ຮູ້ຫຼືບໍ່? ຄົນ Introvert ແບ່ງອອກເປັນ 4 ປະເພດຄົນ


ຫຼາຍຄົນອາດຄິດວ່າຄົນທີ່ເປັນ Introvert ແມ່ນຄົນທີ່ບໍ່ມັກເຂົ້າສັງຄົມ, ແຕ່ທ່ານຮູ້ບໍວ່າ? ຄົນບຸກຄະລິກນີ້ມີຄວາມຫຼາກຫຼາຍກວ່າທີ່ທ່ານຄິດ ໂດຍ Jonathan Cheek ໄດ້ແບ່ງ introverts ອອກເປັນ 4 ປະເພດທີ່ຈະຊ່ວຍໃຫ້ຂະຫຍາຍຄວາມໝາຍຂອງຄໍາວ່າ: Introvert ທີ່ບໍ່ສະເພາະແຕ່ ເປັນກຸ່ມຄົນທີ່ມັກຢູ່ຄົນດຽວ ຫຼື ຢູ່ກັບຄົນໃກ້ຊິດເທົ່ານັ້ນ, ແຕ່ຫາກວ່າມີຄວາມຫຼາກຫຼາຍທີ່ພົ້ນເດັ່ນອອກມາຕາມແຕ່ລະປະເພດຕ່າງກັນ. 

ລອງມາເບິ່ງນຳກັນວ່າຕົວທ່ານເອງເປັນ Introverts ບໍ່ ຫຼື ຈະໃກ້ຄຽງກັບປະເພດໃດ ເພື່ອໃຫ້ຮັບຮູ້, ເຂົ້າໃຈຕົນເອງຫຼາຍຂຶ້ນ, ສາມາດປັບຕົວ ແລະ ໃຊ້ຊີວິດຢູ່ຮ່ວມກັບຄົນອື່ນໄດ້ງ່າຍຂຶ້ນ.

1.ບຸກຄະລິກ Social Introvert

ການເປັນ introvert ບໍ່ໄດ້ໝາຍຄວາມວ່າຈະຕ້ອງເປັນຄົນທີ່ບໍ່ມັກເຂົ້າສັງຄົມສະເໝີໄປ ແຕ່ພຽງເລືອກທີ່ຈະຢູ່ສັງຄົມ ຫຼື ຢູ່ກັບກຸ່ມໝູ່ສະໜິດເທົ່ານັ້ນ, ພວກເຂົາຈະບໍ່ມັກຢູ່ໃນບ່ອນທີ່ມີຄົນຫຼາຍໆ ເວົ້າແບບນີ້ບໍ່ໄດ້ໝາຍຄວາມວ່າພວກເຂົາມີຄວາມວິຕົກກັງວົນ, ຂີ້ອາຍ ຫຼື ບໍ່ກ້າເຂົ້າສັງຄົມແຕ່ຢ່າງໃດ ເຊິ່ງນັ້ນພຽງແຕ່ເປັນຄົນທີ່ມັກໃຊ້ຊີວິດ ຫຼື ເຮັດກິດຈະກຳຕ່າງໆຢູ່ເຮືອນຫຼາຍກວ່າ ເອີ້ນໄດ້ວ່າເປັນຄົນທີ່ມີຄວາມສຸກຢ່າງງຽບໆໃນພື້ນທີ່ປອດໄພຂອງຕົນເອງ. 

•ເຄັດລັບການດູແລຕົນເອງຂອງ Social Introvert

  • ຢ່າລືມຫາເວລາພັກຜ່ອນເພື່ອເຕັມພະລັງໃຫ້ຕົນເອງ
  • ຢ່າພະຍາຍາມຫຼາຍຈົນເກີນໄປຕໍ່ກັບການເຮັດໃຫ້ຄົນອື່ນມີຄວາມສຸກ ໃນສະຖານະການທີ່ບໍ່ຄຸ້ນເຄີຍ (ເພາະເຮົາຈະຮູ້ສຶກເມື່ອຍ)
  • ການໃຊ້ເວລາຢູ່ກັບຄອບຄົວ ແລະ ຄົນໃກ້ຊິດທີ່ເຮັດໃຫ້ເຮົາສາມາດເປັນຕົວເຮົາເອງໄດ້ຢ່າງເຕັມທີ່

 2. ບຸກຄະລິກ Thinking Introvert

ຄົນປະເພດນີ້ຈະເປັນນັກຄິດ, ນັກຈິນຕະນາການ ມັກຈະໃຊ້ເວລາຈົມຢູ່ກັບຄວາມຄິດໃນຫົວຂອງຕົນເອງ. ເພາະສະນັ້ນ, ພວກເຂົາມັກຈະມີຄວາມຄິດສ້າງສັນ, ມັກເລີ່ມຕົ້ນເຮັດສິ່ງໃໝ່ໆ, ມີວິທີຈັດການສິ່ງຕ່າງໆແຕກຕ່າງຈາກຄົນທົ່ວໄປ.

