ກະຊວງອຸດສາຫະກຳ ແລະ ການຄ້າ ກຳລັງຊອກວິທີເພື່ອບໍ່ໃຫ້ລາຄານ້ຳມັນເໜັງຕີງຈົນເກີນໄປ

ກະຊວງອຸດສາຫະກຳ ແລະ ການຄ້າ

ກອງປະຊຸມໄດ້ຈັດຂຶ້ນໃນວັນທີ 6 ເມສາ ທີ່ຜ່ານມາ ທີ່ກະຊວງ ອຸດສາຫະກຳ ແລະ ການຄ້າໂດຍການເປັນປະທານຮ່ວມຂອງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ ແລະ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໂດຍມີບັນດາກົມກ່ຽວຂ້ອງຈາກສອງກະຊວງດັ່ງກ່າວ, ມີສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກສ ພ້ອມດ້ວຍບັນດາບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ເຂົ້າຮ່ວມ.

ທ່ານ ຄຳແພງ ໄຊສົມແພງ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລື ຊອກວິທີທາງໃນການຜັນຂະຫຍາຍ ຂໍ້ 1 ໃນແຈ້ງການ ເລກທີ 395/ຫສນຍ ລົງວັນທີ 25/3/2022 ເພື່ອລະດົມຄວາມຄິດຄວາມເຫັນ ຫາວິທີແກ້ໄຂບັນຫາກ່ຽວກັບການປັບບາງໂຄງສ້າງລາຄານໍ້າມັນ ໂດຍສະເພາະເຮັດແນວໃດໃຫ້ສາມາດປະຄັບປະຄອງລາຄານໍ້າມັນໃຫ້ໄດ້ ຕາມໂຄງສ້າງລາຄານໍ້າມັນເຊື້ອໄຟ ຄັ້ງວັນທີ 10/3/2022 ກໍຄືແຈ້ງການ ເລກທີ 0260/ອຄ ລົງວັນທີ 9/3/2022 ທີ່ເປັນການຕົກລົງ ແລະ ທິດຊີ້ນໍາຂອງກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ. ກອງປະຊຸມຄັ້ງນີ້, ຈະໄດ້ສັງລວມ ແລະ ບັນທຶກຄໍາຄິດຄຳເຫັນ ກໍຄືວິທີທາງໃນການແກ້ໄຂບັນຫາລາຄານໍ້າມັນ ເພື່ອນໍາສະເໜີນາຍົກ-ຮອງນາຍົກລັດຖະມົນຕີ ພິຈາລະນາໃຫ້ເຮັດທົດລອງໃນໄລຍະເວລາ 3 ເດືອນ.

ກະຊວງອຸດສາຫະກຳ ແລະ ການຄ້າ

ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ແມ່ນໄດ້ນຳເອົາທັດສະນະ ກໍຄື ທິດຊີ້ນຳຂອງລັດຖະບານ ໃຫ້ບັນດາຜູ້ປະກອບການໄດ້ຮັບຮູ້ ແລະ ອີກດ້ານໜຶ່ງກໍເປັນການຮັບເອົາຄຳຄິດເຫັນຂອງບັນດາຜູ້ປະກອບການ ກ່ຽວກັບການປັບບາງອົງປະກອບໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະເພາະໃນໄລຍະທີ່ລາຄານໍ້າມັນເຊື້ອໄຟເພີ່ມຂຶ້ນສູງ.

ທ່ານ ລັດຖະມົນຕີກະຊວງການເງິນ ຍັງໄດ້ສະເໜີບາງວິທີວ່າ: ລັດຖະບານມີທິດທາງທີ່ຈະຊ່ວຍໜູນໃຫ້ຜູ້ປະກອບການ ແລະ ສັງຄົມ ກໍຄືປະຊາຊົນ ເພື່ອບໍ່ໃຫ້ລາຄານໍ້າມັນສູງກວ່ານີ້ ໂດຍຢາກຮັກສາລາຄາໃນວັນທີ 10/3/2022 ເປັນລາຄາຂາຍໜ້າປໍ້າ ເຊິ່ງລັດຖະບານຈະສະ​ໜັບ​ສະ​ໜູນຜູ້ປະກອບການຕ່າງຫາກ ໂດຍຄິດໄລ່ຈາກເຕັກນິກຂອງວິຊາການ ບໍ່ແມ່ນຄິດໄລ່ຈາກຜູ້ປະກອບການ. ສ່ວນອີກວິທີໜຶ່ງ ແມ່ນການປັບລົດອາກອນຊົມໃຊ້ລົງ 50% ຕົວຢ່າງຄື ອາກອນຊົມໃຊ້ນໍ້າມັນກາຊວນ ປັດຈຸບັນແມ່ນ 21% ຈະລົດລົງເຫຼືອປະມານ 11%, ອາກອນຊົມໃຊ້ນໍ້າມັນແອັດຊັງທຳມະດາ ຢູ່ທີ່ 31% ຈະລົງປະມານ 16%. ແຕ່ຖ້າຫາກການເໜັງຕີງຂອງລາຄາເພີ່ມຂຶ້ນສູງຫຼາຍ ກໍອາດຈະບໍ່ຄິດໄ​ລ່ອາກອນຊົມໃຊ້ເລີຍ ແຕ່ທັງນີ້ທັງນັ້ນ ກໍຕ້ອງໄດ້ຮັບການເຫັນດີຈາກພາກລັດ​ເສຍກ່ອນ.

ກະຊວງອຸດສາຫະກຳ ແລະ ການຄ້າ

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/