ເກົາຫຼີໃຕ້ອະນຸຍາດໃຫ້ການສັກລາຍຕ້ອງເຮັດໂດຍແພດໝໍເທົ່ານັ້ນ ຊ່າງສັກແລະສິລະປິນຫ້າມເຮັດເອງ

ເກົາຫຼີໃຕ້

ເກົາຫຼີໃຕ້ແມ່ນປະເທດໜຶ່ງທີ່ມີປະຊາກອນຢ່າງໜ້ອຍ 1 ລ້ານຄົນທີ່ມີລາຍສັກໃນຮ່າງກາຍ ແຕ່ສຳລັບປະເທດນີ້ການສັກລາຍນັ້ນກໍຖືໄດ້ວ່າເປັນເລື່ອງທີ່ຍັງມີຂໍ້ຈຳກັດເພາະເມື່ອບໍ່ດົນມານີ້ (ວັນທີ 31 ມີນາ) ສານສູງສຸດຂອງເກົາຫຼີໃຕ້ໄດ້ຢືນຢັນວ່າ ການສັກລາຍແມ່ນບໍ່ອະນຸຍາດໃຫ້ຊ່າງສັກ ແລະ ສິລະປິນເຮັດເອງ ແຕ່ຕ້ອງເປັນແພດໝໍເຮັດໃຫ້ເທົ່ານັ້ນ ການຕັດສິນໃຈດັ່ງກ່າວແມ່ນສ້າງຄວາມຜິດຫວັງໃຫ້ກັບບັນດາຄົນຮັກໃນການສັກພາຍໃນປະເທດຢ່າງຫຼວງຫຼາຍ.

ເກົາຫຼີໃຕ້

ໃນໄລຍະຫຼາຍປີທີ່ຜ່ານມາຊ່າງສັກລາຍໃນເກົາຫຼີໃຕ້ ພະຍາຍາມຕໍ່ຕ້ານຂໍ້ກົດໝາຍທີ່ບໍ່ອະນຸຍາດໃຫ້ພວກເຂົາສັກລາຍຖືກຕ້ອງຕາມກົດໝາຍ ພ້ອມເບິ່ງວ່າຂໍ້ກົດໝາຍນີ້ຈຳກັດສິດທິ ແລະ ເຮັດໃຫ້ພວກເຂົາກາຍເປັນອາຊະຍາກອນໃນການປະກອບອາຊີບສຸຈະລິດນີ້.

ກົດໝາຍວ່າດ້ວຍການຫ້າມສັກລາຍໂດຍຊ່າງສັກ ຫຼື ສິລະປິນແມ່ນມີມາຫຼາຍທົດສະວັດແລ້ວ ແລະ ກໍເປັນເລື່ອງທີ່ຜິດກົດໝາຍ ແຕ່ເຖິງຢ່າງນັ້ນໃນເກົາຫຼີໃຕ້ກໍຍັງມີຊ່າງສັກເກືອບ 50,000 ຄົນ ເຊິ່ງກຸ່ມຊ່າງສັກເຫຼົ່ານັ້ນແມ່ນມີຄວາມສ່ຽງທີ່ຈະໄດ້ຮັບໂທດຈຳຄຸກ 2 ປີ ແລະ ໂທດປັບໃໝສູງສຸດເຖິງ 50 ລ້ານວອນ ດ້ວຍເຫດນີ້ມັນຈຶ່ງເປັນຈຸດເລີ່ມຕົ້ນຂອງການກໍ່ຕັ້ງສະຫະພາບສິລະປິນສັກຂຶ້ນມາ ເພື່ອແກ້ໄຂບັນຫານີ້.

ເກົາຫຼີໃຕ້

ແຕ່ການພິຈາລະນາຂອງສານສູງສຸດ ໃນໄລຍະທ້າຍເດືອນມີນາທີ່ຜ່ານມາ ແມ່ນມີມະຕິ 5-4 ສຽງໄດ້ຢືນຢັນຕາມເດີມ ວ່າບໍ່ອະນຸຍາດໃຫ້ສັກລາຍນຳຊ່າງ ຫຼື ສິລະປິນຫ້າມເຮັດເອງ ດ້ວຍເຫດຜົນທີ່ວ່າຄວາມຮູ້ແລະທັກສະຂອງຜູ້ຊ່ຽວຊານທາງການແພດທີ່ກ່ຽວຂ້ອງ ກັບ ການສັກແມ່ນຍັງຈຳກັດ ບໍ່ສາມາດຮັບຮອງຜົນທີ່ອາດເກີດຂຶ້ນໄດ້ ເມື່ອຄຳຕັດສິນເປັນແນວນັ້ນທາງດ້ານສະຫະພາບຊ່າງສັກຈຶ່ງອອກຖະແຫຼງການປະນາມໂດຍກ່າວວ່າເປັນການຕັດສິນທີ່ຫຼ້າສະໄໝ ຄືກັນກັບກຳລັງຖອຍຫຼັງລົງໜອງ.

ທາງດ້ານ ຄິມ ໂດຢຸນ ( Kim Do-Yoon) ຫຼື ຮູ້ຈັກກັນດີໃນຊື່ “Doy” ຜູ້ທີ່ເປັນຮອງປະທານສະຫະພັນສັກແຫ່ງເກົາຫຼີໃຕ້ ກໍໄດ້ອອກມາວິພາກວິຈານຄຳຕັດສິນດັ່ງກ່າວວ່າເປັນເລື່ອງບໍ່ສົມເຫດສົມຜົນ ແລະ ໄດ້ຍົກການປຽບທຽບກັບຕະຫຼາດການສັກທີ່ເຕີບໃຫຍ່ຂອງປະເທດ ແລະ ການເປັນທີ່ຍອມຮັບໃນເວທີສາກົນ.

ເກົາຫຼີໃຕ້

“ເປັນຫຍັງພວກເຂົາເຖິງຢືນຢັນວ່າການສັກລາຍເປັນຂັ້ນຕອນທາງການແພດ ທັ້ງທີ່ໝໍກໍເຮັດບໍ່ໄດ້ ແລະ ກໍບໍ່ເຮັດ” Doy ຖະແຫຼງຂ່າວທັງນ້ຳຕາ ແລະ ໃຫ້ຄຳໝັ້ນວ່າຈະສູ້ຕໍ່ໄປ.

ສຳລັບຄວາມນິຍົມຂອງ “K-Tattoos” ເພີ່ມຂຶ້ນຢ່າງໄວວາທັງໃນແລະຕ່າງປະເທດໃນໄລຍະບໍ່ຈັກປີທີ່ຜ່ານມາ ດ້ວຍເອກະລັກການອອກແບບທີ່ມີເສັ້ນສາຍລະອຽດອ່ອນ ແລະ ການໃຊ້ສີທີ່ເດັ່ນ ເຊິ່ງຫາກໃຜທີ່ເປັນແຟນຄລັບສິລະປິນ K-pop ຫຼື ດາຣາເກົາຫຼີກໍໜ້າຈະຄຸ້ນເຄີຍກັບການເຫັນສິລະປິນມັກຈະປົກປິດລາຍສັກຕ່າງໆ ຂອງຕົນເອງຜ່ານສື່ໂທລະພາບ ແລະ ພວກເຂົາຈະສາມາດອວດລາຍສັກພວກນັ້ນກໍຕໍ່ເມື່ອລົງໃນພື້ນທີ່ໂຊຊ່ຽວມີເດຍຂອງຕົນເອງເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/