ຫວຽດນາມ ເກີດບັນຫາໄຟດັບເປັນປະຈຳ ກັງວົນອາດເສຍຊື່ປະເທດສູນກາງການຜະລິດ


ບັນຫາໄຟຟ້າດັບເປັນປະຈຳອາດຈະມີບາງປະເທດໃນອາຊຽນ ໜຶ່ງໃນນັ້ນກໍມີປະເທດຫວຽດນາມ ເປັນປະເທດໜຶ່ງທີ່ມີໄຟຟ້າດັບຢູ່ຕະຫຼອດ ຈົນທາງລັດຖະບານ ຫຼື ພາກສ່ວນທີ່ກ່ຽວຂ້ອງ ຄິດຫາວິທີແກ້ໄຂກ່ຽວກັບບັນຫາໄຟຟ້າດັບ ເພາະມັນຈະສົ່ງຜົນເສຍຫາຍ ແລະ ເສຍຊື່ສຽງ. ເນື່ອງຈາກ ຫວຽດນາມເປັນປະເທດທີ່ມີການພັດທະນາໃນດ້ານເສດຖະກິດເປັນອັນດັບຕົ້ນໆຂອງອາຊຽນ ມີອຸດສາຫະກຳຕ່າງໆໃນຫຼາຍແຂວງທາງພາກເໜືອຂອງປະເທດ.

ທາງແຂວງພາກເໜືອຂອງຫວຽດນາມ ມີໂຮງງານຂອງຜູ້ຜະລິດຊັ້ນນຳລະດັບໂລກ Foxconn, Samsung, Canon, Luxshare ແລະ ອື່ນໆ ຕັ້ງຢູ່ ຂະນະທີ່ການໃຊ້ໄຟຟ້າເພີ່ມສູງຂຶ້ນ ໃນໃຈກາງຄື້ນຄວາມຮ້ອນ ເຊິ່ງສົ່ງຜົນໃຫ້ລະບົບການຜະລິດໄຟຟ້າເຮັດວຽກຢ່າງໜັກ. ພ້ອມກັນນີ້ ໄຟດັບທີ່ເກີດຂຶ້ນຫຼາຍຄັ້ງ ແລະ ບໍ່ໄດ້ມີການແຈ້ງລ່ວງໜ້າ ເຮັດໃຫ້ EuroCham ທີ່ເປັນຕົວແທນຂອງບັນດາບໍລິສັດຢູໂຣບໃນຫວຽດນາມສົ່ງຈົດໝາຍເຖິງກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ເລັ່ງອອກມາດຕະການ ຈັດການກັບບັນຫາດັ່ງກ່າວໂດຍໄວ.

ຮອງປະທານ EuroCham ປະຈໍາຫວຽດນາມເປີດເຜີຍວ່າ ກະຊວງອຸດສາຫະກໍາຂອງຫວຽດນາມຄວນໃຊ້ມາດຕະການໂດຍດ່ວນໃນການຈັດການ ກ່ອນທີ່ຊື່ສຽງຂອງປະເທດໃນຖານະສູນກາງການຜະລິດລະດັບໂລກທີ່ໜ້າເຊື່ອຖືຈະຖືກທຳລາຍ. ເນື່ອງຈາກບັນຫາໄຟຟ້າດັບສົ່ງຜົນກະທົບຕໍ່ກິດຈະກຳທາງອຸດສາຫະກຳຕ່າງໆຢ່າງຫຼວງຫຼາຍ. ນອກຈາກນີ້ ການລາຍງານທາງສື່ແບບເປັນທາງການ ໄດ້ອ້າງວ່າທາງພາກເໜືອຂອງການໄຟຟ້າຫວຽດນາມ ໄຟຟ້າໃນອຸດສາຫະກຳຢ່າງໜ້ອຍ 5 ແຫ່ງ ແລະ ຫຼາຍບ້ານໃນແຂວງ ຈະຖືກຕັດໄຟບາງສ່ວນ ຫຼື ທັງໝົດເປັນເວລາຫຼາຍຊົ່ວໂມງ ເມື່ອຕົ້ນອາທິດທີ່ຜ່ານມາ ລວມໄປເຖິງມີການສັ່ງປິດໄຟເຍືອງທາງ ແລະ ບັນດາຜູ້ຜະລິດກຳລັງປ່ຽນເວລາ ໃນການເຮັດວຽກໄປເປັນໄລຍະທີ່ຄວາມຕ້ອງການໄຟຟ້າຕ່ຳ ເພື່ອໃຫ້ລະບົບໄຟຟ້າຂອງປະເທດເຮັດວຽກຕໍ່ໄໄດ້ ໂດຍມີບໍລິສັດຫຼາຍກວ່າ 11.000 ແຫ່ງ ຕົກລົງທີ່ຈະລົດການໃຊ້ພະລັງງານເທົ່າທີ່ເປັນໄດ້ໄປໄດ້.

ຂໍ້ມູນຈາກ: https://cutt.ly/hwe0UoTA

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/