ເຕືອນໄພ! O.MG Cable ສາຍສາກດຶງຂໍ້ມູນ ທີ່ພຽງແຕ່ທ່ານສາກໂທລະສັບ ຂໍ້ມູນລະຫັດຕ່າງໆ ກໍອາດຖືກແຮັກໄປໄດ້

ເຕືອນໄພ! O.MG Cable

ໃນຍຸກທີ່ເທັກໂນໂລຢີກຳລັງຈະເລີນເຕີບໂຕຢ່າງກ້າວກະໂດດ ແລະ ຫຼາຍສິ່ງຫຼາຍຢ່າງສາມາດເຊື່ອມເຂົ້າກັນດ້ວຍຄຳວ່າອິນເຕີເນັດນັ້ນ ຄວາມເປັນສ່ວນຕົວ ແລະ ຄວາມປອດໄພໃນດ້ານຂໍ້ມູນຕ່າງໆ ຖືເປັນເລື່ອງທີ່ສຳຄັນອັນດັບຕົ້ນໆ.

ເຕືອນໄພ! O.MG Cable

ມື້ນີ້ຈະພາມາເບິ່ງ O.MG Cable ອຸປະກອນການແຮັກຂໍ້ມູນທີ່ມາໃນຮູບແບບຂອງສາຍສາກໂທລະສັບທົ່ວໄປ ທີ່ພຽງແຕ່ທ່ານໃຊ້ສາຍດັ່ງກ່າວ ສາກໂທລະສັບ ຫຼື ອຸປະກອນອີເລັກໂທຣນິກຂອງທ່ານ ແຮັກເກີກໍສາມາດເຂົ້າເຖິງ ແລະ ສາມາດດັກຈັບຂໍ້ມູນຂອງທ່ານບໍ່ວ່າຈະເປັນ ອີເມລ ຫຼື ລະຫັດຜ່ານ ໄດ້ຢ່າງສະບາຍໆ ໃນແບບທີ່ເຮົາເອງກໍຍັງບໍ່ຮູ້ຕົວເລີຍ.

ເຕືອນໄພ! O.MG Cable

O.MG Cable ແມ່ນມີຂາຍຕາມເວັບໄຊ ຂອງແຮັກເກີຕ່າງໆ ເຊິ່ງລາຄາຢູ່ທີ່ປະມານ 120-160 ໂດລາ ໂດຍອຸປະກອນດັ່ງກ່າວຈະມີໜ້າຕາຄ້າຍຄືກັບສາຍສາກທີ່ເຮົາໃຊ້ທົ່ວໄປ ບໍ່ວ່າຈະເປັນແບບ USB-C ຫຼື Lightning ທີ່ບໍ່ສາມາດແຍກອອກດ້ວຍຕາເປົ່າ. ເຊິ່ງຈຸດທີ່ແຕກຕ່າງກໍຄື ສາຍສາກເຫຼົ່ານີ້ໄດ້ມີການຝັງຊິບຂະໜາດນ້ອຍໄວ້ທີ່ບໍລິເວນປາຍສາຍ ທີ່ເຮັດໜ້າທີ່ຄ້າຍໆຄືກັບ WIFI ເຊິ່ງພຽງແຕ່ເຮົາສຽບສາຍສາກດັ່ງກ່າວເຂົ້າກັບອຸປະກອນຂອງເຮົາ ກໍຈະມີໄຟໄປລ້ຽງ ຊິບ ທີ່ຝັງຢູ່ ແລ້ວຂະບວນການຕ່າງໆ ກໍຈະເລີ່ມຕົ້ນຂຶ້ນທັນທີ ໃຫ້ແຮັກເກີສາມາດເຈາະເຂົ້າມາໃນອຸປະກອນຂອງເຮົາໄດ້.

ເຕືອນໄພ! O.MG Cable

ຍົກຕົວຢ່າງ: ຫຼັງຈາກແຮັກເກີສາມາດເຊື່ອມຕໍ່ເຂົ້າກັບ ອຸປະກອນຂອງເຮົາໄດ້ແລ້ວ  ແຮັກເກີກໍຈະສາມາດຮັບຮູ້ໄດ້ວ່າເຮົາພິມຫຍັງແດ່ລົງໄປໃນຄີບອດ ເຊັ່ນເຮົາພິມ ເຂົ້າເວັບໄຊ, ອີເມລ, ລະຫັດຜ່ານ ຮ້າຍແຮງໄປກວ່ານັ້ນແມ່ນບັນຊີທະນາຄານ ເຊິ່ງຂໍ້ມູນທີ່ມີຄວາມລະອຽດອ່ອນເຫຼົ່ານີ້ ກໍຈະຖືກສົ່ງໄປຫາແຮັກເກີທັນທີ. ເຊິ່ງຈະເຮັດໃຫ້ແຮັກເກີຮັບຮູ້ໄດ້ທັນທີ ວ່າເຮົາເຂົ້າເວັບຫຍັງ, ມີຊື່ຜູ້ໃສ່ ແລະ ລະຫັດຜ່ານ ແນວໃດ ແລະ ສາມາດປອມຕົວເປັນເຮົາໄດ້ເລີຍທັນທີ.

ເຕືອນໄພ! O.MG Cable

ຕົວອຸປະກອນດັ່ງກ່າວນີ້ ໄດ້ມີການເປີດຕົວຄັ້ງທຳອິດ ຕັ້ງແຕ່ໄລຍະປີ 2019 ແລະ ໄດ້ມີການພັດທະນາມາຕະຫຼອດ ໂດຍຈຸດປະສົງຂອງ O.MG Cable ເປັນພຽງອຸປະກອນສຳລັບການທົດສອບ ແລະ ໃຊ້ສຳຫຼັບເຝິກຝົນໜ່ວຍງານດ້ານຄວາມປອດໄພ ໄຊເບີ ເທົ່ານັ້ນ.

ເຊິ່ງວິທີປ້ອງກັນຈາກການຖືກໂຈມຕີດ້ວຍວິທີດັ່ງກ່າວກໍຄື ຫຼີກເວັ້ນການຢືມ ຫຼື ນຳໃຊ້ສາຍສາກທີ່ເຮົາບໍ່ໝັ້ນໃຈ ຫຼື ໃນກໍລະນີທີ່ຮູ້ຕົວວ່າຖືກແຮັກແລ້ວ ໃຫ້ພະຍາຍາມປ່ຽນລະຫັດ ຂໍ້ມູນຕ່າງໆ ໃຫ້ໄວທີ່ສຸດ ແລະ ນຳໃຊ້ລະບົບຢືນຍັນຕົວຕົນ ແບບ 2 ຊັ້ນນຳກໍຍິ່ງເປັນການດີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/