ເດັກຊາຍອາຍຸ 4 ປີ ລັກໄປຫຼິ້ນນອກບ້ານ ແລ້ວກັບມາພ້ອມໝູ່ໃໝ່ (ກວາງ)


ທ່ານຈະເຮັດແນວໃດ ຖ້າມື້ໜຶ່ງລູກຊາຍສຸດທີ່ຈະດື້ຂອງທ່ານໄປຫຼິ້ນກັບມາພ້ອມກວາງ?

ເຫດການນີ້ເກີດຂຶ້ນທີ່ລັດເວີຈິເນຍ ປະເທດສະຫະລັດອາເມຣິກາ ເມື່ອ “ໂດມິນິກ” ເດັກນ້ອຍສຸດດື້ອາຍຸ 4 ປີ ອອກໄປຫຼິ້ນນອກບ້ານໃນຂະນະທີ່ແມ່ຂອງລາວກຳລັງເກັບເຄື່ອງຢູ່.

ສະເຕຟານີ ບຣາວ ຜູ້ເປັນແມ່ ເລົ່າວ່າຫຼັງຈາກທີ່ຈັດການເຄື່ອງໃນຕູ້ເຢັນແລ້ວ ສະເຕຟານີກໍໄດ້ຍິນສຽງຍ່າງຂອງລູກຊາຍກັບມາຈາກນອກເຮືອນຫຼັງຈາກໄປຫຼິ້ນ, ແຕ່ເມື່ອສະເຕຟານີອອກໄປເປີດປະຕູຕ້ອນຮັບກໍຕ້ອງແປກໃຈກັບພາບທີ່ເຫັນ.

“ນີ້ຄົງເປັນເຫດການທີ່ບໍ່ມີວັນລືມ ຂ້ອຍຢືນອຶ້້ງແລະຕະລຶງໄປເຖິງ 2 ວິນາທີ ເພາະບໍ່ຢາກຈະເຊື່ອວ່າລູກຊາຍຈະກັບມາພ້ອມກັບກວາງນ້ອຍ”

ສ່ວນເດັກຊາຍດັ່ງກ່າວເຮັດຄືບໍ່ມີຫຍັງເກີດຂຶ້ນ ປານກັບວ່າພຽງແຕ່ພາໝູ່ກັບມາຫຼິ້ນນຳຢູ່ເຮືອນເທົ່ານັ້ນ. ຫຼັງຈາກນັ້ນ, ສະເຕຟານີໄດ້ບອກກັບລູກຊາຍຂອງຕົນເອງວ່າ ໃຫ້ພາກວາງນ້ອຍນີ້ກັບໄປສົ່ງຢູ່ເຮືອນຂອງມັນ ຖ້າບໍ່ດັ່ງນັ້ນແມ່ຂອງມັນຄືຈະຕ້ອງຕາມຫາລູກແທ້ໆ.

ຫຼັງຈາກນັ້ນ ພາບຄວາມໜ້າຮັກລະຫວ່າງມິດຕະພາບຂອງໂດມິນິກ ກັບກວາງນ້ອຍກໍກາຍເປັນກະແສເທິງ Facebook ໃນອາເມຣິກາຈົນເຮັດໃຫ້ຫຼາຍຄົນອົດທີ່ຈະຍິ້ມຕາມບໍ່ໄດ້ກັນເລີຍ.

ພາບ: nbc12.com

ຂອບໃຈຂໍ້ມູນຈາກ: