ເບລຢຽມຮ່ວມມືກັບຈິດຕະແພດອອກໂຄງການປິ່ນປົວຜູ້ປ່ວຍຈິດຕະເວດໂດຍການໃຫ້ໄປເບິ່ງພິພິທະພັນໄດ້ຟຣີ

ເບລຢຽມ

ທຸກມື້ນີ້ ຜູ້ຄົນຈໍານວນນັບລ້ານທົ່ວໂລກ ແມ່ນຕົກຢູ່ໃນພາວະວິຕົກກັງວົນ ຫຼື ເປັນໂຣກຊຶມເສົ້າ ຍ້ອນມາຈາກພວກເຂົາໄດ້ຮັບຜົນກະທົບທາງດ້ານຈິດໃຈ ຈາກສະພາບແວດລ້ອມອ້ອມຂ້າງບໍ່ວ່າຈະເປັນຄົນໃນຄອບຄົວ, ສັງຄົມ, ສົງຄາມ, ໂຣກລະບາດ ຫຼື ແມ່ນແຕ່ທີ່ຢູ່ອາໄສ.

ດ້ວຍເຫດນັ້ນ ເຮັດໃຫ້ຫຼາຍປະເທດໄດ້ເລີ່ມມາໃຫ້ຄວາມສຳຄັນແລະໃສ່ໃຈກັບຫາດັ່ງກ່າວກັນຫຼາຍຂຶ້ນ ເຊັ່ນດຽວກັນກັບ ນະຄອນບຣັສເຊລ ເມືອງຫຼວງຂອງປະເທດເບລຢຽມໄດ້ມີແນວຄິດ ແລະ ວິທີການຊ່ວຍເຫຼືອຜູ້ປ່ວຍຈິດຕະເວດ ໂດຍການອອກໂຄງການໃຫ້ບຸກຄົນທີ່ປ່ວຍ ສາມາດເດີນທາງໄປຢ້ຽມຢາມພິພິທະພັນ ຫຼື ຫໍສິລະປະໃນເມືອງໄດ້.

ເບລຢຽມ

ເຊິ່ງວິທີການດັ່ງກ່າວ ທາງການນະຄອນບຣັສເຊລໄດ້ຮ່ວມມືກັບ ຈິດຕະແພດ ແລະ ນັກຈິດຕະວິທະຍາ ຈາກໂຮງໝໍມະຫາວິທະຍາໄລ CHU Brugmann ໂດຍການອອກເອກະສານໃບສັ່ງໃຫ້ຜູ້ປ່ວຍໄດ້ເຊັນຮັບຮອງ ເຊິ່ງໃນເອກະສານດັ່ງກ່າວຈະຄ້າຍຄືກັບໃບຈ່າຍຢາ ແຕ່ມັນຕ່າງຢູ່ບ່ອນວ່າໃນໃບສັ່ງດັ່ງກ່າວ ຈະສັ່ງໃຫ້ຜູ້ປ່ວຍໄປຍ່າງເບິ່ງຜົນງານຕ່າງໆໃນພິພິທະພັນ ແລະ ຫໍສິລະປະໃນສັງກັດຂອງນະຄອນບຣັສເຊລໄດ້ຟຣີ ໂດຍບໍ່ຕ້ອງເສຍຄ່າໃຊ້ຈ່າຍໃດໆ.

ເບລຢຽມ

ສຳລັບພິພິທະພັນ ແລະ ຫໍສິນທີ່ເຂົ້າຮ່ວມແຄມເປນນີ້ແມ່ນມີຢູ່ 5 ແຫ່ງທົ່ວນະຄອນບຣັສເຊລ ເຊິ່ງເງື່ອນໄຂທີ່ຈະໄປຍັງສະຖານທີ່ດັ່ງກ່າວ ແມ່ນຈະຕ້ອງເປັນຜູ້ປ່ວຍທາງຈິດຕະເວດເທົ່ານັ້ນ ແລະ ຜູ້ປ່ວຍສາມາດພາໝູ່ ຫຼື ພາຄົນໄປນຳກັນໄດ້ບໍ່ເກີນ 3 ຄົນ.

ທາງດ້ານ ເດລຟິນ ຮູບາ ຮອງນາຍົກເທສະມົນຕີຝ່າຍວັດທະນະທໍາຂອງນະຄອນບຣັສເຊລ ຜູ້ທີ່ເປັນໜຶ່ງໃນຜູ້ນຳພາໂຄງການນີ້ ກ່າວວ່າຕົນໄດ້ຮັບແຮງບັນດານໃຈມາຈາກໂຄງການຄ້າຍໆກັນຂອງແຄນາດາ ທີ່ໄດ້ເຮັດມາແລ້ວກ່ອນໜ້ານີ້ໃນປີ 2018.

ເບລຢຽມ

ທັງນີ້ ຈຸດປະສົງທຳອິດຂອງໂຄງການກໍຄືການຊ່ວຍສົ່ງເສີມໃຫ້ປະຊາຊົນໃຫ້ມີການເຂົ້າເຖິງວັດທະນະທຳຫຼັງການລະບາດຂອງ ໂຄວິດ-19 ແລະ ອີກໜຶ່ງຈຸດປະສົງກໍຄືການເປີດຊ່ອງໃຫ້ທາງການແພດໄດ້ໃຊ້ ‘ເຄື່ອງມືໃໝ່ໆ’ ໃນການປິ່ນປົວໄດ້ຫຼາກຫຼາຍຂຶ້ນ. ຢ່າງໃດກໍດີ ທາງທ່ານໝໍຜູ້ເຂົ້າຮ່ວມໂຄງການນີ້ ບອກວ່າການໃຫ້ຜູ້ປ່ວຍເຂົ້າຢ້ຽມຊົມເປັນພຽງທາງເລືອກໜຶ່ງ ທີ່ຜູ້ປ່ວຍເຮັດດ້ວຍຄວາມສະໝັກໃຈ ແລະຈະບໍ່ໄດ້ນຳວິທີການດັ່ງກ່າວມາໃຊ້ແທນວິທີການປິ່ນປົວຫຼັກ ເຊັ່ນ: ການໃຫ້ຢາ, ຈິດບໍາບັດ, ການບໍາບັດດ່ຽວ ຫຼື ກຸ່ມ ແຕ່ຢ່າງໃດ.

ໂຄງການດັ່ງກ່າວນີ້ແມ່ນໃຊ້ໄລຍະເວລາ 6 ເດືອນໃນການເຄື່ອນໄຫວ ເຊິ່ງວ່າຖ້າຫາກມັນປະສົບຜົນສຳເລັດແລະເປັນໄປດ້ວຍດີ ທາງການນະຄອນບຣັສເຊລກໍອາດຈະຂະຫຍາຍເວລາອອກໄປອີກ.

ເບລຢຽມ

ນອກຈາກນີ້ ເມື່ອປີ 2019 ອົງການອະນາໄມໂລກ (WHO) ກໍໄດ້ລາຍງານວ່າ ສິລະປະມີ “ບົດບາດສຳຄັນ” ໃນການຊ່ວຍເຫຼືອ ແລະ ປິ່ນປົວໂຣກທາງຈິດໄດ້ດີ ເຊິ່ງນັ້ນມັນໄດ້ຕອກຢໍ້າເຖິງຄວາມສຳຄັນທີ່ໜ່ວຍງານທາງດ້ານສາທາລະນະສຸກ ໄດ້ມາຮ່ວມມືກັບໜ່ວຍງານດ້ານວັດທະນະທໍາໃຫ້ຫຼາຍຂຶ້ນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