ເກີດເຫດຄົນຮ້າຍໃຊ້ອາວຸດປືນຍິງ ແລະ ໂຍນລະເບີດໃສ່ປະຊາຊົນໃນໂບດຄຣິສຂອງປະເທດໄນຈີເຣຍ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 50 ຄົນ


ເມື່ອວັນອາທິດ ທີ 5 ມິຖຸນາທີ່ຜ່ານມາ ສໍານັກຂ່າວ CNN ໄດ້ລາຍງານວ່າ ມີກຸ່ມຄົນຮ້າຍກໍ່ເຫດໂດຍໃຊ້ອາວຸດປືນເຂົ້າມາບຸກຍິງຜູ້ຄົນພາຍໃນໂບດເຊນຟຣານຊິສ ເຊິ່ງເປັນໂບດຄຣິສນິກາຍຄາທໍລິກ (St. Francis Catholic) ໃນເມືອງ Owo ລັດ Ondo ທີ່ຕັ້ງຢູ່ທາງຕາເວັນຕົກສຽງໃຕ້ຂອງປະເທດໄນຈີເຣຍ. ຈາກເຫດການນີ້ ໃນເບື້ອງຕົ້ນໄດ້ຮັບການຢືນຢັນຈາກທ່ານໝໍໃນເມືອງ Owo ວ່າມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 50 ຄົນ ເຊິ່ງໃນນັ້ນມີເດັກນ້ອຍຈໍານວນຫຼາຍຄົນລວມຢູ່ນໍາ. ນອກຈາກນີ້ ຍັງພົບຜູ້ບາດເຈັບອີກເປັນສິບກວ່າຄົນ.

ຕາມລາຍງານຂອງເຫດການນີ້ໄດ້ລະບຸວ່າ ກຸ່ມຄົນຮ້າຍດັ່ງກ່າວໄດ້ໃຊ້ອາວຸດປືນກວາດຍິງປະຊາຊົນທີ່ກໍາລັງປະກອບພິທີທາງສາສະໜາພາຍໃນໂບດ ຈາກນັ້ນຄົນຮ້າຍໄດ້ມີການຈູດຊະນວນລະເບີດແລ້ວແກວ່ງເຂົ້າໄປໃນໂບດ ດ້ວຍແຮງຂອງລະເບີດເຮັດໃຫ້ອາຄານແຫ່ງນີ້ໄດ້ຮັບຄວາມເສຍຫາຍຢ່າງໜັກ. ນອກຈາກນີ້ກຸ່ມຄົນຮ້າຍຍັງໄດ້ລັກພາຕົວບາດຫຼວງ (ຄຸນພໍ່) ທີ່ເປັນປະທານຂອງໂບດແຫ່ງນີ້ໄປນໍາ ແລະ ມາຮອດຕອນນີ້ແມ່ນຍັງບໍ່ຮູ້ຊະຕາກໍາຂອງບາດຫຼວງວ່າຍັງປອດໄພດີຫຼືບໍ່.

ຈາກເຫດການສະເທືອນຂວັນນີ້ເຮັດໃຫ້  Rotimi Akeredolu ເຈົ້າເມືອງຂອງລັດ Ondo ອອກມາເຄື່ອນໄຫວໂດຍກ່າວວ່າເຫດການນີ້ເປັນເຫດການນອງເລືອດທີ່ທໍາລາຍຄວາມສະຫງົບສຸກຂອງປະຊາຊົນ. ພ້ອມກັນນີ້ຍັງຮຽກຮ້ອງໃຫ້ທາງເຈົ້າໜ້າທີ່ຕໍາຫຼວດໃຫ້ຮີບຫາຕົວຄົນຮ້າຍມາລົງໂທດໃຫ້ໄດ້ໂດຍໄວທີ່ສຸດ.

ຢ່າງໃດກໍຕາມ ທາງເຈົ້າໜ້າທີ່ຕໍາຫຼວດເປີດເຜີຍວ່າ ຈົນມາຮອດຕອນນີ້ແມ່ນຍັງບໍ່ມີກຸ່ມກໍ່ການຮ້າຍໃດອອກມາອ້າງວ່າຕົນເອງຢູ່ເບື້ອງຫຼັງເຫດການນອງເລືອດໃນຄັ້ງນີ້ ເຖິງວ່າໄນຈີເຣຍແມ່ນຈະເກີດເຫດການໂຈມຕີຮຸນແຮງຢູ່ເລື້ອຍ ແຕ່ວ່າລັດ Ondo ນັ້ນຂຶ້ນຊື່ວ່າເປັນພື້ນທີ່ສະຫງົບສຸກ. ແຕ່ໃນໄລຍະສອງສາມປີຜ່ານມາມັກຈະເກີດຄວາມຂັດແຍ້ງລະຫວ່າງກຸ່ມກະສິກອນກັບກຸ່ມຄົນລ້ຽງສັດໃນພື້ນທີ່ເປັນປະຈໍາ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/