•ເຄັດລັບການດູແລຕົນເອງຂອງ Thinking Introvert

  • ເມື່ອມີເວລາວ່າງ ຫາເຮັດວຽກເສີມ ຫຼື ກິດຈະກຳໃນຍາມວ່າງທີ່ຊ່ວຍໃຫ້ເຮົາຕໍ່ຍອດໄອເດຍ ແລະ ມີຄວາມຄິດສ້າງສັນໃໝ່ໆ
  • ໃນບາງຄັ້ງກໍບໍ່ຄວນຢູ່ໃນໂລກແຫ່ງຄວາມຝັນຫຼາຍເກີນໄປຈົນລືມໂລກແຫ່ງຄວາມເປັນຈິງ.

3. ບຸກຄະລິກ Anxious Introvert

ຄົນປະເພດນີ້ຈະມັກຢູ່ຄົນດຽວ ແລະ ຫຼີກເວັ້ນການເຂົ້າສັງຄົມ ຫຼື ການເປັນຈຸດສົນໃຈ ໂດຍສະເພາະກັບຄົນແປກໜ້າ ແລ້ວຈະຮູ້ສຶກກັງວົນ, ບໍ່ມີຄວາມໝັ້ນໃຈກັບທັກສະທາງສັງຄົມຂອງຕົນເພາະຢ້ານບໍ່ເປັນທີ່ຖືກໃຈຂອງຄົນອື່ນ, ເປັນຄົນຄິດຫຼາຍ ເມື່ອເຮັດຜິດພາດຂຶ້ນມາຈະຄິດແຕ່ເລື່ອງເກົ່າໆວົນໄປວົນມາ.

•ເຄັດລັບການດູແລຕົນເອງຂອງ Anxious Introvert

  • ລອງເອົາເລື່ອງທີ່ກຳລັງກັງວົນຈົດລົງໄປໃນເຈ້ຍ ມັນຈະເຮັດໃຫ້ເຫັນພາບຂອງບັນຫາໄດ້ດີຂຶ້ນ ແລະ ຄິດຫາວິທີແກ້ໄຂໄດ້ງ່າຍຂຶ້ນ ພ້ອມທັງລົດຜ່ອນຄວາມກັງວົນອີກດ້ວຍ.
  • ອອກກຳລັງກາຍ, ກິນອາຫານທີ່ມີປະໂຫຍດ ແລະ ນັ່ງສະມາທິ.
  • ໃຫ້ຄິດສະເໝີວ່າທຸກຢ່າງຜ່ານມາແລ້ວກໍຜ່ານໄປ.
  • ຂໍຄຳປຶກສາຈາກຄົນອ້ອມຂ້າງ, ຈິດຕະແພດເມື່ອທ່ານບໍ່ສາມາດຫາທາງອອກທີ່ດີໄດ້.

 4. ບຸກຄະລິກ Restrained Introvert

ຄົນປະເພດນີ້ອາດເບິ່ງຄືເປັນຄົນບໍ່ຄ່ອຍມັກເວົ້າ ຫຼື ສະແດງຄວາມຄິດເຫັນ. ແຕ່​ໃນ​ຄວາມ​ເປັນ​ຈິງ, ພວກເຂົາແມ່ນ​ນັກ​ວິ​ເຄາະ​ທີ່ດີ, ມັກວາງແຜນ, ມີຄວາມຄິດ ແລະ ຕັດສິນໃຈຮອບຄອບກ່ອນເວົ້າ ຫຼື ເຮັດສິ່ງໃດໜຶ່ງ ເຊິ່ງເປັນປະເພດຄົນທີ່ພະຍາຍາມຫຼີກເວັ້ນສະຖານະການຕ່າງໆ ແລະ ມີຄວາມລະມັດລະວັງຕົວໄດ້ດີຫຼາຍ.

•ເຄັດລັບການດູແລຕົນເອງຂອງ Restrained Introvert

  • ໃຫ້ເວລາກັບຕົນເອງກຽມພ້ອມທີ່ຈະອອກໄປໃຊ້ຊີວິດ.
  • ໃຊ້ເວລາໃນການຈັດສັນລຳດັບຄວາມສຳຄັນຂອງສິ່ງທີ່ຈະເຮັດໃຫ້ຮຽບຮ້ອຍ ແລ້ວຈຶ່ງຄ່ອຍລົງມືເຮັດຕາມຂັ້ນຕອນ.
  • ເມື່ອສຳເລັດວຽກງານແລ້ວກັບມາພັກຜ່ອນເພື່ອຄາຍຄຽດ.

ເຮົາຈະເປັນ Introvert ທີ່ໃຊ້ຊີວິດຢ່າງມີຄວາມສຸກໄດ້ແນວໃດ?

