ເມືອງຄົງເຊໂດນຫັນປູກເຂົ້ານາແຊງແບບໃໝ່ເປັນສິນຄ້າ ທີ່ສາມາດຮັບປະກັນດ້ານປະລິມານ ແລະ ຄຸນະພາບ ທີ່ໄດ້ດີກວ່າ


ແຫຼ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ໄດ້ລົງຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດ ໂຄງການສົ່ງເສີມການປູກເຂົ້ານາແຊງແບບໃໝ່ ຢູ່ເມືອງຄົງເຊໂດນຂອງບໍລິສັດສົມໄຊ ຈະເລີນສົ່ງເສີມການກະເສດ ເພື່ອຮັບປະກັນດ້ານປະລິມານ ແລະ ຄຸນະພາບ ທີ່ໄດ້ດີກວ່າ.

ໂອກາດນີ້, ທ່ານ ຄຳໝັ້ນ ສີດຳດວນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຄົງເຊໂດນໄດ້ໃຫ້ຮູ້ວ່າ: ໂຄງການ ສົ່ງເສີມການປູກເຂົ້າແບບໃໝ່ ໄດ້ທົດລອງປູກເຂົ້ານາແຊງ ປີ 2023 ຢູ່ 11 ບ້ານ, ມີສະມາຊິກເຂົ້າຮ່ວມ 110 ຄອບຄົວ, ເນື້ອທີ່ສົ່ງເສີມ 71,6 ເຮັກຕາ ໂດຍບໍລິສັດໄດ້ສະໜອງປັດໄຈຕ່າງໆໃນການຜະລິດໃຫ້ກະສິກອນ ເປັນຕົ້ນ ສະໜອງຝຸ່ນ, ແນະນຳເຕັກນິກການປູກ, ການບົວລະບັດຮັກສາທີ່ເປັນບົດຮຽນເຕັກນິກໃໝ່ໆ ແລະ ວິທີການຕ່າງໆ. ຜ່ານການຈັດຕັ້ງປະຕິບັດ ແລະ ເກັບກ່ຽວຜົນຜະລິດເຂົ້ານາແຊງ ສະເລ່ຍໄດ້ 6 ໂຕນຕໍ່ເຮັກຕາ (ສະເພາະກຸ່ມການຜະລິດ). ສຳລັບລະດູນາປີ ໄດ້ສົ່ງເສີມຢູ່ 4 ບ້ານ, ມີ 36 ຄອບຄົວ ກວມເນື້ອທີ່ທັງໝົດເກືອບ 40 ເຮັກຕາ. 

ເມືອງຄົງເຊໂດນ ເປັນເຂດທົ່ງພຽງ ກວມເປັນສ່ວນໃຫຍ່ ປະຊາຊົນມີອາຊີບເຮັດນາ ປູກເຂົ້າ ເປັນຫຼັກ, ລ້ຽງສັດ ແລະ ອື່ນໆ ເປັນເຂດທີ່ມີແມ່ນ້ຳລຳເຊຫຼາຍແຫ່ງ ເໝາະແກ່ການປູກ-ການລ້ຽງ, ທົ່ວເມືອງ ມີຊົນລະປະທານ 34 ແຫ່ງ, ໃນນັ້ນຈັກສູບນ້ຳດ້ວຍໄຟຟ້າ 31 ແຫ່ງ, ຝາຍທຳມະຊາດ 3 ແຫ່ງ ສາມາດຫົດເນື້ອທີ່ນາແຊງ ໄດ້ຫຼາຍກວ່າ 3 ພັນເຮັກຕາ. 

ຜ່ານການຢ້ຽມຊົມທົ່ງນາແຊງ, ທ່ານເຈົ້າແຂວງສາລະວັນໄດ້ມີມີຄຳເຫັນຊີ້ນຳຕໍ່ກັບການຍົກລະດັບການຜະລິດເຂົ້າ ກ້າວໄປສູ່ຄຸນະພາບທີ່ດີ ເພື່ອຮັບປະກັນດ້ານປະລິມານ ແລະ ຄຸນະພາບ, ສິ່ງສຳຄັນແມ່ນໄດ້ຍົກລະດັບຊີວິດການເປັນຢູ່ຂອງກະສິກອນ, ຜົນຜະລິດເພີ່ມຂຶ້ນ, ລາຍຮັບກໍເພີ່ມຂຶ້ນຫຼາຍເທົ່າຕົວ ເຊິ່ງເປັນເງື່ອນໄຂ ທີ່ຕ້ອງຊຸກຍູ້, ສົ່ງເສີມ ແລະ ສືບຕໍ່ຜັນຂະຫຍາຍໃຫ້ທົ່ວເຖິງ, ກວ້າງຂວາງກວ່າເກົ່າ.

ຄຽງຄູ່ກັນນັ້ນ, ດ້ານບໍລິສັດ ກໍຕ້ອງພະຍາຍາມຊຸກຍູ້ສົ່ງເສີມຫຼາຍດ້ານ ເຊັ່ນ: ຕະຫຼາດເກັບຊື້, ຮັບປະກັນດ້ານລາຄາ, ການສະໜອງຝຸ່ນ, ສະໜອງບົດຮຽນ, ເຕັກນິກຕ່າງໆໃຫ້ຖືກຕາມລະບົບ, ຂັ້ນຕອນໃນການຜະລິດເຂົ້າ ກ້າວໄປສູ່ມາດຕະຖານໃໝ່ທີ່ດີຂຶ້ນ.

https://www.facebook.com/permalink.php?story_fbid=pfbid036GUXRxbJGFGZ3QdHGVvfdadczrKy8aqQtJVmnp3aRVEcWBPrUoYptvWhpQL4PJPNl&id=100064329476403

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/