ລັດຖະບານອິນເດຍ ສັ່ງລຶບໂພສການວິຈານລັດຖະບານ ກ່ຽວກັບວຽກງານຕ້ານໂຄວິດ-19


ລັດຖະບານອິນເດຍ ສັ່ງເຟສບຸກ, ທະວິດເຕີ ລຶບຂໍ້ມູນວິຈານລັດຖະບານ ກ່ຽວກັບການສະກັດກັ້ນພະຍາດໂຄວິດ-19 ທີ່ລົ້ມເຫຼວ.

ສື່ຕ່າງປະເທດຫຼາຍແຫ່ງ ລາຍງານກົງກັນວ່າລັດຖະບານອິນເດຍ ໄດ້ສົ່ງຄຳຂໍໄປຍັງສື່ອອນລາຍຕ່າງໆ ລວມທັງເຟສບຸກ ແລະ ທະວິດເຕີ ເພື່ອໃຫ້ລຶບໂພສອອກ. ໂດຍໂພສເຫຼົ່ານັ້ນປະກອບໄປດ້ວຍ ໂພສວິຈານລັດຖະບານ ແລະ ໄລ່ໃຫ້ນາຍົກລັດຖະມົນຕີອິນເດຍ Narendra Modi ລາອອກຈາກຕຳແໜ່ງຈຳນວນ 52 ໂພສ ແລະ ໂພສທີ່ກ່ຽວຂ້ອງກັບຂ່າວລື ລວມເຖິງຂ່າວທີ່ອາດຈະເປັນຂ່າວລືກ່ຽວກັບໂຄວິດ-19 ໃນອິນເດຍ ຈຳນວນຫຼາຍຮ້ອຍໂພສເລີຍກໍວ່າໄດ້.

ສາເຫດທີ່ເປັນຂ່າວອອກມາ ເພາະຫຼັງຈາກໄດ້ຮັບຄຳຂໍຈາກລັດຖະບານອິນເດຍເປັນທີ່ຮຽບຮ້ອຍ ທາງທະວິດເຕີກໍຈັດການເຮັດຕາມຄຳຂໍ ແຕ່ມີການລົງບັນທຶກຄຳຂໍໃຫ້ລຶບດັ່ງກ່າວໄວ້ ໃຫ້ສາມາດເຂົ້າເຖິງ ແລະ ກວດສອບໄດ້.

ຫຼັງຈາກທີ່ ໄດ້ຮັບຄຳສັ່ງໃຫ້ລຶບຕາມກົດໝາຍ ກໍຈະພິຈາລະນາວ່າເນື້ອຫານັ້ນລະເມີດກົດຂອງທະວິດເຕີ ຫຼື ກົດໝາຍປະເທດເຫຼົ່ານັ້ນ ຫຼື ບໍ່. ຖ້າລະເມີດກົດທະວິດເຕີ ຈະນຳເນື້ອຫາອອກຈາກແພັດຟອມ. ແຕ່ຖ້າລະເມີດພຽງແຕ່ກົດໝາຍທ້ອງຖິ່ນ ຈະຍັງບໍ່ໄດ້ນຳອອກຈາກທະວິດເຕີ ພຽງແຕ່ປິດກັ້ນການເຂົ້າເຖິງໃນປະເທດນັ້ນ ກໍລະນີນີ້ກໍຄືອິນເດຍ.

ທຸກເຄສທີ່ເກີດຂຶ້ນ ຈະເຮັດການແຈ້ງເຕືອນເຈົ້າຂອງໂພສໂດຍກົງ ວ່າໄດ້ຮັບຄຳສັ່ງຕາມກົດໝາຍໃຫ້ລຶບ, ອິນເດຍ ຖືວ່າເປັນປະເທດທີ່ມີປະຊາກອນອັນດັບ 2 ຂອງໂລກ ແລະ ຍັງມີບັນຫາເລື່ອງຂອງຊົນຊັ້ນທີ່ແຕກຕ່າງກັນຫຼາຍ ກັບບັນຫາດ້ານລະບົບສາທາລະນະສຸກ ແລະ ຄາດວ່າທີ່ບັນຫາໂຄວິດ-19 ໃນອິນເດຍຈະບັນເທົາລົງ ກໍຈົນກວ່າປະເທດຈະໄດ້ຮັບວັກຊີນ.

ຂອບໃຈຂໍ້ມູນຈາກ:
https://bit.ly/3f5y1LJ
https://www.blognone.com/node/122347

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/