ສປປ ລາວ ກຽມນຳໃຊ້ເຄື່ອງອົບແຫ້ງພະລັງງານແສງຕາເວັນ ເພື່ອຍົກສູງຄຸນະພາບຜະລິດຕະພັນອົບແຫ້ງ ແລະ ສິນຄ້າໂອດັອບ

ສປປ ລາວ ກຽມນຳໃຊ້ເຄື່ອງອົບແຫ້ງ

ສປປ ລາວ ເປີດໂຄງການພັດທະນາ ແລະ ສົ່ງເສີມການນຳໃຊ້ລະບົບອົບແຫ້ງພະລັງງານແສງຕາເວັນ ສຳລັບແປຮູບຜະລິດຕະພັນກະສິກຳ ແລະ ສິນຄ້າໂອດັອບ ເພື່ອຍົກສູງຄຸນະພາບຂອງຜົນຜະລິດກະສິກຳ ແລະ ຜະລິດຕະພັນອົບແຫ້ງພາຍໃນປະເທດ ໃຫ້ໄດ້ມາດຕະຖານ ສາມາດສົ່ງອອກຂາຍຕ່າງປະເທດໄດ້.

ປັດຈຸບັນ ລັດຖະບານ ກຳລັງສຸມໃສ່ການຈັດຕັງປະຕິບັດໂຄງການຄໍ້າປະກັນສະບຽງອາຫານ ແລະ ການຜະລິດເປັນສິນຄ້າເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກຂາຍຕ່າງປະເທດ. ບັນຫາສຳຄັນທີ່ເປັນສິ່ງທ້າທາຍໃຫ້ສິນຄ້າລາວເຮົາເພື່ອໃຫ້ເປັນທີ່ຍອມຮັບຂອງຕະຫຼາດ ແລະ ຂໍ້ອ້າງໃນການກີດກັ້ນ, ແຂ່ງຂັນ ຫຼື ຍາດແຍ່ງຕະຫຼາດກັບຕ່າງປະເທດ ແມ່ນບັນຫາເລື່ອງຄຸນະພາບ, ຄວາມສະອາດ ແລະ ມາດຕະຖານຂອງສິນຄ້າ.

ສປປ ລາວ ກຽມນຳໃຊ້ເຄື່ອງອົບແຫ້ງ

ເຊິ່ງໂຄງການດັ່ງກ່າວ ແມ່ນເພື່ອພັດທະນາ ແລະ ສົ່ງເສີມການນຳໃຊ້ເທັກໂນໂລຢີ ເຄື່ອງອົບແຫ້ງພະລັງງານແສງຕາເວັນ ເພື່ອຍົກສູງຄຸນະພາບຂອງຜົນຜະລິດກະສິກຳ ແລະ ຜະລິດຕະພັນອົບແຫ້ງຄຸນະພາບສູງ ດ້ວຍການໝູນໃຊ້ບົດຮຽນ ແລະ ປະສົບການຂອງສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່, ບົດຮຽນຂອງບັນດາປະເທດແມ່ນໍ້າຂອງ ໂດຍສະເພາະປະເທດໄທ ແລະ ຂອງ ສ ເກົາຫຼີ ເພື່ອນຳມາດັດປັບໃຫ້ເຂົ້າກັບສະພາບເງື່ອນໄຂຂອງປະເທດ ແລະ ປັບເຂົ້າກັບຄຸນລັກສະນະການອົບແຫ້ງຂອງຜະລິດຕະພັນແຕ່ລະຊະນິດ ເພື່ອໃຫ້ເກີດປະສິດທິພາບ ແລະ ປະສິດທີຜົນສູງສຸດ ທັງທາງດ້ານການນຳໃຊ້ພະລັງງານ ແລະ ຄວາມກຸ້ມຄ່າທາງດ້ານເສດຖະກິດ.

ສປປ ລາວ ກຽມນຳໃຊ້ເຄື່ອງອົບແຫ້ງ

ໂດຍໃນເມື່ອກ່ອນ ເທັກນິກການອົບແຫ້ງສ່ວນໃຫຍ່ແມ່ນນຳໃຊ້ວິທີການແບບທຳມະຊາດ ໂດຍສະເພາະການຕາກແດດໂດຍກົງ ເພາະເປັນວິທີທີ່ງ່າຍ ແລະ ມີຕົ້ນທຶນຕໍ່າ, ແຕ່ຈະໄດ້ຜົນຜະລິດທີ່ມີຄຸນະພາບຕໍ່າ ແລະ ມີບັນຫາເລື່ອງຄວາມສະອາດ ເພາະວ່າມີການປົນເປື້ອນຂີ້ຝຸ່ນ, ສັດ, ແມງໄມ້, ແມງວັນລົບກວນ. ນອກຈາກນີ້ ການຕາກແຫ້ງຍັງຂຶ້ນກັບສະພາບອາກາດ ຖ້າຟ້າບົດ ຫຼື ຝົນຕົກເຮັດໃຫ້ວັດຖຸທີ່ຕາກບໍ່ແຫ້ງດີ ເກີດຄວາມສ່ຽງ ເຮັດໃຫ້ເກີດເຊື້ອຣາ ແລະ ເນົ່າເສຍ.

ສປປ ລາວ ກຽມນຳໃຊ້ເຄື່ອງອົບແຫ້ງ

ເຊິ່ງໂຄງການດັ່ງກ່າວໄດ້ມີການອອກແບບ ແລະ ພັດທະນາເຄື່ອງອົບແຫ້ງໃຫ້ແທດເໝາະກັບການອົບແຫ້ງຜະລິດຕະພັນກະສີກຳແຕ່ລະຊະນິດ ໂດຍນໍາໃຊ້ວັດຖຸດິບທີ່ຫາໄດ້ໃນທ້ອງຖິ່ນ ແນ່ໃສ່ລົດຜ່ອນຕົ້ນທຶນ ແລະ ຊາວກະສິກອນສາມາດຜະລິດໃຊ້ເອງໄດ້, ສົ່ງເສີມການນຳໃຊ້ເທັກໂນໂລຢີອົບແຫ້ງໃຫ້ແກ່ຊາວກະສິກອນ ເພື່ອລົດຜ່ອນການສູນເສຍ, ການເຊື່ອມຄຸນະພາບ ແລະ ການເຊື່ອມມູນຄ່າຂອງຜົນຜະລິດກະສີກຳ ຫຼັງການເກັບກ່ຽວ, ເພີ່ມມູນຄ່າໃຫ້ຜົນຜະລິດກະສີກຳດ້ວຍການແປຮູບເປັນສິນຄ້າ. ນອກຈາກນັ້ນ, ຍັງເປັນການສ້າງຄວາມອາດສາມາດໃຫ້ແກ່ນັກວິຊາການທ້ອງຖິ່ນໃນການບໍລິການໃຫ້ຄຳປຶກສາ, ອອກແບບເຄື່ອງອົບແຫ້ງ ແລະ ບໍລິການຕິດຕັ້ງເຄື່ອງອົບທີ່ແທດເໝາະກັບຄວາມຕ້ອງການຢູ່ທ້ອງຖິ່ນຂອງຕົນ.

ຂອບໃຈຂໍ້ມູນຈາກ: https://bit.ly/3H9zxvy

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/