1. ຢ່າເປັນຜູ້ໃຫ້ຫຼາຍເກີນໄປ

ຢ່າງທີ່ຮູ້ກັນດີວ່າ Introvert ມັກຈະເປັນຜູ້ຟັງທີ່ດີ, ໃຈເຢັນ ຈົນບາງຄັ້ງກາຍເປັນບ່ອນລະບາຍອາລົມຂອງຜູ້ອື່ນ ສົ່ງຜົນໃຫ້ຕົນເອງຮູ້ສຶກອຶດອັດ. ສະນັ້ນແລ້ວ, ຟັງຮັບໄດ້ຕາມຄວາມເໝາະສົມແບບບໍ່ຝືນ ແລະ ທັງສອງຝ່າຍຄວນແລກປ່ຽນແຊຣ໌ປະສົບການຂອງກັນ ແລະ ກັນ, ຢ່າເປັນຜູ້ຟັງ ຫຼື ຜູ້ເວົ້າພຽງຝ່າຍດຽວ.

2. ຈິງໃຈກັບຕົນເອງ

ໃນການເຂົ້າຫາຜູ້ຄົນ ບາງຄັ້ງເອງກໍຕ້ອງຝືນຕົນເອງຍິ້ມ, ເຮັດໂຕຄືມີຄວາມສຸກ ແຕ່ສຸດທ້າຍນັ້ນມັນບໍ່ແມ່ນຕົວຕົນຂອງເຮົາແລ້ວຈະມີຄວາມສຸກໄດ້ແນວໃດ? ທຸກຄົນລ້ວນແຕ່ມີວິທີການໃຊ້ຊີວິດແບບຕົນເອງ, ຈົ່ງເປັນຕົນເອງໃຫ້ແບບທີ່ເໝາະສົມ ແລະ ບໍ່ຝືນຕົນເອງຫຼາຍເກີນໄປ.

3. ເມື່ອຕ້ອງອອກໄປງານລ້ຽງສ້າງສັນ

ໃນກໍລະນີທີ່ໄປແລ້ວຮູ້ສຶກບໍ່ມ່ວນ, ອຶດອັດ, ບໍ່ສະບາຍໃຈ ກໍຄວນກັບໄປພື້ນທີ່ປອດໄພຂອງເຮົາຈະດີກວ່າ ຫຼື ກໍລະນີຫາກຍັງກັບບໍ່ໄດ້ໃຫ້ຢູ່ໃກ້ກັບຄົນທີ່ເຮົາສະໜິດດ້ວຍ.

4. ບໍ່ຈຳເປັນຕ້ອງຮູ້ສຶກຜິດວ່າຕົນເປັນ Introvert

ທຸກຄົນລ້ວນແຕ່ມີເອກະລັກ, ຈຸດດີ ແລະ ຈຸດບົກພ່ອງທີ່ແຕກຕ່າງກັນໄປ, ບໍ່ມີບຸກຄົນໃດຈະສົມບູນແບບໄປໝົດທຸກຢ່າງ.

5. ໄດ້ພັດທະນາຕົນເອງ

ການຢູ່ຄົນດຽວໃນພື້ນທີ່ສ່ວນຕົວຄືການເພີ່ມພະລັງແຫ່ງຄວາມສຸກ, ມີເວລາໄດ້ຄົ້ນຄິດໄອເດຍໃໝ່ໆ ແລະ ເຮັດໃນສິ່ງທີ່ຕົນມັກ ເຊັ່ນ: ການອ່ານປຶ້ມ, ປູກຕົ້ນໄມ້, ຕົບແຕ່ງເຮືອນ, ແຕ້ມຮູບ… ເປັນຕົ້ນ.

6. ປ່ອຍວາງ

ຖ້າຫາກເຮົາຍັງຢ້ານກົວ, ຄິດຫຼາຍ, ຈົມປັກແຕ່ສິ່ງທີ່ຜ່ານມາແລ້ວປິດກັ້ນຕົນເອງ ນັ້ນຈະບໍ່ສາມາດເປີດຮັບຄວາມສຸກໃໝ່ໆໄດ້. ເພາະສະນັ້ນແລ້ວ, ຕ້ອງປ່ຽນຄວາມຄິດໃໝ່ໃຫ້ເປັນພະລັງບວກ ແລະ ຄວນປ່ອຍວາງແລ້ວຈະເຫັນຄວາມສຸກທີ່ກຳລັງຖ້າເຈົ້າຢູ່.

ອ້າງອີງແຫຼ່ງທີ່ມາ:

https://cutt.ly/zwiuI1nk

https://cutt.ly/MwiuOVzZ

https://cutt.ly/9wiuQ8c9

https://cutt.ly/6wiuW83

https://cutt.ly/OwiuAPBn

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/