ເປີດເຜີຍຄວາມຮູ້ສຶກຂອງ ສຸລິຍາ ຂຸມເພັດສະວົງ PRO PLAYER DOTA 2 ຄົນທໍາອິດຂອງລາວທີ່ໄດ້ໄປແຂ່ງຂັນ TI11

ສຸລິຍາ ຂຸມເພັດສະວົງ

ແຈັກກີ້ ສຸລິຍາ ຂຸມເພັດສະວົງ ຫຼື JaCkky ປັດຈຸບັນອາຍຸ 23 ປີ ຈາກແຂວງຫຼວງພະບາງ ເປັນໄວໜຸ່ມລາວຄົນໜຶ່ງທີ່ມີຄວາມມັກຮັກໃນການຫຼິ້ນເກມມາຕັ້ງແຕ່ຍັງນ້ອຍ  ແລະ ມີຄວາມໃຝ່ຝັນທີ່ຢາກຈະໄປເປັນນັກກິລາ Esports ໃນລະດັບສາກົນ ດ້ວຍເຫດນີ້ເຮັດໃຫ້ ແຈັກກີ້ ພະຍາຍາມເຝິກຝົນພັດທະນາສີມືຂອງຕົນເອງມາເລື້ອຍໆ ຈົນໃນທີ່ສຸດລາວກໍປະສົບຜົນສຳເລັດໃນສິ່ງທີ່ຫວັງເອົາໄວ້ ໂດຍການເປັນຄົນລາວຄົນທຳອິດທີ່ໄດ້ໄປ The International 11 (TI11) ງານແຂ່ງຂັນລະດັບໂລກຂອງເກມ DOTA 2 ເຊິ່ງເປັນການແຂ່ງຂັນເກມ MOBA ທີ່ມີເງິນຮາງວັນສູງທີ່ສຸດໃນໂລກ.

ສຸລິຍາ ຂຸມເພັດສະວົງ

ແລະມື້ນີ້ LaoX ຂອງເຮົາກໍໄດ້ມີໂອກາດສຳພາດເຖິງຄວາມຮູ້ສຶກຂອງ ແຈັກກີ້ ທີ່ໄປໄດ້ໄປແຂ່ງຂັນໃນລາຍການລະດັບໂລກ.

  1. ຊ່ວຍເລົ່າຄວາມຮູ້ສຶກເມື່ອຮູ້ວ່າຕົນເອງໄດ້ໄປແຂ່ງຂັນ The International 11?
ສຸລິຍາ ຂຸມເພັດສະວົງ

JaCkky: ຄວາມຮູ້ສຶກທໍາອິດຂອງຂ້ອຍເມື່ອຮູ້ວ່າຕົນເອງໄດ້ໄປແຂ່ງຂັນ The International 11 ແມ່ນຮູ້ສຶກດີໃຈ ແລະ ຕື່ນເຕັ້ນຫຼາຍ ເພາະມັນເປັນປີທໍາອິດທີ່ຂ້ອຍໄດ້ເຂົ້າຮ່ວມແຂ່ງຂັນ ແລະ ໃນຖານະຄົນລາວຄົນທໍາອິດທີ່ໄດ້ໄປແຂ່ງຂັນໃນລະດັບສາກົນແມ່ນມີຄວາມພາກພູມໃຈຫຼາຍ ພ້ອມກັນນັ້ນຂ້ອຍຍັງເຊື່ອວ່າໃນອະນາຄົດຍັງຈະມີຄົນລາວອີກຫຼາຍຄົນທີ່ສາມາດກ້າວໄປສູ່ລະດັບໂລກໄດ້.

  1. ຕອນນີ້ ແຈັກກີ້ ກຽມພ້ອມຫຍັງແດ່ແລ້ວ ເພື່ອຈະລຸຍເສິກທີ່ໃກ້ເຂົ້າມານີ້?
ສຸລິຍາ ຂຸມເພັດສະວົງ

JaCkky: ໂດຍ ທາງຕົວເຮົາ ແລະທີມແມ່ນໄດ້ມີການວາງແຜນເຝີກຊ້ອມໃນປະເທດມາເລເຊຍ ເປັນເວລາ 1 ເດືອນ ກ່ອນຈະໄປແຂ່ງຂັນ ແລະໄດ້ກຽມກາຍໃຈໃຫ້ມີຄວາມພ້ອມຢູ່ຕະຫຼອດເວລາ. ນອກນັ້ນ ຍັງໄດ້ຈັດຕາຕະລາງຊ້ອມໃຫ້ມັນມີຄວາມເໝາະສົມ ເພື່ອໃຫ້ທີມມີສັກກະຍະພາບໃນການແຂ່ງຂັນຢ່າງເຕັມທີ່.

