ກຽມຮັບຊົມຖ່າຍທອດສົດ ການສົ່ງກ້ອງໂທລະທັດ James Webb Space Telescope ຈາກ NASA ໃນວັນທີ 25 ທັນວານີ້!


ອົງການ NASA ໄດ້ປະກາດເຊີນຊວນທຸກຄົນທົ່ວໂລກມາຮັບຊົມການຖ່າຍທອດສົດ ການສົ່ງກ້ອງໂທລະທັດອະວະກາດ James Webb Space Telescope ໃນວັນທີ 25 ທັນວານີ້ ໃນເວລາ 19:20 (ເວລາປະເທດລາວ) ໂດຍສາມາດຮັບຊົມຜ່ານຊ່ອງທາງເວັບໄຊທາງການຂອງ NASA ພ້ອມທັງ YouTube ແລະ Twitter ໄດ້ເລີຍ.

NASA ຈະໃຫ້ການບໍລິການ James Webb Space Telescope (JWST) ຕັ້ງແຕ່ຂັ້ນຕອນກະກຽມອອກຕົວ, ການອອກຕົວ ແລະ ຫຼັງຈາກອອກຕົວ ໂດຍຈະຜ່ານຈະຫຼວດ Ariane 5 ສົ່ງໃຫ້ກ້ອງໂທລະທັດທີ່ໃຫຍ່ທີ່ສຸດໃນໂລກນີ້ໄດ້ຂຶ້ນໄປສູ່ອະວະກາດ.

ແຜນການພາລະກິດຂອງກ້ອງໂທລະທັດອະວະກາດ James Webb ນັ້ນແມ່ນເກີດຈາກການຈັບມືຂອງ ທາງໜ່ວຍງານອະວະກາດທີ່ສະຫະລັດອາເມຣິກາ NASA, ໜ່ວຍງານອະວະກາດຂອງຢູໂຣບ (ESA) ແລະ ໜ່ວຍງານອະວະກາດຂອງແຄນນາດາ (CSA) ໃນການສົ່ງຕົວກ້ອງໂທລະທັດອະວະກາດທີ່ໃຫຍ່ທີ່ສຸດໃນໂລກນີ້ ຂຶ້ນໄປແທນທີ່ກ້ອງຕົວເກົ່າທີ່ມີຊື່ວ່າ Hubble ທີ່ໄດ້ຂຶ້ນໄປປະຈຳການຕັ້ງແຕ່ປີ 1990. ແນ່ນອນວ່າ JWST ມີເທັກໂນໂລຢີທີ່ທັນສະໄໝກວ່າຫຼາຍທັງລະບົບຣັງສີອິນຟາເຣດທີ່ໃຫຍ່ກວ່າເຖິງ 6 ເທົ່າ, ຕົວເຊັນເຊີທີ່ທັນສະໄໝກວ່າ Hubble ຫຼາຍ ທີ່ເປັນຕົວສຳຄັນໃນການຊ່ວຍໃຫ້ຮັບແສງ-ຣັງສີໄດ້ໄກກວ່າເກົ່າຫຼາຍ. ມັນຈຶ່ງເປັນບາດກ້າວສຳຄັນທີ່ຈະຊ່ວຍໃຫ້ມະນຸດໄດ້ເຂົ້າໃຈເຖິງຈັກກະວານເພີ່ມຂຶ້ນ ບໍ່ວ່າຈະເປັນການສຳຫຼວດລະບົບສຸລິຍະໄປຈົນຮອດການສຳຫຼວດກາແລັກຊີອັນຫ່າງໄກອອກໄປ.

ແຜນການປ່ອຍຕົວກ້ອງ JWST ນັ້ນໄດ້ມີການປະກາດຕັ້ງແຕ່ປີ 2007 ແຕ່ກໍໄດ້ຖືກແກ່ຍາວມາຈົນຮອດປີ 2021 ເຊິ່ງນັບວ່າເປັນເຫດການຍິ່ງໃຫຍ່ທີ່ຈະເກີດຂຶ້ນເປັນການສົ່ງທ້າຍປີ 2021 ນີ້. ການຖ່າຍທອດສົດຈະເລີ່ມຕັ້ງແຕ່ເວລາ 18:00 ໂມງແລງ ໃນວັນເສົາທີ 25 ທັນວາ ຕາມລິ້ງນີ້ໄດ້ເລີຍ:https://cutt.ly/mUdIiDj

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/