ເກມ Red Alert 2 ຫຼື ເກມສ້າງຖານທັບໃນຕຳນານ ໄດ້ກັບມາໃຫ້ຫຼາຍໆຄົນທີ່ຄິດຮອດ ກັບມາຫຼິ້ນອີກເທື່ອໜຶ່ງ.
ໂດຍສາມາດຫຼິ້ນຜ່ານ ເວັບໄຊແບບອອນໄລນ໌ໄດ້ເລີຍ ໂດຍບໍ່ຈຳເປັນຕ້ອງຕິດຕັ້ງຕົວເກມລົງໃນເຄື່ອງໃຫ້ເສຍເວລາ.
ແລະຍັງສາມາດຫຼິ້ນກັບຜູ້ຫຼິ້ນຫຼາຍໆຄົນຈາກທົ່ວໂລກ ໂດຍຜ່ານເຄືອຂ່າຍອອນໄລນ໌, ທັງນີ້ ຕົວເກມທີ່ອອກມາກໍເປັນພຽງເວີຊັ່ນ Fanmade ເທົ່ານັ້ນ ໂດຍຍັງເປັນທີມພັດທະນາ Chrono Divide ເປັນຜູ້ພັດທະນາ.

ສາມາດເຂົ້າໄປຫຼິ້ນ ແລະ ລອງກັນໄດ້ທີ່ເວັບໄຊ: https://game.chronodivide.com/
ຕົວເກມຍັງເປັນເວີຊັ່ນທົດລອງທຳອິດ ແຕ່ກໍເຕັມໄປດ້ວຍບັນຍາກາດເກົ່າໆ ແລະ ຍັງຮັກສາເອກະລັກຂອງເກມໄວ້ຢ່າງດີ, ແຕ່ອາດຈະຍັງມີບາງໂໝດ ຫຼື ຟັງຊັນທີ່ຍັງບໍ່ທັນໄດ້ຮອງຮັບ ເຊິ່ງຫວັງວ່າຜູ້ພັດທະນາຈະປັບປຸງຕື່ມອີກຕໍ່ໄປ.
ພາບ: spokesman.com
ຂອບໃຈຂໍ້ມູນຈາກ : https://bit.ly/3v5A1KE
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/