ໄພເງິນເຟີ້ສະຫະລັດ ອາເມຣິກາ ພຸ່ງຂຶ້ນສູງສຸດໃນຮອບ 3 ປີ ຈາກວິກິດສົງຄາມຕາເວັນອອກກາງ ແລະ ລາຄາພະລັງງານທີ່ແພງຂຶ້ນຢ່າງຕໍ່ເນື່ອງ ສົ່ງຜົນກະທົບໂດຍກົງຕໍ່ຄ່າຄອງຊີບຂອງປະຊາຊົນ ແລະ ກາຍເປັນສິ່ງທ້າທາຍທາງການເມືອງຄັ້ງໃຫຍ່ຂອງລັດຖະບານກ່ອນການເລືອກຕັ້ງກາງສະໄໝ.
ສຳນັກຂ່າວຣອຍເຕີລາຍງານວ່າ ອັດຕາເງິນເຟີ້ຜູ້ບໍລິໂພກຂອງສະຫະລັດອາເມຣິກາໃນເດືອນເມສາ 2026 ທີ່ຜ່ານມາ ໄດ້ມີການປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ ຈົນແຕະລະດັບສູງສຸດໃນຮອບ 3 ປີ ເຊິ່ງເປັນການເພີ່ມແຮງກົດດັນຢ່າງມະຫາສານຕໍ່ ທ່ານ ໂດນັລ ທຣຳ ແລະ ພັກຣີພັບບລິກັນ ກ່ອນທີ່ຈະມີການເລືອກຕັ້ງກາງສະໄໝໃນເດືອນພະຈິກນີ້.
ໂດຍກະຊວງແຮງງານສະຫະລັດເປີດເຜີຍວ່າ ດັດຊະນີລາຄາຜູ້ບໍລິໂພກ (CPI) ປັບເພີ່ມຂຶ້ນ 0.6% ຈາກເດືອນກ່ອນໜ້າ ສົ່ງຜົນໃຫ້ອັດຕາເງິນເຟີ້ລາຍປີດີດຕົວຂຶ້ນມາຢູ່ທີ່ 3.8% ເຊິ່ງຖືວ່າເປັນການປັບຂຶ້ນທີ່ຮຸນແຮງທີ່ສຸດນັບຕັ້ງແຕ່ກາງປີ 2023 ເປັນຕົ້ນມາ.
ປັດໄຈຫຼັກທີ່ຊຸກດັນໃຫ້ລາຄາສິນຄ້າພຸ່ງສູງ ແມ່ນມາຈາກ ລາຄາພະລັງງານ ທີ່ໄດ້ຮັບຜົນກະທົບໂດຍກົງຈາກສະຖານະການສົງຄາມລະຫວ່າງ ສະຫະລັດ-ອິດສະຣາແອນ ແລະ ອີຣ່ານ ໂດຍລາຄານ້ຳມັນເຊື້ອໄຟປະເພດດີເຊລພຸ່ງສູງເຖິງ 17% ແລະ ນ້ຳມັນເບັນຊິນເພີ່ມຂຶ້ນ 5.4% ນອກຈາກນີ້ ຄ່າໄຟຟ້າຍັງປັບຕົວສູງຂຶ້ນຕາມຄວາມຕ້ອງການຊົມໃຊ້ພະລັງງານຂອງ ສູນຂໍ້ມູນ (Data Center) ທີ່ຮອງຮັບເຕັກໂນໂລຊີປັນຍາປະດິດ ຫຼື AI ທີ່ກຳລັງຂະຫຍາຍຕົວຢ່າງໄວວາ ໃນຂະນະທີ່ລາຄາອາຫານໃນຊຸບເປີມາເກັດກໍປັບຕົວສູງຂຶ້ນໃນຮອບຫຼາຍປີ ບໍ່ວ່າຈະເປັນລາຄາຊີ້ນງົວ, ກາເຟ ແລະ ຜະລິດຕະພັນນົມ ເຊິ່ງນັກເສດຖະສາດໄດ້ເຕືອນວ່າບັນຫາການຂາດແຄນຝຸ່ນອາດຈະເຮັດໃຫ້ລາຄາອາຫານຍັງຄົງຢູ່ໃນລະດັບສູງຕໍ່ໄປ.
ລາຍງານຍັງລະບຸຕື່ມວ່າ ຄ່າເຊົ່າເຮືອນ ແລະ ຄ່າໂດຍສານເຮືອບິນ ກໍເປັນອີກໜຶ່ງປັດໄຈສຳຄັນທີ່ເຮັດໃຫ້ ເງິນເຟີ້ພື້ນຖານ (Core CPI) ພຸ່ງຂຶ້ນມາຢູ່ທີ່ 2.8% ເຊິ່ງສະຖານະການນີ້ເຮັດໃຫ້ລາຍໄດ້ຂອງແຮງງານເລີ່ມໄລ່ຕາມຄ່າຄອງຊີບບໍ່ທັນເປັນຄັ້ງທຳອິດໃນຮອບ 3 ປີ ສົ່ງຜົນໃຫ້ຄົວເຮືອນອາເມຣິກັນຕ້ອງປະເຊີນກັບຄວາມລຳບາກໃນການໃຊ້ຈ່າຍປະຈຳວັນ ໂດຍນັກວິເຄາະຈາກຫຼາຍສະຖາບັນເບິ່ງວ່າ ທະນາຄານກາງສະຫະລັດ (Fed) ມີທ່າອ່ຽງທີ່ຈະຄົງອັດຕາດອກເບ້ຍໄວ້ໃນລະດັບສູງທີ່ 3.50%-3.75% ຕໍ່ໄປຈົນເຖິງປີ 2027 ເພື່ອຄວບຄຸມສະຖານະການ.
#LaoXperts #ເງິນເຟີ້ສະຫະລັດ #ເສດຖະກິດໂລກ2026 #ລາຄານ້ຳມັນ #ສົງຄາມຕາເວັນອອກກາງ #Fed #ຂ່າວຕ່າງປະເທດ


