ເມືອງໂພນໄຊ ຕ້ອງການທຶນພັດທະນາພື້ນຖານໂຄງລ່າງ ກ້າວຂຶ້ນເປັນເມືອງພົ້ນທຸກໃນອະນາຄົດ


 ແຫຼ່ງຂ່າວຈາກ ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ເມືອງໂພນໄຊ ເປັນໜຶ່ງໃນ 4 ເມືອງທຸກຍາກຂອງແຂວງຫຼວງພະບາງ, ເປັນເມືອງຖານທີ່ໝັ້ນຂອງການປະຕິວັດໃນເມື່ອກ່ອນ. ປັດຈຸບັນ ພື້ນຖານໂຄງລ່າງຢູ່ແຕ່ລະບ້ານແມ່ນຍັງບໍ່ທັນໄດ້ຮັບການພັດທະນາດີເທົ່າທີ່ຄວນ ຍັງມີລັກສະນະປະຖົມປະຖານ, ພື້ນຖານການຜະລິດຂອງປະຊາຊົນຍັງອາໄສທຳມະຊາດເປັນສ່ວນໃຫຍ່, ອາຊີບຕົ້ນຕໍຂອງປະຊາຊົນແມ່ນ ຖືເອົາການປູກຝັງ ແລະ ລ້ຽງສັດກວມ 90% ເຊິ່ງອົງການປົກຄອງເມືອງໂພນໄຊ ຍັງມີຄວາມຕ້ອງການທຶນພັດທະນາພື້ນຖານໂຄງລ່າງຫຼາຍດ້ານ ເພື່ອກ້າວຂຶ້ນເປັນເມືອງພົ້ນທຸກໃນອະນາຄົດ.

ທ່ານ ທອງຈັນ ລັດຕະນະປະດິດ ເຈົ້າເມືອງໂພນໄຊ ໄດ້ໃຫ້ຮູ້ໃນໂອກາດທີ່ປະທານສະພາແຫ່ງຊາດລົງເຄື່ອນໄຫວຢ້ຽມຢາມ ເມື່ອບໍ່ດົນນີ້ວ່າ: ອີງຕາມ ດໍາລັດ 348 ຂອງລັດຖະບານປັດຈຸບັນ, ເມືອງໂພນໄຊຍັງບໍ່ທັນມີບ້ານພັດທະນາ, ບ້ານພົ້ນທຸກມີພຽງແຕ່ 7 ບ້ານ ແລະ ອີກ 50 ບ້ານຍັງເປັນບ້ານທຸກຍາກ. ຜ່ານການປະເມີນເຫັນວ່າ ຍັງຫຼາຍຄາດໝາຍບໍ່ບັນລຸ ເປັນຕົ້ນແມ່ນ ຄອບຄົວທຸກຍາກຍັງກວມອັດຕາສ່ວນສູງ, ພື້ນຖານເສດຖະກິດຂອງປະຊາຊົນຍັງຕໍ່າ, ລະດັບການເຕີບໃຫຍ່ທາງດ້ານເສດຖະກິດມະຫາພາກ ໃນປີ 2021 ບັນລຸໄດ້ 6.6% ຕໍ່ປີ, ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 8 ລ້ານກວ່າກີບ ຫລື ເທົ່າກັບ 814 ໂດລາຕໍ່ຄົນຕໍ່ປີ, ທຽບໃສ່ມະຕິ 9 ຂອງອົງຄະນະພັກເມືອງ ປະຕິບັດໄດ້ 80.48%.

ທ່ານເຈົ້າເມືອງໂພນໄຊ ຍັງກ່າວຕື່ມວ່າ: ຫາກມີການກໍ່ສ້າງເສັ້ນທາງປູຢາງ ແຕ່ເທສະບານເມືອງໂພນໄຊ ຫາ ເມືອງພູກູດ ແຂວງຊຽງຂວາງ ມີລວງຍາວທັງໝົດ 77 ກວ່າກິໂລແມັດ ຈະເຮັດໃຫ້ເມືອງໂພນໄຊ ເປັນເມືອງໜຶ່ງທີ່ມີເສັ້ນເຊື່ອມຕໍ່ລະຫວ່າງເມືອງຕໍ່ເມືອງ ແລະ ແຂວງຕໍ່ແຂວງ ເຊິ່ງເປັນເງື່ອນໄຂໜຶ່ງ ໃນການພັດທະນາເສດຖະກິດ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ, ລວມທັງການພັດທະນາພື້ນຖານໂຄງລ່າງອື່ນໆ.

ຂອບໃຈຂໍ້ມູນຈາກ: https://bit.ly/3MNj5RK

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/