ຮູບເງົາວັນ Christmas ທີ່ຈະເຮັດໃຫ້ຮູ້ສຶກອົບອຸ່ນໃຈ


ວັນພັກຄຣິສມາສ ແມ່ນໜຶ່ງໃນເທສະການທີ່ທຸກຄົນລໍຖ້າຫຼາຍທີ່ສຸດ ບໍ່ວ່າຈະເປັນການທີ່ຈະໄດ້ພັກຍາວໄປຮອດທ້າຍປີ ຫຼື ຈະແມ່ນການທີ່ໄດ້ໃຊ້ເວລາກັບຄອບຄົວ ແລະ ໝູ່ເພື່ອນ. ເຊິ່ງກິດຈະກຳໃນໄລຍະການລໍຖ້າໃຫ້ວັນດັ່ງກ່າວມາຮອດນັ້ນ ແນ່ນອນວ່າຈະຕ້ອງແມ່ນການກຽມຕົວໃຫ້ພ້ອມ, ໜຶ່ງໃນນັ້ນກໍຄືການເບິ່ງຮູບເງົາ. ສະນັ້ນ, ກຽມຊັອກໂກແລັດຮ້ອນໆ ພ້ອມກັບປັອບຄອນມາຮັບຄວາມອົບອຸ່ນກັບ 10 ຮູບເງົາວັນຄຣິສມາສດັ່ງລຸ່ມນີ້ເລີຍ.

  1. Klaus

ການເຮັດດີໃຫ້ຄົນອື່ນ ບໍ່ຈຳເປັນຕ້ອງເສຍສະຫຼະສິ່ງໃດ ແລະ ມັນບໍ່ໄດ້ມີລາຄາແພງຫຍັງ ນອກຈາກສົ່ງເສີມໃຫ້ພວກເຂົາສົ່ງຕໍ່ຄວາມດີນັ້ນໃຫ້ຜູ້ອື່ນອີກ. ເລື່ອງລາວອະນິເມຊັນ 2D ງານຄຸນະພາບທີ່ຈະມາເລົ່າທີ່ໄປທີ່ມາຂອງຊາຍທີ່ຮ່າງກາຍໃຫຍ່ເປັນຕາຢ້ານ ແຕ່ມີຈິດໃຈທີ່ອ່ອນໂຍນ ຈົນກາຍມາເປັນ Santa Claus ພໍ່ລຸງໃຈດີທີ່ທຸກຄົນຮັກ.

  1. How the Grinch Stole Christmas (2000)

ຮູບເງົາໃນຕຳນານ ນຳສະແດງໂດຍ Jim Carrey ທີ່ຮັບບົດເປັນ Grinch ສັດປະຫຼາດສີຂຽວທີ່ວາງແຜນຈະມາທຳລາຍວັນຄຣິສມາສຂອງປະຊາຊົນໃນເມືອງ ໂດຍການລັກຂອງຂວັນ ແລະ ເຮັດໃຫ້ສິ່ງຂອງຕົກແຕ່ງເປ່ເພ. ເລື່ອງລາວທີ່ຄົບຣົດທັງຕະຫຼົກ ແລະ ໜ້າຕື່ນເຕັ້ນບວກກັບຄວາມຕື້ນຕັນໃຈໃນຕອນທ້າຍທີ່ຈະເຮັດໃຫ້ທຸກຄົນຈື່ຈຳມັນຕະຫຼອດໄປ.

  1. Home Alone (1990)

ເລື່ອງລາວຂອງເດັກຊາຍ ອາຍຸ 8 ປີ ທີ່ພໍ່ແມ່ໄດ້ພາກັນໄປທ່ຽວພັກຜ່ອນ ແຕ່ລາວຕ້ອງຢູ່ເຮືອນຄົນດຽວ ແລະ ຕ້ອງປົກປ້ອງມັນໃນວັນຄຣິສມາສ ຈາກໂຈນຢ່າງເຈັບແສບ ຈົນລາມໄປເກີດຄວາມປັ່ນປ່ວນພາຍໃນເຮືອນ ເຊິ່ງເອີ້ນສຽງຫົວຂອງຄົນເບິ່ງໄດ້ບໍ່ຍາກ.

