ພະນັກງານຮ້ານ Fast food ໃນສະຫະລັດອາເມຣິກາຕ້ອງປະເຊີນການຖືກ “ຄຸກຄາມ” ຈາກລູກຄ້າຫຼາຍຂຶ້ນ ຍ້ອນບໍ່ພໍໃຈທີ່ອາຫານຂຶ້ນລາຄາ


ຈາກສະພາບເສດຖະກິດໃນຂະນະນີ້ ເອີ້ນໄດ້ວ່າແສນສາຫັດ ແລະ ບັນດາປະເທດທົ່ວໂລກຕ້ອງພົບກັບວິກິດບໍ່ທາງໃດກໍທາງໜຶ່ງ ເຊັ່ນດຽວກັນກັບສະຫະລັດອາເມຣິກາ ທີ່ລາຄາອາຫານເພີ່ມຂຶ້ນຫຼາຍ ເຮັດໃຫ້ບັນດາຮ້ານອາຫານ Fast food ຕ້ອງໄດ້ປັບລາຄາອາຫານເຊັ່ນກັນ ເຊິ່ງນັ້ນມັນເປັນສາເຫດທີ່ເຮັດໃຫ້ພະນັກງານໃນບັນດາຮ້ານອາຫານດັ່ງກ່າວປະເຊີນການຖືກ “ຄຸກຄາມ” ຈາກລູກຄ້າຫຼາຍຂຶ້ນ ເນື່ອງຈາກອັດຕາເງິນເຟີ້ເຮັດໃຫ້ລາຄາອາຫານສູງຂຶ້ນຢ່າງຕໍ່ເນື່ອງ.

ໂດຍລາຄາວັດຖຸດິບ ແລະ ຄ່າບໍລິການທີ່ເພີ່ມສູງຂຶ້ນພາຍໃນ Supply Chain ສົ່ງຜົນໃຫ້ລາຄາອາຫານໃນຮ້ານອາຫານ Fast food ຍອດຮິດຫຼາຍໆແຫ່ງໃນສະຫະລັດອາເມຣິກາຕ້ອງຂຶ້ນລາຄາ ເຊິ່ງນັ້ນມັນເຮັດໃຫ້ເກີດຄຳຖາມຂຶ້ນມາຢ່າງຫຼວງຫຼາຍ ແລະ ກາຍເປັນຄວາມບໍ່ພໍໃຈຂອງລູກຄ້າໃນທີ່ສຸດ.

ໃນຂະນະທີ່ບາງບໍລິສັດໄດ້ເຮັດການປ່ຽນແປງຊົດເຊີຍການຂາດແຄນແຮງງານ ແລະ ຄວາມຕ້ອງການສະພາບການເຮັດວຽກທີ່ດີຂຶ້ນບໍ່ວ່າຈະເປັນການຂຶ້ນເງິນເດືອນ ແລະ ປັບປຸງສະຫວັດດີການ ແຕ່ສໍາລັບພະນັກງານ 11 ຄົນ ໄດ້ບອກກັບສໍານັກຂ່າວ Insider ວ່າສິ່ງດັ່ງກ່າວຍັງບໍ່ພຽງພໍທີ່ຈະຊົດເຊີຍການຖືກ “ຄຸກຄາມ” ຈາກລູກຄ້າທີ່ຫຼາຍຂຶ້ນ.

ພະນັກງານທີ່ເຮັດວຽກກັບເຄືອຮ້ານອາຫານ Fast food ໃຫຍ່ໆ ເຊັ່ນ McDonald’s, Chipotle, Starbucks ແລະ  Dunkin ກໍໄດ້ມີການໂອ້ລົມກັບ Insider ໂດຍບໍ່ມີການເປີດເຜີຍຕົວຕົນ ກ່ຽວກັບບັນຫາທີ່ຖືກຄຸກຄາມ. ທັງນີ້ ພະນັກງານສ່ວນຫຼາຍເຫັນດີນໍາກັນວ່າເມື່ອລາຄາສູງຂຶ້ນ ເຮັດໃຫ້ລູກຄ້າຮູ້ສຶກວ່າພວກເຂົານັ້ນມີສິດທີ່ຈະໄດ້ຮັບການບໍລິການທີ່ເພີ່ມຂຶ້ນຕາມໄປນໍາ ບໍ່ວ່າຈະເປັນອາຫານພິເສດ, ສິດທິພິເສດ ຫຼື ຄວາມໃສ່ໃຈຈາກພະນັກງານ.

