ເກີດເຫດຄົນຮ້າຍໃຊ້ປືນກວາດຍິງໃສ່ຂະບວນຍ່າງພາເຫຼດສະຫຼອງວັນຊາດສະຫະລັດອາເມຣິກາ ທີ່ລັດ Illinois ເສຍຊີວິດແລ້ວ 6 ຄົນ


ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ໃນວັນທີ 4 ກໍລະກົດທີ່ຜ່ານມາ ໄດ້ເກີດເຫດຄົນຮ້າຍບຸກໄປກວາດຍິງຂະບວນພາເຫຼດສະຫຼອງວັນຊາດສະຫະລັດອາເມຣິກາ ທີ່ Highland Park ເມືອງ Chicago ລັດ Illinois ເຮັດໃຫ້ມີຜູ້ເສຍຊີວິດ 6 ຄົນ ແລະ ບາດເຈັບເປັນຈໍານວນຫຼາຍ.

ເຫດການນອງເລືອດນີ້ແມ່ນເກີດຂຶ້ນເມື່ອເວລາປະມານ 10:00 (ຕາມເວລາທ້ອງຖິ່ນ) ໂດຍໃນຂະນະນັ້ນປະຊາຊົນຂອງເມືອງແຫ່ງນີ້ໄດ້ອອກມາຍ່າງຂະບວນສະຫຼອງວັນຊາດໃນເຂດ Central Avenue ໂດຍຄົນທີ່ຢູ່ໃນເຫດການເລົ່າວ່າ ຕອນເລີ່ມຕົ້ນຂອງງານນັ້ນແມ່ນດໍາເນີນໄປດ້ວຍຄວາມມ່ວນຊື່ນສະໜຸກສະໜານ. ແຕ່ຫຼັງຈາກນັ້ນໃນໄລຍະເວລາປະມານ 10:20 ກໍໄດ້ຍິນສຽງປືນດັງຂຶ້ນປະມານ 20-30 ເທື່ອ ກ່ອນທີ່ຈະມີສຽງຄົນຮ້ອງອອກມາວ່າ “ມີຄົນຍິງປືນ!” “ແລ່ນ” ເຮັດໃຫ້ກຸ່ມຄົນທີ່ພາກັນເຂົ້າຮ່ວມຂະບວນພາເຫຼດ ແລ່ນໜີຕາຍເອົາຊີວິດລອດຢ່າງສັບສົນວຸ້ນວາຍ ລວມໄປຮອດຜູ້ທີ່ເສຍຊີວິດໃນຈຸດເກີດເຫດພ້ອມ.

ຫຼັງຈາກນັ້ນທາງດ້ານເຈົ້າໜ້າທີ່ຕຳຫຼວດກໍໄດ້ຮີບເລັ່ງເຂົ້າໄປທີ່ເກີດເຫດເພື່ອຄວບຄຸມສະຖານະການ ແລະຕໍ່ມາກໍໄດ້ເປີດເຜີຍວ່າ ພົບຫຼັກຖານທີ່ເປັນວາວຸດປືນຕົກຢູ່ດາດຟ້າຂອງອາຄານທຸລະກິດແຫ່ງໜຶ່ງໃກ້ກັບສະຖານທີ່ເກີດເຫດ ເຊິ່ງທາງເຈົ້າໜ້າທີ່ຄາດວ່າຄົນຮ້າຍໄດ້ລັກປີນຂຶ້ນໄປໂດຍໃຊ້ຂັ້ນໄດທີ່ຕິດຢູ່ກັບອາຄານ ກ່ອນທີ່ຈະໃຊ້ປືນຊະນິດຄວາມໄວສູງກວາດຍິງຈາກດາດຟ້າໄປທີ່ຜູ້ຄົນໃນຂະບວນພາເຫຼດ.

ທັງນີ້ລາຍງານລະບຸວ່າເຫຍື່ອຈາກເຫດນອງເລືອດຄັ້ງນີ້ແມ່ນ 5 ຄົນໄດ້ເສຍຊີວິດໃນທີ່ເກີດເຫດ ແລະ ອີກ 1 ຄົນໄດ້ໄປເສຍຊີວິດທີ່ໂຮງໝໍ ໃນສ່ວນຂອງຜູ້ໄດ້ຮັບບາດເຈັບແມ່ນມີ 26 ຄົນ ເຊິ່ງມີອາຍຸຕັ້ງແຕ່ 8-85 ປີ ແລະໃນຂະນະນັ້ນພວກເຂົາໄດ້ໄປປິ່ນປົວທີ່ໂຮງໝໍເປັນທີ່ຮຽບຮ້ອຍແລ້ວ.

ທາງດ້ານ Zoe Pawelczak ໜຶ່ງໃນຜູ້ລອດຊີວິດໃນເຫດການຄັ້ງນີ້ເປີດເຜີຍວ່າ ໃນມື້ເກີດເຫດລາວໄດ້ມາຍ່າງຂະບວນກັບພໍ່ ໂດຍໃນໄລຍະທໍາອິດທີ່ມີສຽງປືນດັງຂຶ້ນ ລາວຄິດວ່າເປັນພຽງການຈູດດອກໄມ້ໄຟສະເຫຼີມສະຫຼອງແລະມັນກໍເປັນເລື່ອງປົກກະຕິໃນການສະເຫຼີມສະຫຼອງວັນຊາດ

“ແຕ່ອີກຄາວໜຶ່ງ ຂ້ອຍຮູ້ສຶກ ມັນມີບາງຢ່າງຜິດປົກກະຕິ ຂ້ອຍຮີບຈັບມືພໍ່ແລ້ວແລ່ນໜີ ແລະຫຼັງຈາກນັ້ນທຸກຄົນທີ່ຢູ່ທາງຫຼັງເຮົາກໍພາກັນແລ່ນໜີຕາຍກັນໝົດ” Zoe  ກ່າວ “ຂ້ອຍຫັນຫຼັງກັບໄປເບິ່ງ ຫ່າງຈາກຂ້ອຍປະມານ 20 ຟຸດ ມີເດັກນ້ອຍຜູ້ຍິງຄົນໜຶ່ງຖືກຍິງເສຍຊີວິດ”.

ພາຍຫຼັງເກີດເຫດດັ່ງກ່າວເຈົ້າໜ້າຕໍາຫຼວດສາມາດສືບຄົ້ນແລະສາມາດຈັບກຸມຕົວ Robert Eugene Crimo III ອາຍຸ 22 ປີ ໃນຕອນແລງຂອງມື້ດຽວກັນ ໂດຍ FBI ລະບຸວ່າລາວອາດເປັນຜູ້ທີ່ມີສ່ວນກ່ຽວຂ້ອງກັບເຫດກວາດຍິງ (Person of Interest) ແຕ່ຍັງບໍ່ໄດ້ກໍານົດໃຫ້ເປັນຜູ້ຕ້ອງສົງໄສ (Suspect) ເຊິ່ງເຈົ້າໜ້າທີ່ຈະເຮັດການສືບສວນຜ່ານຫຼັກຖານທີ່ຮວບຮວມໄດ້ທັງໝົດ ລວມໄປຮອດຮູບພາບແລະວິດີໂອ ທີ່ປະຊາຊົນສົ່ງມາໃຫ້ ເຊິ່ງໃນຂະນະນີ້ແມ່ນຍັງບໍ່ໄດ້ອະນຸມັດຕັ້ງຂໍ້ຫາ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/