ຮັກລົ້ນໃຈ ” ນະເດດ – ຫຍ່າຫຍ່າ ” ເສີບຄວາມຫວານດ້ວຍຮູບ Infinity love ກາງທະເລ


 ນະເດດ ຢາຢ່າ ເຮັດໃຫ້ທະເລຫວານຄື້ນຊັດເປັນນ້ຳຕານຊາຍເລີຍ ຫຼັງຈາກລົງຮູບຄູ່ເຮັດທ່າ Infinity love ຫຼາຍຄົນເຫັນແລ້ວໄດ້ພາກັນແຫ່ເຂົ້າມາແຊວກັນຢ່າງໃຫຍ່.

 ຄູ່ຮັກ Superstar ຄູ່ hot ຂອງວົງການບັນເທີງຂອງປະເທດໄທຈະເປັນໃຜໄປບໍ່ໄດ້ນອກຈາກຄູ່ຂອງພະເອກສຸດຫຼໍ່ ນະເດດ ຄູກິມິຍະ ກັບນາງເອກສຸດໜ້າຮັກ  ຢາຢ່າ ອະຣັດສະຍາ ບອກໄດ້ເລີຍວ່າເປັຍຄູ່ທີ່ເໝາະສົມກັນເປັນທີ່ສຸດບໍ່ວ່າຈະເປັນເລື່ອງຂອງ Lifestyle ທີ່ມັກຄືໆກັນ riveting ກໍ່ໄດ້ ຫຼື ຈະເປັນສາຍບຸນກໍ່ມີໃຫ້ເຫັນກັນຕະຫຼອດ.

ກ່ອນໜ້ານີ້ ນະເດດ ໄດ້ເຮັດ Surprise ດ້ວຍການບິນໄປຫາ ຢາຢ່າ ຮອດພູເກັດທີ່ກໍາລັງທ່ຽວພັກຜ່ອນຢູ່ກັບແກ໊ງໝູ່ສາວໆມີຮູບໜ້າຮັກໆຂອງ ນະເດດ ທີ່ແອບໂຜ່ໃນ Frame ແບບນຽນໆຂອງໝູ່ໆ ຢາຢ່າ ແລະ ຮູບລ້າສຸດທີ່ສ້າງຄວາມຮືຮາສຸດໆເຮັດເອົາຄົນໂສດຕ່າງຕາຮ້ອນພ່າວກັນເລີຍກັບຮູບຄູ່ ນະເດດ - ຢາຢ່າ ຢືນຫັນຫນ້າເຂົ້າຫາກັນ ແລະ ຕ່າງຄົນຕ່າງເອົາມືມາຈ້ຳຢູ່ບ່າເຊິ່ງຮູບດັ່ງກ່າວມີຄວາມໝາຍເປັນ Infinity love ຮັກບໍ່ມີທີ່ສິ້ນສຸດນັ້ນເອງເອີ້ນວ່າຄູນຄວາມຫວານເຂົ້າໄປອີກຮ້ອຍ Level ໄປເລີຍ.
  ແນ່ນອນວ່າຮູບດີໆ ຄຸນນະພາບລົ້ນ Frame ແບບນີ້ຫຼາຍໆຄົນເຫັນແລ້ວຕ່າງເຂົ້າມາແຊວກັນຢ່າງໃຫຍ່ເລີຍ..ພ້ອມໆກັບຖາມວ່າມີຫວານກວ່ານີ້ອີກບໍ່ຈັດມາເລີຍແຟນຄຣັບຍັງຟິນໄດ້ອີກ.............

ຮຽບຮຽງໂດຍ: ກະຕຸກIQ2
ກວດສອບໂດຍ: Tabee vorlasin
ທີ່ມາ: https://www.sanook.com/news/8254398/