ໃນວັນອາທິດທີ 15 ມັງກອນ 2022 ສຳນັກຂ່າວຕ່າງປະເທດລາຍງານວ່າ ໄດ້ເກີດເຫດເຮືອບິນ ATR 72 ຂອງສາຍການບິນ ເຢຕິ ແອຣ໌ໄລນ໌ສ (Yeti Airlines) ຂອງເນປານ ທີ່ຂຶ້ນບິນຈາກເມືອງກາທະມານທຸ ສູ່ຈຸດໝາຍທີ່ເມືອງໂພຄາຣາ ຕົກລົງມາຂະນະກຳລັງນຳເຄື່ອງລົງຈອດທີ່ເມືອງໂພຄາຣາ ສົ່ງຜົນໃຫ້ມີໄຟລຸກຖ້ວມຕົວຂອງເຮືອບິນ ເຊິ່ງຂະນະນີ້ເຈົ້າໜ້າທີ່ກູ້ໄພກຳລັງເລັ່ງຊ່ວຍເຫຼືອຜູ້ໂດຍສານ ແລະ ນັກບິນໃນທີ່ເກີດເຫດ ເຊິ່ງເປັນພື້ນທີ່ພູ.

ໂດຍຖ້ຽວບິນດັ່ງກ່າວແມ່ນມີຜູ້ໂດຍສານ 68 ຄົນ, ໃນຈຳນວນດັ່ງກ່າວເປັນຊາວຕ່າງຊາດ 10 ຄົນ ແລະ ເປັນເດັກອ່ອນ 2 ຄົນ; ພ້ອມນັ້ນຍັງມີລູກເຮືອອີກ 4 ຄົນ ລວມເປັນ 72 ຄົນ ແລະ ລາຍງານເບື້ອງຕົ້ນບະບຸວ່າ ຂະນະນີ້ມີການຢືນຢັນພົບສົບຜູ້ເສຍຊີວິດແລ້ວ 40 ຄົນ.
ທັງນີ້ໃນພາບທີ່ມີການເຜີຍແຜ່ທັງທາງໂຊຊ່ຽວມີເດຍ ແລະ ໂທລະທັດຂອງເນປານ ພົບຄວັນດຳໜາລອຍຂຶ້ນຈາກພື້ນທີ່ເກີດເຫດ ຂະນະທີ່ເຈົ້າໜ້າທີ່ກູ້ໄພພ້ອມກັບປະຊາຊົນຈຳນວນຫຼາຍກໍໄດ້ມາຫຸ້ມອ້ອມຊາກເຮືອບິນທີ່ເກີດເຫດ.

ທາງດ້ານ ປຸສະປາ ກາມົນ ທາຫານ (Pushpa Kamal Dahal) ນາຍົກລັດຖະມົນຕີຂອງເນປານໄດ້ເອີ້ນປະຊຸມຄະນະລັດຖະມົນຕີສຸກເສີນແລ້ວ ແລະ ໄດ້ສັ່ງການໃຫ້ໜ່ວຍງານທີ່ກ່ຽວຂ້ອງເລັ່ງດຳເນີນການໃນປະຕິບັດການກູ້ໄພ.
ດ້ານໂຄສົກກອງທັບຂອງເນປານກໍໄດ້ອອກມາລະບຸວ່າ ຄາດວ່າຈະພົບສົບເພີ່ມອີກ ພ້ອມກັບບອກອີກວ່າ ສະພາບຂອງເຮືອບິນໄດ້ແຕກອອກຈົນບໍ່ເປັນສະພາບເກົ່າ.

ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/