ລາວ-ຈີນ ສອງຝ່າຍຮ່ວມກັນສະກັດກັ້ນແນວຄວາມຄິດສົງຄາມເຢັນ ແລະ ການຫຼິ້ນເກມຜົນລວມເປັນສູນ ເພາະມັນຈະທຳລາຍການຮ່ວມມືສອງປະເທດ


ວັນທີ 3 ກໍລະກົດນີ້,ທ່ານ ວາງຢີ້ ທີ່ປຶກສາແຫ່ງລັດ, ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະກັບທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງການຕ່າງປະເທດລາວໃນໄລຍະເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ກ່ຽວກັບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງທີ 7 ຢູ່ນະຄອນບາການຂອງມຽນມາ.

ທ່ານວາງຢີ້ກ່າວວ່າ: ພາຍໃຕ້ການນຳພາດ້ານຍຸດທະສາດຂອງປະມຸກລັດສອງປະເທດ, ການສ້າງສາປະຊາຄົມຮ່ວມຊະຕາກຳຈີນ-ລາວໄດ້ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ. ການຄ້າສອງຝ່າຍໄດ້ເພີ່ມຂຶ້ນໃນທ່າມກາງສະພາບຄວາມຫຍຸ້ງຍາກ, ທາງລົດໄຟລາວ-ຈີນເລີ່ມນຳໃຊ້ບໍລິການຢ່າງມີປະສິດທິພາບສູງ, ເຊິ່ງໄດ້ສ້າງພະລັງແຮງໃໝ່ໃຫ້ແກ່ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະການເຊື່ອມຕໍ່ກັນໃນພາກພື້ນ, ໄດ້ປະກອບສ່ວນໃໝ່ເຂົ້າໃນການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ. ເມື່ອປະເຊີນກັບສະຖານະການສາກົນທີ່ສັບສົນໃນປັດຈຸບັນ, ຈີນແລະລາວໃນນາມເປັນສະຫາຍອ້າຍນ້ອງຂອງສັງຄົມນິຍົມ, ຕ້ອງເພີ່ມທະວີການແລກປ່ຽນດ້ານຍຸດທະສາດຕື່ມອີກ, ລົງເລິກການຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ,ຮ່ວມກັນຮັບມືກັບສິ່ງທ້າທາຍ, ປ້ອງກັນຄວາມຍຸຕິທຳແລະຄວາມເປັນທຳສາກົນ, ຊຸກຍູ້ໃຫ້ການສ້າງປະຊາຄົມຮ່ວມຊະຕາກຳຈີນ-ລາວໄດ້ຮັບການຂະຫຍາຍຕົວໃຫຍ່ກວ່າເກົ່າ.

ທ່ານສະເຫຼີມໄຊ ກົມມະສິດກ່າວວ່າ: ການພົວພັນລາວ-ຈີນໃນປັດຈຸບັນມີທ່ວງທ່າເຂັ້ມແຂງ, ໂດຍສະເພາະແມ່ນທາງລົດໄຟລາວຈີນໄດ້ສ້າງສຳເລັດຕາມເວລາກຳນົດແລະບໍລິການນຳໃຊ້ຢ່າງສຳເລັດ ຜົນ, ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄຸນຄ່າສຳຄັນແລະຜົນງານອັນໃຫຍ່ຫຼວງຂອງການຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ”. ທາງລົດໄຟສາຍນີ້ບໍ່ພຽງແຕ່ໄດ້ຊ່ວຍເຫຼືອລາວຈາກປະເທດບໍ່ມີທາງອອກສູ່ທະເລກາຍເປັນປະເທດທີ່ເຊື່ອມໂຍງເຊື່ອມຈອດກັບຕ່າງປະເທດໄດ້ ແຕ່ຍັງໄດ້ສ້າງຄວາມສຸກໃຫ້ແກ່ປະຊາຊົນ ທັງໄດ້ເພີ່ມພະລັງແຮງໃຫ້ແກ່ການຮ່ວມມືພາກພື້ນຕື່ມອີກ, ລາວຮູ້ສຶກພູມໃຈຫຼາຍຕໍ່ກັບເລື່ອງນີ້. ລັດຖະບານແລະປະຊາຊົນລາວສຳຜັດໄດ້ຢ່າງເລິກເຊິ່ງເຖິງການໃຫ້ຄວາມສຳຄັນໃນລະດັບສູງຂອງຈີນຕໍ່ການພົວພັນສອງປະເທດ, ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອໂດຍບໍ່ເຫັນແກ່ຜົນປະໂຫຍດສ່ວນຕົວຂອງຈີນຢ່າງສຸດໃຈ ທັງມີຄວາມຄອງຄອຍຢ່າງເຕັມປ່ຽມຕໍ່ອະນາຄົດຂອງປະຊາຄົມຮ່ວມຊະຕາກຳລາວຈີນ ໂດຍຫວັງວ່າຈະສາມາດພັດທະນາການເຊື່ອມຈອດດ້ານຍຸດທະສາດກັບຈີນຢ່າງແໜ້ນແກ່ນ, ຊຸກຍູ້ໃຫ້ແຜນການຮ່ວມມືອັນໃໝ່ຫຼາຍຢ່າງລະຫວ່າງສອງຝ່າຍໄດ້ຮັບການຈັດຕັ້ງປະຕິບັດໃນໄວໆນີ້.

ສອງຝ່າຍເຫັນວ່າ: “ຄວນຮ່ວມກັນສະກັດກັ້ນແນວຄວາມຄິດສົງຄາມເຢັນ ແລະ ການຫຼິ້ນເກມຜົນລວມເປັນສູນ, ຄັດຄ້ານປະເທດສ່ວນໜຶ່ງປະຕິບັດສອງມາດຕະຖານແບບຕາມໃຈມັກ ເພື່ອລົບກວນແລະທຳລາຍການໄປມາຫາສູ່ກັນແລະການຮ່ວມມືກັນລະຫວ່າງບັນດາປະເທດ”.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/