ເຈົ້າຟ້າອາກິຊິໂນະ ປະທານອະນຸຍາດໃຫ້ເຈົ້າຍິງມາໂກະ ສົມຣົດກັບຊາຍຊາວສາມັນຊົນແລ້ວ


ເຈົ້າຟ້າອາກິຊິໂນະ ປະທານອະນຸຍາດ ໃຫ້ເຈົ້າຍິງມາໂກະ ທິດາອົງທຳອິດ ເສກສົມຣົດກັບແຟນໜຸ່ມສາມັນຊົນແລ້ວ ຫຼັງຈາກເລື່ອນມາ 2 ປີ ຈາກກຳນົດການປີ 2018.

ສຳນັກຂ່າວ NHK ເຜີຍວ່າ ເຈົ້າຟ້າຟຸມິຮິໂຕະ ໄດ້ບອກກັບນັກຂ່າວໃນເລື່ອງນີ້ ກ່ອນຈະເຖິງວັນຄ້າຍວັນເກີດທີ 30 ພະຈິກ 2020 ວ່າ: ພະອົງປະທານອະນຸຍາດໃຫ້ເຈົ້າຍິງມາໂກະ ເສກສົມຣົດກັບທ້າວ ໂຄຣຸໂມະ ແລ້ວ ແຕ່ວ່າກຳນົດການວັນເສກສົມຣົດ ກໍຕ້ອງມີການພິຈາລະນາອີກຄັ້ງໃນອະນາຄົດ ເນື່ອງຈາກຕາມຄວາມເຫັນຂອງພະອົງ ໄດ້ຄິດວ່າ ຂະນະນີ້ບໍ່ແມ່ນສະຖານະການທີ່ປະຊາຊົນຈຳນວນຫຼາຍຈະມີຄວາມຮູ້ສຶກເຊື່ອໝັ້ນ ແລະ ອອກມາສະແດງຄວາມຍິນດີຕໍ່ການເສກສົມຣົດ.

ບີບີຊີລາຍງານວ່າ ຍັງບໍ່ແນ່ນອນວ່າ ພິທີສົມຣົດຂອງເຈົ້າຍິງມາໂກະ ແລະ ທ້າວຄຸຣຸມະ ເຊິ່ງອາຍຸ 29 ປີຄືກັນຈະມີຂຶ້ນເມື່ອໃດ, ເຈົ້າຍິງມາໂກະຈະຕ້ອງສະຫຼະຍົດຖາບັນດາສັກ ຫຼັງຈາກເສກສົມຣົດກັບຊາຍຊາວສາມັນຊົນ, ຫຼັງຈາກກ່ອນໜ້ານີ້ ຊາວຍີ່ປຸ່ນພາກັນສົງໄສ ຄາດເດົາເຖິງສາເຫດທີ່ເຮັດໃຫ້ເຈົ້າຍິງມາໂກະເລື່ອນພິທີອອກໄປເຖິງ 2 ປີ ຫຼັງຈາກໄດ້ໝັ້ນກັບທ້າວຄຸຣຸໂມະ ເມື່ອເດືອນກັນຍາປີ 2017 ເນື່ອງຈາກວາລະສານແນວກອສຊິບຫຼາຍສະບັບໃນຍີ່ປຸ່ນ ເປີດເຜີຍກ່ຽວກັບບັນຫາທາງການເງິນຂອງແມ່ທ້າວຄຸຣຸມະຢ່າງຕໍ່ເນື່ອງ.

ເຊິ່ງຕໍ່ມາສຳນັກພະລາຊະວັງ ກໍໄດ້ປະຕິເສດຂໍ້ກ່າວຫານັ້ນວ່າ ການເລື່ອນພິທີເສກສົມຣົດຂອງເຈົ້າຍິງມາໂກະບໍ່ກ່ຽວກັບບັນຫາການເງິນຂອງແມ່ທ້າວຄຸຣຸໂມະແຕ່ຢ່າງໃດ, ສ່ວນທ້າວຄຸຣຸໂມະເຊິ່ງຂະນະນີ້ຮຽນຈົບການສຶກສາເພີ່ມເຕີມໃນສາຂາກົດໝາຍມະຫາວິທະຍາໄລຟອດແຮມ ໃນນິວຢອກແລ້ວ ໄດ້ປະຕິເສດວ່າ ຄອບຄົວຂອງລາວບໍ່ໄດ້ມີບັນຫາທາງດ້ານການເງິນ.

ທີ່ມາ: https://www.thairath.co.th/news/foreign/1986247