ຈີນປະສົບຄວາມສໍາເລັດໃນການສົ່ງນັກບິນອະວະກາດຊຸດທີ 3 ຂຶ້ນໄປປະຕິບັດການສ້າງສະຖານີອະວະກາດແຫ່ງໃໝ່


ໃນວັນທີ 5 ມິຖຸນາ ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ອົງການອະວະກາດທີ່ມີມະນຸດຄວບຄຸມແຫ່ງປະເທດຈີນ ຫຼື CMSA ເປີດເຜີຍວ່າ ກະສວຍອະວະກາດ Longmarch-2F ທີ່ບັນທຸກຍານອະວະກາດ Shenzhou-14 (ຊື່ຂອງຍານດັ່ງກ່າວມີຄວາມໝາຍວ່າ “ເຮືອສັກສິດ’’) ຖືກປ່ອຍອອກຈາກສູນປ່ອຍດາວທຽມ ຈິ່ວຊວຽນ (Jiuquan) ໃນທະເລຊາຍ Gobi ເຂດປົກຄອງຕົນເອງມົງໂກເລຍ ເມື່ອເວລາ 10:44 ຂອງວັນອາທິດ ຕາມເວລາທ້ອງຖິ່ນຂອງຈີນ ແລະ ໄດ້ຄາດການວ່າຍານອະວະກາດຈະໄປເຖິງສະຖານີອະວະກາດຫຼັງຈາກຖືກປ່ອຍໄປປະມານ 6.5 ຊົ່ວໂມງ.

ທັງນີ້ ເມື່ອເດີນທາງໄປຮອດ ນັກບິນອະວະກາດທັງ 3 ຄົນ ຈະອາໄສ ແລະ ເຮັດວຽກທີ່ ທຽນເຫີ (Tianhe) ເຊິ່ງເປັນໂມດູລຫຼັກຂອງສະຖານີອະວະການທຽນກົງ (Tiangong) ໂດຍນັກບິນທັງໝົດຈະຢູ່ໃນອະວະກາດເປັນເວລາ 6 ເດືອນກ່ອນຈະເດີນທາງກັບມາໂລກໃນເດືອນທັນວາຂອງປີນີ້.

ສໍາລັບນັກບິນອະວະກາດທີ່ເຂົ້າຮ່ວມໃນພາລະກິດຄັ້ງນີ້ແມ່ນປະກອບດ້ວຍ Chen Dong, Liu Yang ແລະ Cai Xuzhe. ໂດຍ Chen Dong ເປັນຫົວໜ້າໃນພາລະກິດຄັ້ງນີ້ ແລະ ລາວກໍເຄີຍເຂົ້າຮ່ວມພາລະກິດ Shenzhou-11 ເມື່ອປີ  2016, ນອກຈາກນີ້ ຍັງເຄີຍເປັນເຈົ້າຂອງສະຖິຕິນັກບິນອະວະກາດຈີນທີ່ຢູ່ໃນອະວະກາດຍາວນານທີ່ສຸດ. ທາງດ້ານ Liu Yang ເປັນຜູ້ຍິງຊາວຈີນຄົນທໍາອິດທີ່ໄດ້ຂຶ້ນສູ່ອະວະກາດໃນພາລະກິດ Shenzhou-9 ເມື່ອປີ 2012. ສໍາລັບ Cai Xuzhe ພາລະກິດຄັ້ງນີ້ຖືວ່າເປັນຄັ້ງທໍາອິດຂອງລາວ.

ການສົ່ງຍານອະວະກາດພ້ອມນັກບິນອະວະກາດຂຶ້ນສູ່ຫ້ວງອະວະກາດຄັ້ງຫຼ້າສຸດນີ້ ຖືເປັນຄັ້ງທີ 3 ໃນພາລະກິດການກໍ່ສ້າງສະຖານີອະວະກາດທຽນກົງຂອງຈີນ. ໂດຍຄັ້ງທໍາອິດ ຈີນສົ່ງນັກບິນອະວະກາດ 3 ຄົນຂຶ້ນໄປເຮັດວຽກເທິງສະຖານີອະວະກາດເປັນເວລາ 3 ເດືອນ ເຊິ່ງມັນກໍສໍາເລັດ ໄປດ້ວຍດີແລະພວກເຂົາກໍໄດ້ເດີນທາງກັບສູ່ໂລກໃນເດືອນກັນຍາປີ 2021. ຕໍ່ມາເປັນພາລະກິດ Shenzhou-13 ທີ່ນັກບິນອະວະກາດ 3 ຄົນຖືກສົ່ງຂຶ້ນໄປເຮັດວຽກທີ່ສະຖານີອະວະກາດເປັນເວລາເຖິງ 6 ເດືອນ ເຮັດໃຫ້ພວກເຂົາສ້າງປະຫວັດສາດໂດຍການປະຕິບັດພາລະກິດນອກໂລກໄດ້ຍາວນານທີ່ສຸດ.

ທັງນີ້ ຈີນໄດ້ວາງແຜນພາລະກິດອະວະກາດໄວ້ 6 ພາລະກິດພາຍໃນປີ 2022 ນີ້ ເຊິ່ງລວມເຖິງການສົ່ງຍານອະວະກາດພ້ອມນັກບິນອີກ 1 ຄັ້ງ ການສົ່ງໂມດູລຫ້ອງປະຕິບັດການ 2 ຄັ້ງ ແລະ ພາລະກິດຂົນສົ່ງສິນຄ້າ 2 ຄັ້ງ.

ພ້ອມກັນນັ້ນ CMSA ເປີດເຜີຍວ່າ ເມື່ອການກໍ່ສ້າງສໍາເລັດແລ້ວ ຄາດວ່າສະຖານີອະວະກາດທຽນກົງຈະມີອາຍຸ 15 ປີ ໂດຍວາງແຜນວ່າຈະສົ່ງຍານອະວະກາດພ້ອມລູກເຮືອຈໍານວນ 2 ຄັ້ງ ແລະ ພາລະກິດຂົນສົ່ງສິນຄ້າໄປຍັງສະຖານີອະວະກາດ 2 ຄັ້ງໃນແຕ່ລະປີ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/