ຖ້າເບິ່ງຄວາມກວນ! Zack Snyder ຢາກຊ່ວຍສ້າງຮູບເງົາ ‘Rick and Morty’


The Hollywood Reporter ໄດ້ລາຍງານວ່າ Dan Harmon ຜູ້ຮ່ວມສ້າງອະນິເມຊັນສຸດຮິດຢ່າງ Rick and Morty ໄດ້ອອກມາເປີດເຜີຍວ່າ Zack Snyder ຜູ້ກຳກັບຮູບເງົາຊື່ດັງກາລັນຕີດ້ວຍຮູບເງົາລະດັບຕຳນານຢ່າງ ‘300’ (2006), ‘Man of Steel’ (2013) ແລະ ‘Justice League’ (2017) ຕ້ອງການຊ່ວຍໂປຣເຈັກທີ່ຈະສ້າງ Rick and Morty ມາເປັນຮູບເງົາ.

Rick and Morty ເປັນອະນິເມຊັນຊື່ດັງທີ່ເໝາະສຳລັບຜູ້ໃຫຍ່ຫຼາຍກວ່າເດັກນ້ອຍ ໂດຍອອກສາຍມາຕັ້ງແຕ່ປີ 2013 ພ້ອມກາຍເປັນອະນິເມຊັນທີ່ໄດ້ຮັບຄວາມນິຍົມຫຼາຍທັງໃນ ແລະ ນອກປະເທດ ຢືນຢັນໄດ້ຈາກຄະແນນຣີວິວເທິງ Rotten Tomatoes ທີ່ສູງຮອດ 92% ແລະ ໃນເວັບໄຊ IMDb ຮອດ 9.1/10 ຈົນມີພາກຕໍ່ຫຼາຍກວ່າ 6 ຊີຊັນ.

ໂດຍທາງ Dan Harmon ໄດ້ເຄີຍເຂົ້າໄປພົບກັບ Zack Snyder ທີ່ຄ່າຍ Warner Bros ເພື່ອປຶກສາຫາແນວທາງການສ້າງ ‘Rick and Morty’ ສະບັບຮູບເງົາ ເຖິງແມ່ນວ່າທາງ Zack Snyder ບອກວ່າບໍ່ຕ້ອງການຈະມາກຳກັບ ແຕ່ຕ້ອງການມາຊ່ວຍໂປຣເຈັກນີ້ໃຫ້ເກີດຂຶ້ນແທ້.

ຢ່າງໃດກໍຕາມ ໃນໂປຣເຈັກ ‘Rick and Morty’ ອາດຈະບໍ່ສາມາດເກີດຂຶ້ນໄດ້ໃນໄວໆນີ້ ເນື່ອງຈາກຍັງບໍ່ມີບົດທີ່ຊັດເຈນ ແລະ ຍັງບໍ່ໄດ້ມີການປະກາດວ່າຈະພັດທະນາໂປຣເຈັກນີ້ຢ່າງເປັນທາງການ ແຟນໆຫຼາຍຄົນກໍຄົງຕ້ອງຖ້າຕິດຕາມກັນຕໍ່ໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/