ເຮືອບິນຕົກຂຸມອາກາດແມ່ນຫຍັງ? ມີໂອກາດທີ່ຈະເກີດຂຶ້ນໄດ້ໃນກໍລະນີໃດແດ່?


ຈາກກໍລະນີທີ່ມີຂ່າວຖ້ຽວບິນ SQ321 ຂອງສາຍການບິນສິງກະໂປ ທີ່ໄດ້ເດີນທາງອອກຈາກເມືອງຫຼວງລອນດອນ, ປະເທດອັງກິດ ເພື່ອຈະເດີນທາງໄປຍັງປາຍທາງປະເທດສິງກະໂປ ໄດ້ລົງຈອດສຸກເສີນຢູ່ທີ່ສະໜາມບິນສຸວັນນະພູມ, ປະເທດໄທ ເນື່ອງມາຈາກເກີດເຫດການສຸກເສີນຍ້ອນພາວະເຮືອບິນຕົກຂຸມອາກາດ ສົ່ງຜົນເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດ. ຈາກກໍລະນີດັ່ງກ່າວ ນໍາໄປສູ່ການສຶກສາວ່າ ການທີ່ເຮືອບິນຈະເກີດເຫດຕົກຂຸມອາກາດໄດ້ນັ້ນ ແມ່ນເກີດມາຈາກສາເຫດໃດແດ່? ມີໂອກາດເກີດຂຶ້ນໄດ້ຈັກກໍລະນີ ແລະ ມີຄວາມອັນຕະລາຍຄືແນວໃດ?

ເຮືອບິນຕົກຂຸມອາກາດ (Air Pocket) ເກີດຈາກສາເຫດໃດ?

ສາເຫດທີ່ພາໃຫ້ເກີດພາວະເຮືອບິນຕົກຂຸມອາກາດ (Air Pocket) ແມ່ນເກີດຂຶ້ນໃນເວລາທີ່ເຮືອບິນໄດ້ບິນຜ່ານຈຸດທີ່ອາກາດປ່ຽນແປງຂ້ອນຂ້າງໄວຫຼາຍ ແລະ ມີຄວາມໜາແໜ້ນຂອງອາກາດທີ່ແຕກຕ່າງກັນ ເຊິ່ງເມື່ອບິນຜ່ານ ຈະເຮັດໃຫ້ເກີດການກະທົບກະເທືອນ, ສັ່ນໄກວໄປມາ ແລະ ມີການໄຕ່ລະດັບຂຶ້ນ-ລົງໄວຈາກຈຸດເດີມ ລັກສະນະຄ້າຍຄືກຳລັງຂັບລົດຕົກຂຸມ ເຊິ່ງຖືວ່າເປັນເຫດການທີ່ສາມາດເກີດຂຶ້ນໄດ້ເລື້ອຍໆ ເວລາທີ່ເຮືອບິນ ໄດ້ບິນເຂົ້າໄປໃກ້ເຂດທີ່ມີກະແສລົມກົດ (Jet Stream) ເຊິ່ງລົມດັ່ງກ່າວເຄື່ອນທີ່ຢູ່ບໍລິເວນຈຸດເຊື່ອມຕໍ່ລະຫວ່າງຊັ້ນບັນຍາກາດຊັ້ນໂຕຣໂຟສແຟ (Troposphere) ແລະ ສຕາໂຕສແຟ (Stratosphere).

ນອກຈາກນີ້, ຍັງມີພາວະຄວາມປັ່ນປວນໃນອາກາດແຈ່ມໃສ Clear air turbulence (CAT) ທີ່ຖືວ່າເປັນສາເຫດໜຶ່ງຂອງການເກີດພາວະຕົກຂຸມອາກາດໃນລະດັບທີ່ປານກາງຈົນເຖິງຂັ້ນຮຸນແຮງ ເຊິ່ງຄວາມປັ່ນປ່ວນໃນອາກາດແຈ່ມໃສແມ່ນໝາຍເຖິງຄວາມປັ່ນປວນສະພາບອາກາດທີ່ບໍ່ສາມາດເບິ່ງເຫັນໄດ້ ເຖິງແມ່ນວ່າຈະມີທ້ອງຟ້າແຈ່ມໃສ ບໍ່ມີກ້ອນເມກປາກົດຢູ່ເລີຍ ແຕ່ເຮືອບິນໄດ້ຮັບການກະແທກຄ້າຍຄືກັບຖືກຈັບໂຍນຂຶ້ນລົງ ເຊິ່ງຖືວ່າເປັນປັນຫາຕໍ່ການບິນໃນລະດັບປານກາງເຖິງຂັ້ນຮຸນແຮງ ເນື່ອງຈາກບໍ່ສາມາດກວດສອບໄດ້ລ່ວງໜ້າ.

ການຕົກຂຸມອາກາດ ມີລະດັບຄວາມຮຸນແຮງຄືແນວໃດ?