  1. Elf

ການຄົ້ນຫາສະຖານທີ່ທີ່ຄູ່ຄວນໃຫ້ເຮົາຢູ່, ຮູບເງົາໃນປີ 2003 ທີ່ຈະເລົ່າເຖິງຕົວລະຄອນເອກເຊິ່ງເປັນທັງ Elf ແລະ ມະນຸດ ຍ້ອນວ່າຖືກ Elf ນຳມາລ້ຽງຕັ້ງແຕ່ຍັງນ້ອຍ ຈຶ່ງເຊື່ອວ່າຕົນເອງນັ້ນເປັນ Elf ມາຕະຫຼອດ ເຖິງຢ່າງນັ້ນກໍຖືກລ້ຽງ ແລະ ຍອມຮັບໃນຊຸມຊົນຂອງ Elf. ພໍໃຫຍ່ຂຶ້ນມາຮູ້ວ່າຕົນເອງເປັນມະນຸດ, ລາວຈຶ່ງອອກເດີນທາງຕາມຫາພໍ່ທີ່ແທ້ຈິງ. ແຕ່ການເດີນທາງກໍບໍ່ໄດ້ງ່າຍຢ່າງທີ່ຄິດ, ການຕາມຫາຍິ່ງເຮັດໃຫ້ລາວບໍ່ຮູ້ວ່າຕົນເອງນັ້ນຄູ່ຄວນຈະຢູ່ໃນສັງຄົມແບບໃດກັນແທ້.

  1. The family man (2000)

ເລື່ອງລາວຂອງ Jack Campbell ຮັບບົດໂດຍ Nicolas Cage ເປັນນັກທຸລະກິດໂສດທີ່ມີຄົບທຸກຢ່າງ. ແຕ່ກ່ອນຈະມາຮອດຈຸດນີ້, ລາວເຄີຍມີແຟນມາກ່ອນ ແລະ ເລືອກຈະຖິ້ມແຟນໄວ້ທາງຫຼັງພ້ອມທັງເດີນໜ້າມາສູ່ຊີວິດໃນປັດຈຸບັນທີ່ຄິດວ່າສົມບູນແບບ. ເຖິງຢ່າງນັ້ນລາວກໍຍັງຕາມຫາ ແລະ ຍັງຢາກລອງຫວນກັບໄປຄິດວ່າ ຖ້າຕອນນັ້ນຕົນເອງບໍ່ຖິ້ມແຟນຈະເປັນແນວໃດ.

  1. Rise of the guardian

ອະນິເມຊັນທີ່ກ່າວເຖິງຜູ້ພິທັກອຳມະຕະທັງ 5 ຈະຕ້ອງຮ່ວມກັນຕໍ່ສູ້ກັບຕົວຮ້າຍທີ່ກຳລັງຈະຄວບຄຸມໂລກໂດຍການເຮັດໃຫ້ເດັກນ້ອຍໄດ້ພົບກັບຝັນຮ້າຍ. ເຊິ່ງຜູ້ພິທັກຈະຕ້ອງຕໍ່ສູ້ເພື່ອປົກປ້ອງຄວາມຫວັງ, ຄວາມເຊື່ອ ແລະ ຈິນຕະນາການຂອງເດັກນ້ອຍທົ່ວໂລກ. 

  1. Nightmare Before Christmas (1993)

ເວົ້າເຖິງອະນິເມຊັນ ແລະ ຝັນຮ້າຍແລ້ວ ກໍຕ້ອງບໍ່ຄວນພາດກັບເລື່ອງນີ້. ຕົວລະຄອນ Jack Skellington ທີ່ເປັນລາຊາຂອງເມືອງຮາໂລວີນ ໄດ້ຄົ້ນພົບເມືອງຄຣິສມາສທີ່ເຕັມໄປດ້ວຍສີສັນ ແລະ ແສງທີ່ອົບອຸ່ນ. ລາວວາງແຜນຈະເອົາເທສະການຄຣິສມາສໄປເມືອງຕົນເອງໂດຍການລັກພາຕົວຊານຕ້າ ຄລອສ ແຕ່ແຜນທຸກຢ່າງກໍບໍ່ເປັນໄປຕາມທີ່ຄາດໄວ້.

