຊີວິດຂອງປະຊາຊົນໃນທົ່ວປະເທດການາດາ. ໃນທຸກໆປີ ແຄນາດາຈະຕ້ອງປະເຊີນກັບເຫດການສະພາບອາກາດທີ່ຮ້າຍແຮງຂຶ້ນຢູ່ເລື້ອຍໆ ເຊິ່ງລວມເຖິງໄຟປ່າ, ຄື້ນຄວາມຮ້ອນ ແລະ ນ້ຳຖ້ວມ. ນອກເໜືອຈາກນີ້ຜົນກະທົບທີ່ເກີດຂຶ້ນຢ່າງຊ້າໆຈາກການປ່ຽນແປງຂອງສະພາບອາກາດກໍຄື ການລະລາຍຂອງນ້ຳກ້ອນ ແລະ ລະດັບນ້ຳທະເລທີ່ສູງຂຶ້ນ.
ດ້ວຍເຫດນີ້ ລັດຖະບານແຄນາດາຈຶ່ງໄດ້ເປີດຕົວກົນລະຍຸດລະດັບຊາດ (National Adaptation Strategy) ເປັນຄັ້ງທຳອິດໃນ Vancouver ຮ່ວມກັບແຂວງອື່ນໆເພື່ອຊ່ວຍໃຫ້ຊຸມຊົນສາມາດປັບຕົວເຂົ້າກັບສະພາບອາກາດທີ່ຮ້າຍແຮງຂຶ້ນຈາກການປ່ຽນແປງຂອງສະພາບອາກາດ.

Steven Guilbeault ລັດຖະມົນຕີສິ່ງແວດລ້ອມໄດ້ຖະແຫຼງການໃນວັນອັງຄານທີ່ຜ່ານມາວ່າ “ການເພີ່ມຂຶ້ນຂອງນໍ້າຖ້ວມ, ໄຟໄໝ້ປ່າ ແລະ ການລະລາຍຂອງນ້ໍາແຂງແມ່ນ ບັນຫາທີ່ລັດຖະບານພະຍາຍາມແກ້ໄຂພາຍໃຕ້ກົນລະຍຸດນີ້”
ໂດຍກົນລະຍຸດທີ່ໄດ້ປະກາດໃໝ່ນີ້ຈະດຳເນີນການຄວບຄູ່ໄປກັບຄວາມພະຍາຍາມໃນການຫຼຸດຜ່ອນການປ່ອຍກ໊າສພິດເຮືອນແກ້ວທີ່ເຮັດໃຫ້ສະພາບອາກາດຮຸນແຮງຂຶ້ນ, ເຊິ່ງ Copernicus Atmosphere Monitoring Service ລາຍງານວ່າ ໄຟໄໝ້ປ່າໃນໄລຍະທີ່ຜ່ານມາໄດ້ປ່ອຍກ໊າສຄາບອນໄດອັອກໄຊໄປແລ້ວເກືອບ 600 ລ້ານໂຕນ.

Steven Guilbeault ກ່າວວ່າ ການເປີດຕົວແຜນການຢ່າງກວ້າງຂວາງຈະຖືກປັບໃຫ້ເໝາະສົມກັບຄວາມຕ້ອງການສະເພາະຂອງຊຸມຊົນທົ່ວປະເທດ, ເຖິງແມ່ນວ່ານີ້ຈະເປັນກົນລະຍຸດການປັບຕົວລະດັບຊາດໃນຄັ້ງທຳອິດກໍຕາມ ແຕ່ຊຸມຊົນ, ລັດຖະບານ, ທຸລະກິດ ແລະ ປະເທດຈຳນວນຫຼາຍໄດ້ພັດທະນາແຜນການໃນການປັບຕົວຂອງຕົນເພື່ອກຽມພ້ອມສຳລັບຄວາມສ່ຽງຂອງສະພາບອາກາດທີ່ປ່ຽນແປງທີ່ກຳລັງຈະມາເຖິງ.
ອີງຕາມຂໍ້ມູນຂອງລັດຖະບານກາງ ພາຍໃນປີ 2030, ຄວາມສູນເສຍສະເລ່ຍຕໍ່ປີຈາກໄພພິບັດຈາກການປ່ຽນແປງຂອງສະພາບອາກາດຄາດວ່າຈະສູງເຖິງ 15,4 ຕື້ໂດລາແຄນາດາ (11,69 ຕື້ໂດລາ)
ສະຖາບັນ Climate Institute ຂອງແຄນາດາຍັງຄາດການອີກວ່າ ຜົນກະທົບຈາກການປ່ຽນແປງຂອງສະພາບອາກາດຈະເຮັດໃຫ້ການເຕີບໂຕທາງເສດຖະກິດຂອງແຄນາດາຊ້າລົງເຖິງ 23,7 ຕື້ໂດລາຕໍ່ປີໃນປີ, ພາຍໃນປີ 2025 ເຊິ່ງເທົ່າກັບ 50 % ຂອງການເຕີບໂຕ GDP ພາຍໃນປະເທດ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/