ລະດັບຄວາມຮຸນແຮງຂອງການເກີດພາວະຕົກຂຸມອາກາດ ສາມາດແບ່ງອອກເປັນ 4 ລະດັບຄື:  ລະດັບເລັກນ້ອຍ ຈະບໍ່ມີຜົນກະທົບຕໍ່ການບິນ ຜູ້ໂດຍສານສາມາດຮັບຮູ້ເຖິງແຮງສັ່ນເບົາໆເລັກນ້ອຍເທົ່ານັ້ນ; ‚ ລະດັບປານກາງ ຜູ້ໂດຍສານເຮືອບິນ ຈະຮູ້ສຶກວ່າເຮືອບິນມີອາການສັ່ນໄກວ ແລະ ບາງຄັ້ງອາດໂຍກຕົວໄປມາຕາມແຮງສັ່ນສະເທືອນ;​ ƒ ລະດັບຮຸນແຮງ ຈະເຮັດໃຫ້ນັກບິນບໍ່ສາມາດຄວບຄຸມເຮືອບິນໄດ້ຊົ່ວຄາວ ຜູ້ໂດຍສານຖືກໂຍກຕົວຂຶ້ນ-ລົງ ຢ່າງຮຸນແຮງ ໃນຂະນະທີ່ສິ່ງຂອງເຄື່ອງໃຊ້ຢູ່ພາຍໃນເຮືອບິນຖືກເທກະຈາຍ; „ ລະດັບຮຸນແຮງທີ່ສຸດ ມີໂອກາດເກີດຂຶ້ນໄດ້ໜ້ອຍ ເຮັດໃຫ້ນັກບິນບໍ່ສາມາດຄວມຄຸມໄດ້ເລີຍ, ເຮືອບິນຈະແກວ່ງຕົວແຮງຫຼາຍ ແລະ ອາດເກີດຄວາມເສຍຫາຍຕໍ່ເຮືອບິນໄດ້.

ນັກບິນສາມາດຮູ້ໄດ້ລ່ວງໜ້າຫຼືບໍ່ວ່າຈະເກີດພາວະເຮືອບິນຕົກຂຸມອາກາດ?

ໂດຍທ່ົວໄປແລ້ວ ນັກບິນຈະໄດ້ຮັບຂໍ້ມູນການພະຍາກອນອາກາດກ່ອນນຳເຮືອບິນຂຶ້ນສູ່ທ້ອງຟ້າສະເໝີ. ແຕ່ຖ້າເກີດພາວະຄວາມປັ່ນປ່ວນໃນອາກາດທີ່ແຈ່ມໃສ (Clear air turbulence) ກໍຈະບໍ່ສາມາດພະຍາກອນໄດ້ລ່ວງໜ້າ, ບໍ່ສາມາດເບິ່ງເຫັນ ແລະ ກວດສອບໄດ້ຍາກ. ທັງນີ້, ເຮືອບິນລໍາອື່ນທີ່ບິນຜ່ານຈຸດທີ່ເກີດອາກາດປັ່ນປວນກ່ອນໝູ່ຈະມີການລາຍງານໃຫ້ເຮືອບິນລໍາອື່ນຮັບຊາບເຊັ່ນດຽວກັນ.

ໃນຕໍ່ໜ້າ ຈະມີໂອກາດເກີດພາວະເຮືອບິນຕົກຂຸມອາກາດ ເລື້ອຍໆຫຼືບໍ່?

ການປ່ຽນແປງຄວາມໄວຂອງລົມ ມີສາເຫດມາຈາກອາກາດທີ່ຮ້ອນຂຶ້ນຍ້ອນພາວະການປ່ອຍອາຍກາສເຮືອນແກ້ວທີ່ເພີ່ມຂຶ້ນໃນແຕ່ລະປີ ແລະ ອີກສາເຫດໜຶ່ງມາຈາກຄົນເຮົາເດີນທາງດ້ວຍເຮືອບິນຫຼາຍຂຶ້ນ, ມີການຈະລາຈອນເທິງອາກາດຖີ່ຂຶ້ນ. ສະນັ້ນ, ຈຶ່ງສົ່ງຜົນໃຫ້ໂອກາດທີ່ຈະເກີດພາວະເຮືອບິນຕົກຂຸມອາກາດໃນອະນາຄົດ ເພີ່ມຂຶ້ນເຊັ່ນດຽວກັນ.

ຜູ້ໂດຍສານຂອງເຮືອບິນ ຄວນປະຕິບັດຕົນແນວໃດ ເພື່ອຄວາມປອດໄພ

ເນື່ອງຈາກຄວາມຜັນຜວນຂອງສະພາບອາກາດໃນແຕ່ລະເຂດທີ່ບິນຜ່ານມີຄວາມແຕກຕ່າງກັນ ແລະ ເຮົາບໍ່ສາມາດຮູ້ໄດ້ວ່າຈະເກີດເຫດການເຮືອບິນຕົກຂຸມອາກາດໃນເວລາໃດ. ສະນັ້ນ, ເພື່ອຄວາມປອດໄພ ແລະ ຫຼີກເວັ້ນການໄດ້ຮັບບາດເຈັບ ຫຼື ຖ້າມີ ກໍໃຫ້ເກີດຜົນກະທົບໜ້ອຍທີ່ສຸດ ເຮົາຈຶ່ງຄວນປະຕິບັດຕາມຄຳແນະນຳຂອງສາຍການບິນຮັດສາຍແອວນິລະໄພຕະຫຼອດເວລາທີ່ນັ່ງເທິງເຮືອບິນ, ພະຍາຍາມບໍ່ເອົາສິ່ງຂອງທີ່ມີນ້ຳໜັກ ແລະ ມີຂະໜາດໃຫຍ່ອອກມາ ເພາະອາດເປັນສິ່ງກີດຂວາງໃນເວລາເກີດເຫດການສຸກເສີນໄດ້.

ແຫຼ່ງຂໍ້ມູນອ້າງອີງ:

https://rb.gy/ehmyex

https://rb.gy/zrbo55

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/