ຄາໂບສຸ ໝາໜ້າມີມກັບດາວໝາແລ້ວ


ຫຼາຍຄົນອາດເຄີຍເຫັນມີມໜ້າຂອງໝາໂຕນີ້ຢ່າງແນ່ນອນ ໂດຍ ຄາໂບສຸ ເປັນໝາພັນຊິບະຂວັນໃຈຊາວເນັດ ຈາກປະເທດຍີ່ປຸ່ນ ເຊິ່ງກາຍເປັນທີ່ຮູ້ຈັກຈາກການເປັນມີມໃນໂລກອອນລາຍ  ແລະ ທີ່ສຳຄັນຄືເປັນສັນຍະລັກໃນຄຣິບໂຕ ອີກດ້ວຍນັ້ນເອງ.

ໂດຍຄາໂບສຸ ໄດ້ຕາຍລົງໄດ້ໃນອາຍຸ 19 ປີ ໃນຕອນທີ່ນອນຫຼັບ ແລະ ຢູ່ພາຍໃຕ້ການດູແລເບິ່ງແຍງຈາກເຈົ້າຂອງມັນເປັນຢ່າງດີ ແລະ ໂຕມັນເອງມີຊື່ສຽງເປັນເວລານັບ 10 ປີ ທາງເຈົ້າຂອງໄດ້ອອກມາບອກວ່າ ຄາໂບສຸ ເປັນມະເຮັງເມັດເລືອດຂາວ ແລະ ໂຣກຕັບ ພ້ອມມີແຟນໆທົ່ວໂລກຮ່ວມໄວ້ອາໄລໃຫ້ໝາໂຕນີ້.

ຂອບໃຂຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/