ປັດຈຸບັນຂີ້ເຫຍືອພລາສຕິກ ໄດ້ປົນເປື້ອນຢູ່ທຸກບ່ອນໃນທະເລ ເພື່ອເປັນການຊ່ວຍລົດບັນຫາດັ່ງກ່າວ Microsoft ໄດ້ຜະລິດເມົ້າທີ່ເຮັດມາຈາກຂີ້ເຫຍື້ອພລາສຕິກໃນທະເລ ທີ່ຊື່ວ່າ Ocean Plastic Mouse ເພື່ອຫວັງຈະຊ່ວຍຮັກສາສິ່ງແວດລ້ອມ ໂດຍເມົ້າດັ່ງກ່າວ ເຮັດມາຈາກຂີ້ເຫຍື້ອພລາສຕິກ 20%.

ຂັ້ນຕອນການເອົາຂີ້ເຫຍື້ອເຫຼົ່ານັ້ນ ແມ່ນຫຼັງຈາກເກັບມາຈາກມະຫາສະໝຸດແລ້ວ ຕ້ອງເອົາມາອະນາໄມໃຫ້ສະອາດ ແລ້ວຈຶ່ງເຂົ້າສູ່ຂະບວນການຣີໄຊເຄິນເປັນເມັດນ້ອຍໆ ມາປະສົມກັບວັດສະດຸອື່ນໆໃນການຜະລິດເມົ້າ.

ທີ່ສຳຄັນ ໂຄງການຣິໄຊເຄິນດັ່ງກ່າວ ຍັງເປີດໃຫ້ຄົນສາມາດສົ່ງເມົ້າເກົ່າທີ່ບໍ່ໃຊ້ແລ້ວຂອງ Microsoft ກັບມາຣີໄຊເຄິນໄດ້ອີກພ້ອມ.
ຂອບໃຈຂໍ້ມູນຈາກ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/