  1. Love hard

ເລື່ອງລາວຂອງນາຕາລີ ຜູ້ຍິງຄົນໜຶ່ງທີ່ຜິດຫວັງກັບຊີວິດຮັກຂອງຕົນເອງ ໄດ້ມາພົບກັບ Josh, ຊາຍທີ່ກົງກັບຄວາມຄາດຫວັງທຸກຢ່າງຜ່ານແອັບຫາຄູ່ໃນໂລກອິນເຕີເນັດ. ພວກເຂົາໄດ້ຮຽນຮູ້ສຶກສາກັນຈົນຜູກພັນ. ແຕ່ມື້ໜຶ່ງ, ນາຕາລີກໍຄົ້ນພົບວ່າຜູ້ຊາຍທີ່ຕົນເອງລົມນຳຕະຫຼອດນັ້ນ ໜ້າຕາບໍ່່ແມ່ນຄົນດຽວກັນກັບໃນຮູບເລີຍ. ຊ້ຳບໍ່ໜຳ ຍັງຕ້ອງມາຕົວະເປັນແຟນໃຫ້ກັບ Josh ເພື່ອບໍ່ໃຫ້ຂາຍໜ້າອ້າຍຂອງລາວທີ່ສົມສູນແບບທຸກຢ່າງ ແຖມຍັງໄດ້ຄຳຍ້ອງຍໍຈາກພໍ່ແມ່ຕະຫຼອດ. ຄວາມສັບສົນລະຫວ່າງການຖືກຕົວະ ແຕ່ຄວາມຮູ້ສຶກກໍແມ່ນແທ້ ຄຣິສມາສນີ້ເຮັດໃຫ້ນາຕາລີຕ້ອງເລືອກວ່າຈະໄປຕໍ່ແບບໃດ. 

  1. A Christmas Carol

ເລື່ອງລາວຂອງ Scrooge ຊາຍແກ່ຜູ້ໜຶ່ງທີ່ລາວຈະຊັງມື້ວັນຄຣິສມາສເປັນທີ່ສຸດ. ບໍ່ວ່າຈະເຮັດຕົວເປັນຄົນທີ່ເສຍມາລະຍາດ, ໃຈດຳ ແລະ ຍັງບໍ່ຊ່ວຍເຫຼືອຫຍັງແກ່ໃຜ ຫຼື ຫຼານຊາຍຂອງຕົນເອງ ທີ່ມາອາໄສຢູ່ນຳໃນເວລາວັນຄຣິສມາສ. Scrooge ຈະໄດ້ເຈິກັບຜີທັງ 3 ຕົວ ເຊິ່ງກໍຄືຜີວັນຄຣິສມາສຈາກອະດີດ, ປັດຈຸບັນ ແລະ ອະນາຄົດ ເຊິ່ງຜີທັງສາມຈະມາເລົ່າເລື່ອງລາວຂອງ Scrooge ຕັ້ງແຕ່ຍັງນ້ອຍໄປຈົນຮອດອະນາຄົດວ່າຕົວລາວເປັນຄົນແນວໃດ.

  1. Happiest Season

ນຳສະແດງໂດຍ Kristen Stewart ຮັບບົດເປັນ Abby ທີ່ເປັນແຟນ ກັບຜູ້ຍິງອີກຄົນ Harper. ຕົວ Harper ໄດ້ຊວນແຟນສາວມາສະຫຼອງວັນຄຣິສມາສນຳຄອບຄົວຕົນເອງທີ່ເຮືອນ ແຕ່ກໍບໍ່ໄດ້ບອກຄົນຢູ່ເຮືອນເລີຍວ່າຄວາມສຳພັນຂອງທັງສອງນັ້ນຄົບກັນແບບແຟນ ບໍ່ແມ່ນໝູ່. ເນື່ອງຈາກ Harper ຢ້ານວ່າຄວາມສຳພັນຂອງພວກເຂົານັ້ນຈະກະທົບຊື່ສຽງຂອງຜູ້ເປັນພໍ່ທີ່ກຳລັງເຂົ້າຊິງຕຳແໜ່ງນາຍົກຢູ່. Abby ກໍຈຳເປັນຕ້ອງຕົວະວ່າເປັນໝູ່ທີ່ໄປສະຫຼອງຄຣິສມາສຢູ່ເຮືອນໄປ ໂດຍທີ່ທັງສອງບໍ່ຮູ້ເລີຍວ່າຄວາມອຶດອັດກຳລັງຈະເລີ່ມຂຶ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/