“ຂ້ອຍຖືກລູກຄ້າຮ້ອງໃສ່ເຮັດຄືວ່າຂ້ອຍເປັນຄົນປ່ຽນລາຄາ” ແລະ ໃນຫຼາຍໆກໍລະນີທີ່ລູກຄ້າ “ເຮັດຄືວ່າຂ້ອຍຕົວະພວກເຂົາ” ພະນັກງານ Chipotle ໄດ້ກ່າວ.

“ຂ້ອຍເມື່ອຍ” ພະນັກງານອີກຄົນໄດ້ກ່າວເສີມ. ປົກກະຕິແລ້ວພຶດຕິກໍາຂອງລູກຄ້າໃນລັກສະນະນີ້ມັກຈະເກີດໃນກໍລະນີທີ່ຢືນຖ້າອາຫານເປັນເວລາດົນ ຫຼື ເປັນບັນຫາກ່ຽວກັບການສັ່ງຊື້ຜ່ານອອນລາຍ.

ແຕ່ໃນຕອນນີ້ສະຖານະການແມ່ນຍິ່ງເພີ່ມຄວາມຮຸນແຮງຫຼາຍຂຶ້ນ ພະນັກງານຂອງ Dunkin ຄົນໜຶ່ງໄດ້ກ່າວວ່າ ມີລູກຄ້າຫຼາຍກວ່າໜຶ່ງຄົນພະຍາຍາມທີ່ຈະໂດດຂ້າມເຄົາເຕີ ເມື່ອພົບວ່າໃນເມນູອາຫານບໍ່ມີສ່ວນປະສົມທີ່ເຂົາຕ້ອງການ.

ໃນກໍລະນີທີ່ຮ້າຍແຮງກວ່ານັ້ນ ພະນັກງານເກັບເງິນຂອງ Chipotle ໃນ New York City ກ່າວວ່າ ມີຄົນຂົ່ມຂູ່ພວກເຂົາດ້ວຍປືນ ເມື່ອຕ້ອງປະເຊີນໜ້າກັບມູນຄ່າອາຫານ 11.43 ໂດລາ. ໃນຂະນະດຽວກັນນັ້ນ ພະນັກງານຂອງ McDonald’s ໄດ້ບອກກັບ Insider ວ່າ “ການຄຸກຄາມຈາກລູກຄ້າກາຍເປັນບັນຫາໃຫຍ່”.

ເຖິງວ່າລູກຄ້າຈະຮ້ອງໃສ່ພະນັກງານຍ້ອນບໍ່ພໍໃຈເລື່ອງລາຄາອາຫານທີ່ສູງຂຶ້ນ ແຕ່ພວກເຂົາກໍຍັງຊື້ມັນຢູ່ດີ ໂດຍ Chipotle ໄດ້ລາຍງານວ່າຍອດຂາຍເພີ່ມຂຶ້ນ 16% ຈາກໄລຍະເວລາດຽວກັນຂອງປີທີ່ຜ່ານມາ ແລະ ຍອດຂາຍ McDonald’s ເພີ່ມຂຶ້ນ 3.5% ເຖິງແມ່ນວ່າຈະປັບລາຄາຂຶ້ນກໍຕາມ.

ພະນັກງານທຸກຄົນທີ່ສໍາພາດໂດຍ Insider ເຫັນວ່າ ດ້ວຍການລະບາດໃຫຍ່ຂອງໂຄວິດມີສ່ວນໃນພຶດຕິກໍາທີ່ບໍ່ດີຂອງລູກຄ້າ ແລະ ການປັບຂຶ້ນລາຄາເມື່ອບໍ່ດົນມານີ້ ມັນໄດ້ກາຍເປັນຈຸດແຕກຫັກ ແລະ ນັ້ນກໍກາຍເປັນ “ໄພຄຸກຄາມຕໍ່ຄວາມປອດໄພແລະສຸຂະພາບຈິດຂອງເຮົາ”.

ນອກຈາກນີ້ ໂຄສົກຂອງ Starbucks ກໍໄດ້ບອກກັບ Insider ວ່າຄວາມປອດໄພຂອງພະນັກງານເປັນສິ່ງສໍາຄັນອັນດັບທຳອິດ ແລະ ລູກຄ້າທຸກຄົນໄດ້ຮັບການຄາດຫວັງໃຫ້ປະຕິບັດຕໍ່ພວກເຂົາດ້ວຍຄວາມເຄົາລົບ ແຕ່ສໍາລັບຕົວແທນຂອງ  McDonald’s, Chipotle ແລະ  Dunkin ບໍ່ຄ່ອຍສະໜອງຕໍ່ຄໍາຮ້ອງຂໍຄວາມຄິດເຫັນຂອງ Insider.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/