ສຸລິຍາ ຂຸມເພັດສະວົງ

ປັດຈຸບັນນີ້ ແຈັກກີ້ ສັງກັດຢູ່ກັບທີມ Boom Esports ຮັບໜ້າທີ່ເປັນຕົວ carry ໃນທີມ ຫຼື ຕົວແບກທີມ ແລະ ມີສະມາຊິກທີມເປັນຊາວຕ່າງຊາດ ອີກ 4 ຄົນ ສະໄຕລ໌ການຫຼີ້ນຂອງແຈັກກີ້ເປັນເອກະລັກສະເພາະຕົວເພາະມີຄວາມລະມັດລະວັງ ແລະ ດຸດັນໄປໃນເວລາດຽວກັນ.

  1. ແມ່ນຫຍັງຄືແຮງຊຸກຍູ້ທີ່ເຮັດໃຫ້ ແຈັກກີ້ ມາຮອດຈຸດນີ້?

JaCkky: ຂ້ອຍເປັນຄົນທີ່ມັກຫຼິ້ນເກມນີ້ ມັກໃນສາຍອາຊີບນີ້ມາຕັ້ງແຕ່ດົນນານແລ້ວ ພ້ອມຄວາມຝັນທີ່ຂ້ອຍຢາກເປັນນັກກິລາ E-sports ທີ່ໄດ້ໄປແຂ່ງຂັນໃນລະດັບໂລກ ແລະ ເວລາທີ່ຂຶ້ນໄປແຂ່ງຂັນຢູ່ເທິງເວທີແລ້ວມີຄົນມາຢືນເຊຍໃຫ້ກໍາລັງໃຈມັນຮູ້ສຶກຕື່ນເຕັ້ນດີ ເລີຍເຮັດໃຫ້ຂ້ອຍມີແຮງຊຸກຍູ້ແລະແຮງຈູງໃຈຈົນສາມາດມາຮອດຈຸດນີ້ໄດ້ ແລະ ຂ້ອຍຍັງມີ “Miracle” ເຊິ່ງເປັນ Pro Player Dota 2 ສັງກັດຢູ່ທີມ Nigma ເປັນຜູ້ສ້າງແຮງບັນດານໃຈຂອງຂ້ອຍ.

  1. ຮູ້ສຶກແນວໃດເມື່ອຫຼາຍຄົນບອກວ່າ ແຈັກກີ້ ຄືຄົນເບີກທາງໃຫ້ແກ່ວົງການ E-sports ລາວ?

JaCkky: ຮູ້ສຶກດີໃຈຫຼາຍ ແລະ ຂ້ອຍຢາກໃຫ້ຄົນລາວເຮົາເຂົ້າເຖິງ ແລະ ເປີດໃຈກ່ຽວກັບ E-sports ຫຼາຍຂຶ້ນ ເພາະຂ້ອຍເຊື່ອວ່າໃນອະນາຄົດວົງການ E-sports ໃນລາວແມ່ນຈະຂະຫຍາຍໃຫຍ່ຂຶ້ນກວ່າເກົ່າ ແລະ ໂດ່ງດັງບໍ່ນ້ອຍໜ້າໃຜເລີຍ ເພາະລາວເຮົາມີຄົນເກັ່ງແລະຄວາມສາມາດຫຼາຍຄົນ.

  1. ໃນອະນາຄົດໄດ້ວາງແຜນຫຍັງແດ່ກ່ຽວກັບການເດີນທາງໃນສາຂາອາຊີບນີ້?

JaCkky: ສຳລັບຕອນນີ້ແມ່ນຍັງບໍ່ຮູ້ເທື່ອ ເພາະວ່າຫຼັງຈາກຈົບການແຂ່ງຂັນ TI11 ຂ້ອຍອາດຈະຢູ່ທີມເກົ່າ ຫຼື ຍ້າຍໄປຢູ່ທີມໃໝ່ກໍໄດ້ ແຕ່ວ່າ Dota 2 ຂ້ອຍຍັງຈະຫຼິ້ນຕໍ່ໄປ

  1. ຢາກຝາກຫຍັງແດ່ກັບຄົນທີ່ສະໜັບສະໜູນ ແລະໃຫ້ກໍາລັງໃຈແຈັກກີ້ມາຕະຫຼອດ?

JaCkky: ຢາກຝາກຂອບໃຈທຸກໆ ຄົນທີ່ໃຫ້ກໍາລັງໃຈ ແລະ ສະໜັບສະໜູນໃນຕົວແຈັກກີ້ມາຕະຫຼອດ ແລະ ສຸດທ້າຍນີ້ຝາກເປັນກໍາລັງໃຈໃຫ້ແຈັກກີ້ແດ່ເດີ້ ຂອບໃຈ.

ຂອບໃຈບົດສຳພາດຈາກ: ສຸລິຍາ ຂຸມເພັດສະວົງ (ແຈັກກີ້)

ສຳພາດໂດຍ: Tern Saiyasack

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