ເກີດເຫດໄຟໄໝ້ຄ້າຍຜູ້ລີ້ໄພຊາວໂຣຮິງຢາ ໃນບັງກາລະເທດ ເຮັດໃຫ້ຜູ້ລີ້ໄພ 5,000 ກວ່າຄົນບໍ່ມີບ່ອນຢູ່ອາໄສ


ວັນທີ 9 ມັງກອນ 2022 ທີ່ຜ່ານມາ ເກີດເຫດໄຟໄໝ້ຄ້າຍຜູ້ລີ້ໄພຊາວໂຣຮິງຢາໃນປະເທດບັງກະລາເທດ ໂດຍໄຟໄດ້ເລີ່ມຕົ້ນໄໝ້ໃນແຄ້ມທີ 16 ໃນ Cox’s Bazar ເມື່ອເວລາ 16:40 (ຕາມເວລາທ້ອງຖິ່ນ) ແລະມັນໄດ້ລຸກລາມຢ່າງໄວວາໄປຫາບ່ອນພັກອາໄສຂອງຜູ້ລີ້ໄພທີ່ເຮັດຈາກໄມ້ໄຜ່ ແລະ ຜ້າຢາງ, ເຊິ່ງສາມາດຄວບຄຸມໄຟໄດ້ໃນເວລາ 18:30. ຈາກເຫດການດັ່ງກ່າວເຮັດໃຫ້ ເຮືອນຊານປະມານ 1,200 ຫຼັງ ຖືກເຜົາໄໝ້ ແລະ ຄົນກວ່າ 5,000 ຄົນບໍ່ມີທີ່ຢູ່ອາໄສ ຈາກລາຍງານເບື້ອງຕົ້ນແມ່ນບໍ່ພົບຜູ້ເສຍຊີວິດ.

ໂດຍບັງກາລະເທດເປັນປະເທດໜຶ່ງທີ່ໄດ້ຮັບການຍ້ອງຍໍຈາກການທີ່ເປີດຮັບຜູ້ລີ້ໄພຊາວໂຣຮິງຢາເຂົ້າມາພັກອາໄສທີ່ຄ້າຍລີ້ໄພ ພາຍໃນປະເທດກວ່າ 850,000 ຄົນໃນກາງປີ 2017 ເຊິ່ງຊາວໂຣຮິງຢາກຸ່ມນີ້ຖືກຂົ່ມເຫັງ, ກົດດັນ ແລະ ຖືກໄລ່ໃຫ້ໜີອອກຈາກປະເທດໂດຍກອງທັບມຽນມາ ເຮັດໃຫ້ Cox’s Bazar ແຫ່ງນີ້ ຖືກວ່າເປັນຄ້າຍລີ້ໄພທີ່ມີຊາວໂຣຮິງຢາອາໄສຢູ່ຫຼາຍທີ່ສຸດແຫ່ງໜຶ່ງໃນໂລກ.

ກ່ອນໜ້ານີ້ກໍມີເຫດການໄຟໄໝ້ເກີດຂຶ້ນທີ່ຄ້າຍລີ້ໄພ ໃນເດືອນ ມີນາ ປີ 2021 ເຊິ່ງເປັນເຫດເຮັດໃຫ້ມີຜູ້ເສຍຊີວິດ 15 ຄົນ ແລະ ປະມານ 50,000 ຄົນກາຍເປັນຜູ້ບໍ່ມີບ່ອນພັກອາໄສ. ເຖິງວ່າບັງກາລະເທດຈະໄດ້ຮັບສຽງຍ້ອງຍໍໃນແງ່ຂອງການເປີດຮັບຜູ້ລີ້ໄພ ແຕ່ໃນແງ່ຂອງການຫາຖິ່ນຖານຖາວອນໃຫ້ກັບຄົນກຸ່ມນີ້ຍັງບໍ່ມີຄວາມກ້າວໜ້າຫຼາຍພໍ.

ໃນປີ 2016 ແລະ 2017 ກອງທັບທະຫານມຽນມາໄດ້ດຳເນີນການປຸກລະດົມ ໃນການສັງຫານ ແລະ ການລັກລອບວາງເພີງ ເຊິ່ງບັງຄັບໃຫ້ຊາວໂຣຮິງຢາຫຼາຍກວ່າ 740,000 ຄົນຕ້ອງຫຼົບໜີເຂົ້າໄປໃນບັງກາລະເທດ ແລະ ໄດ້ກະຕຸ້ນໃຫ້ສານຍຸຕິທຳລະຫວ່າງປະເທດພິຈາລະນາຄະດີຂ້າລ້າງເຜົ່າພັນ.

ໃນປີ 2019 ອົງການສະຫະປະຊາຊາດໄດ້ກ່າວປະນາມວ່າ “ນີ້ເປັນການລະເມີດສິດທິມະນຸດຢ່າງຮ້າຍແຮງ” ແຕ່ເຖິງຢ່າງນັ້ນກອງທັບກໍຍັງດຳເນີນການກຳຈັດຊາວໂຣຮິງຢາຕໍ່ໃນລັດຕ່າງໆ ຂອງມຽນມາ. ທາງດ້ານ ມຽນມາກໍໄດ້ປະຕິເສດຂໍ້ກ່າວຫາເລື່ອງການຂ້າລ້າງເຜົ່າພັນ ແລະ ຍັງຄົງ “ປະຕິເສດການກວາດລ້າງ” ໂດຍກອງທັບຖືວ່າເປັນມາດຕະການຕໍ່ຕ້ານການກໍ່ການຮ້າຍທີ່ຖືກຕ້ອງຕາມກົດໝາຍ.

ນອກນີ້ ຕະຫຼອດຫຼາຍປີທີ່ຜ່ານມາຊາວໂຣຮິງຢາໃນມຽນມາຕ່າງພາກັນຫຼົບໜີອອກໄປນອກປະເທດ ແລະ ພະຍາຍາມເຂົ້າໄປທີ່ຊາຍແດນຂອງປະເທດເພື່ອນບ້ານໃນບັນດາປະເທດອາຊຽນເຊັ່ນ: ໄທ, ມາເລເຊຍ ແລະ ອິນໂດເນເຊຍ ອີກພ້ອມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/