ລາວເຈລະຈາຢາກສົ່ງອອກ ງົວ-ຄວາຍ ສູ່ຕະຫຼາດຈີນ 50,000 ໂຕຕໍ່ປີ


ສຳລັບສັດລ້ຽງ ປະເພດ ງົວ-ຄວາຍ ແມ່ນຢູ່ໃນບັນຊີສັດທີ່ຈະສົ່ງອອກໄປຍັງ ສປ ຈີນ ມີໂຄຕ້າຮັບຊື້ຈຳນວນຫຼາຍ ແຕ່ວ່າປີ 2021 ສປປ ລາວ ບໍ່ສາມາດສົ່ງອອກໄດ້ຕາມຄາດໝາຍ 50,000 ໂຕ ຍ້ອນສະພາບໂຄວິດ-19 ແລະ ລະບາດຂອງພະຍາດຜີວໜັງ ອັກເສບຕິດຕໍ່ງົວ-ຄວາຍ.

ການສົ່ງອອກສັດ ໃນປີ 2021 ທີ່ຜ່ານມາ, ໄດ້ສົ່ງອອກງົວ-ຄວາຍ ທັງໝົດ 8,100 ກວ່າໂຕ ເທົ່າກັບ 33.9 ຕື້ກີບ. ໃນນີ້, ໄດ້ສົ່ງສັດໃຫຍ່ອອກໄປ ສປ ຈີນ ຢ່າງເປັນທາງການເປັນຄັ້ງທໍາອິດ ຕາມຂໍ້ກໍານົດເງື່ອນ ໄຂດ້ານສຸຂະອະນາໄມທີ່ກະຊວງກະສິກໍາ ແລະ ປ່າໄມ້ ສປປ ລາວ ແລະ ກົມໃຫຍ່ພາສີ ຂອງ ສປ ຈີນ ໄດ້ຮ່ວມເຊັນກັນ ຄັ້ງວັນທີ 30/4/2019 ເຊິ່ງໃນໄລຍະວັນທີ 28/4/2019 – 24/5/2021 ສົ່ງອອກໄດ້ 2,013 ໂຕ (ງົວ 1,992 ໂຕ ແລະ ຄວາຍ 21 ໂຕ) ເຫັນວ່າບໍ່ສາມາດປະຕິບັດໃຫ້ໄດ້ຕາມຄາດໝາຍ 50,000 ໂຕ.

ສາເຫດທີ່ສົ່ງອອກບໍ່ໄດ້ຕາມແຜນ ກໍເນື່ອງຈາກມີການລະບາດຂອງພະຍາດໂຄວິດ-19. ພ້ອມກັນນັ້ນ ເລີ່ມແຕ່ເດືອນເມສາ 2021 ໃນ 7 ແຂວງຂອງລາວ ມີສະພາບການລະບາດຂອງພະຍາດຜີວໜັງອັກເສບຕິດຕໍ່ ງົວ-ຄວາຍ ອັນໄດ້ສົ່ງຜົນໃຫ້ຝ່າຍ ສປ ຈີນ (ກົມໃຫຍ່ພາສີຂອງ ສປ ຈີນ) ໄດ້ປະກາດຫ້າມ ນໍາເຂົ້າງົວ ແລະ ຜະລິດຕະພັນກ່ຽວກັບງົວ ຈາກ ສປປ ລາວ.

ປັດຈຸບັນ, ລາວເຮົາສາມາດຄວບຄຸມການລະບາດຂອງພະຍາດສັດດັ່ງກ່າວໄດ້ແລ້ວ ແລະ ໄດ້ລາຍງານຫາອົງການພະຍາດສັດສາກົນ ຫລື OIE ເພື່ອໃຫ້ລຶບຊື່ ສປປ ລາວ ອອກຈາກບັນຊີ ປະເທດທີ່ກໍາລັງລະບາດພະຍາດດັ່ງກ່າວ ແລະ ກຳລັງຢູ່ໃນຂັ້ນຕອນການເຈລະຈາຄືນ ການອະນຸຍາດໃຫ້ນໍາເຂົ້າງົວ ຈາກ ສປປ ລາວ ແລະ ກໍາລັງຈັດຕັ້ງປະຕິບັດມາດຕະການຕ່າງໆ ຕາມຂໍ້ກໍານົດເງື່ອນໄຂດ້ານສຸຂະອະນາໄມຕ່າງໆ ທີ່ລາວເຮົາໄດ້ເຊັນຮ່ວມກັບ ສປ ຈີນ.

ຂອບໃຈຂໍ້ມູນຈາກ: https://bit.ly/31JfmCU

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/