ອົບພະຍົບ 12.000 ຊີວິດ ອອກຈາກພື້ນທີ່ ຫຼັງພູໄຟ Mayon ທີ່ຟິລິບປິນລະເບີດ


ໃນວັນທີ 11 ມິຖຸນາ 2023 ປະຊາຊົນຫຼາຍໝື່ນຊີວິດທີ່ອາໄສຢູ່ໃກ້ກັບພູໄຟມາຍອນ (Mayon) ໃນແຂວງອັລເບ ທາງຕອນກາງຂອງປະເທດຟິລິບປິນ ຕ້ອງຮີບອົບພະຍົບປະຊາຊົນເຂົ້າມາຢູ່ໃນສູນອົບພະຍົບທັນທີ ຫຼັງຈາກເຈົ້າໜ້າທີ່ໄດ້ເຕືອນເຖິງຄວາມສ່ຽງຕໍ່ສຸຂະພາບຈາກລາວາ ແລະ ຂີ້ເທົ່າ ລວມໄປຮອດແກ໊ສທີ່ເປັນພິດທີ່ອອກຈາກພູໄຟ.

ພູໄຟມາຍອນ (Mayon) ເປັນໜຶ່ງໃນພູໄຟທີ່ຍັງບໍ່ທັນດັບ ໄດ້ເລີ່ມມີລາວາໄຫຼອອກມາ ເຮັດໃຫ້ປະຊາຊົນຈຳເປັນຕ້ອງອົບພະຍົບອອກຈາກພື້ນທີ່ ເນື່ອງຈາກກັງວົນເຖິງຄວາມເປັນໄປໄດ້ທີ່ພູໄຟຈະລະເບີດຢ່າງຮຸນແຮງ ຈົນເຖິງຕອນນີ້ມີປະຊາຊົນຫຼາຍກວ່າ 12.000 ຄົນຕ້ອງອອກຈາກພື້ນທີ່ຢ່າງໜ້ອຍ 6 ກິໂລແມັດ ຈາກປາກປ່ອງພູໄຟ.

ນັກວິໄຈແຜ່ນດິນໄຫວວິທະຍາ ກ່າວວ່າ ສາມາດບັນທຶກການເກີດແຜ່ນດິນໄຫວຈາກພູໄຟຢ່າງໜ້ອຍ 1 ເທື່ອໃນ 24 ຊົ່ວໂມງທີ່ຜ່ານມາ ແລະ ຫີນຮ້ອນສິແດງກຳລັງຕົກລົງມາຈາກພູໄຟມາຍອນລູກນີ້ໂດຍລັດຖະມົນຕີສາທາລະນະສຸກຟິລິບປິນເຕືອນເຖິງຄວາມສ່ຽງຕໍ່ສຸຂະພາບ ທາງດ້ານ ເທເຣຊິໂຕ ບາກອນກອນ ຜູ້ອຳນວຍການສະຖາບັນພູໄຟ ແລະ ແຜ່ນດິນໄຫວວິທະຍາຂອງຟິລິບປິນ ກ່າວວ່າ ເຂດທີ່ມີຄວາມສ່ຽງສູງຄືເຂດຮອບໆພູໄຟມາຍອນ ອາດຈະຂະຫຍາຍອອກໄປຫາກມີການລະເບີດທີ່ຮຸນແຮງຫຼາຍຂຶ້ນ.

ນອກຈາກການອົບພະຍົບຄົນແລ້ວ ຍັງມີການອົບພະຍົບຝູງສັດທີ່ເນັ້ນຢ້ຳເຖິງພາວະທີ່ກືນບໍ່ເຂົ້າຄາຍບໍ່ອອກຂອງລັດຖະບານຟິລິບປິນໃນການຈັດການກັບໄພຄຸກຄາມຈາກພູໄຟທີ່ຍັງແຕກຢູ່. ທັງນີ້ ພູໄຟມາຍອນຢູ່ຫ່າງຈາກ ເມືອງມະນິລາ ເມືອງຫຼວງຂອງຟິລິບປິນ ໄປທາງຕາເວັນອອກສຽງໃຕ້ປະມານ 330 ກິໂລແມັດ ຖືເປັນ 1 ໃນພູໄຟ 24 ໜ່ວຍ ທີ່ຍັງມີການແຕກໃນຟິລິບປິນ ແລະ ເປັນແຫຼ່ງທ່ອງທ່ຽວທີ່ສວຍງາມເພາະພູໄຟມີລັກສະນະຮູບຊົງທີ່ສວຍງາມໄດ້ສົມມາດຕະຖານທີ່ສຸດ ໜ່ວຍໜຶ່ງຂອງໂລກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/