ເຈົ້າສາວອິນເດຍຍົກເລີກງານດອງດ້ວຍສາເຫດທີ່ເຈົ້າບ່າວເລົ່າບັ້ງສູດຄູນ 2 ບໍ່ໄດ້!!!


ຕອນຍັງນ້ອຍເວລາຮຽນເລກ ສິ່ງທີ່ທຸກຄົນຕ້ອງໄດ້ຮຽນນັ້ນກໍແມ່ນ “ການທ່ອງສູດຄູນ” ຄວາມຍາກງ່າຍກໍຕາມລຳດັບເລີຍ ເຊິ່ງຖືວ່າເປັນຄວາມຮູ້ພື້ນຖານໃນການຮຽນວິຊາຄະນິດສາດ ແລະ ເປັນຄວາມຮູ້ພື້ນຖານທີ່ສາມາດໃຊ້ໃນຊີວິດປະຈຳວັນເຊັ່ນກັນ.

ເຊິ່ງຜູ້ທີ່ໃຫ້ຄວາມສຳຄັນກັບປະເດັນການທ່ອງສູດຄູນ 2 ນີ້ອີກຄົນໜຶ່ງ ນັ້ນກໍແມ່ນເຈົ້າສາວຊາວອິນເດຍລາຍນີ້ທີ່ກຳລັງເຂົ້າວິວາຢູ່ ເຊິ່ງງານດອງແມ່ນຢູ່ທີ່ລັດອຸດຕະຣະ ປະເທດອິນເດຍ ງານດອງແມ່ນເຈົ້າສາວໄດ້ແຕ່ງກັບຄົນທີ່ພໍ່ແມ່ເລືອກໃຫ້ຢ່າງບໍ່ເຕັມໃຈ, ລະຫວ່າງງານດອງກຳລັງດຳເນີນໄປຢູ່ນັ້ນ ເຈົ້າສາວໄດ້ລຸກຂຶ້ນ ແລະ ປະກາດຍົກເລີກງານແຕ່ງທ່າມກາງແຂກທີ່ເຮັດໜ້າງົງໆ!!! ຫຼັງຈາກເຈົ້າສາວພົບວ່າ ລາວໄດ້ທົດສອບເຈົ້າບ່າວດ້ວຍການໃຫ້ເຈົ້າບ່າວທ່ອງສູດຄູນ 2 ງ່າຍໆ ແຕ່ເຈົ້າບ່າວກໍທ່ອງບໍ່ໄດ້.

ສື່ທ້ອງຖິ່ນໄດ້ບອກວ່າ ເຈົ້າສາວບໍ່ພໍໃຈຫຼາຍ ເມື່ອເຫັນວ່າເຈົ້າບ່າວຄົນທີ່ຕົນຈະຝາກຊີວິດໄວ້ ທ່ອງສູດຄູນທີ່ເປັນຄວາມຮູ້ພື້ນຖານບໍ່ໄດ້ ແລະ ປະກາດຍຸຕິງານແຕ່ງດອງທັນທີ!!!

ຍາດພີ່ນ້ອງຂອງເຈົ້າສາວ ແລະ ຄອບຄົວຝ່າຍເຈົ້າບ່າວໄດ້ພະຍາຍາມໂນ້ມນ້າວໃຫ້ເຈົ້າສາວປ່ຽນໃຈ ແຕ່ເຈົ້າສາວກໍຢືນຢັນຈະບໍ່ເຂົ້າພິທີແຕ່ງດອງເດັດຂາດ ເຊິ່ງໃຫ້ເຫດຜົນວ່າ ຕົນບໍ່ສາມາດແຕ່ງກັບຄົນທີ່ບໍ່ມີຄວາມຮູ້ພື້ນຖານ ແມ່ນແຕ່ທ່ອງສູດຄູນບັ້ງ 2 ກໍຍັງບໍ່ໄດ້,​ ເຫດຜົນດັ່ງກ່າວ ເຮັດໃຫ້ຍາດພີ່ນ້ອງຝ່າຍເຈົ້າສາວຫຼາຍຄົນເຂົ້າໃຈ ແລະ ກໍໄດ້ຮັບສຽງຍ້ອງຍໍຈຳນວນຫຼາຍ ທີ່ລາວກ້າສະແດງອອກ ແລະ ເລືອກຄູ່ຊີວິດຢ່າງສະຫຼາດ ເຖິງຈະແປກໆກໍຕາມ.

ສຸດທ້າຍງານແຕ່ງດອງກໍໄດ້ຍົກເລີກໄປ ໂດຍມີຕຳຫຼວດມາຊ່ວຍໄກ່ເກ່ຍໃຫ້ແກ່ທັງສອງຝ່າຍ ແລະ ຄືນສິນສອດທັງໝົດໃຫ້ແກ່ຝ່າຍເຈົ້າບ່າວໄປ.

ຂອບໃຈຂໍ້ມູນຈາກ:

https://bit.ly/2Sx1PJQ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/