ປົກເວັບ 2026 10 08T135919 121

ອົງການກວດສອບແຫ່ງລັດ ກວດພົບລາຍຮັບກວ່າ 267 ຕື້ກີບ ບໍ່ມອບເຂົ້າຄັງລັດ

ອົງການກວດສອບແຫ່ງລັດເປີດເຜີຍຊ່ອງໂຫວ່ທາງການເງິນຄັ້ງໃຫຍ່ ພົບລາຍຮັບກວ່າ 267 ຕື້ກີບ ບໍ່ຖືກມອບເຂົ້າງົບປະມານແຫ່ງລັດ ພ້ອມເປີດໜີ້ສິນຕ້ອງຮັບອື່ນໆອີກຫຼາຍພັນຕື້ກີບ ສົ່ງຜົນກະທົບໂດຍກົງຕໍ່ສະຖຽນລະພາບທາງດ້ານການເງິນ ຮຽກຮ້ອງໃຫ້ມີການອັດຮູຮົ່ວໄຫລຂອງງົບປະມານຢ່າງເດັດຂາດ.

ບົດລາຍງານສະບັບນີ້ຖືກເປີດເຜີຍຂຶ້ນໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລາ 2026 ໂດຍທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ.  ໜັງສືພີມເສດຖະກິດ ການຄ້າລາຍງານ.

ຈາກການລົງເລິກກວດສອບເປົ້າໝາຍ 105 ແຫ່ງໃນທົ່ວປະເທດ ກວມເອົາທັງຂົງເຂດງົບປະມານ, ທະນາຄານ, ວິສາຫະກິດ ແລະ ໂຄງການລົງທຶນລັດ ໄດ້ພົບເຫັນສະພາບການຄຸ້ມຄອງການເງິນທີ່ຫາຍໄປຈາກລະບົບຢ່າງໜ້າຕົກໃຈ. 

ຕົວເລກທີ່ໜ້າເປັນຫ່ວງທີ່ສຸດແມ່ນການກວດພົບລາຍຮັບຈາກສ່ວຍສາອາກອນ ແລະ ຊັບສິນຂອງລັດຈຳນວນ 267.99 ຕື້ກີບ ທີ່ບໍ່ໄດ້ຖືກມອບເຂົ້າຄັງເງິນແຫ່ງລັດ ໂດຍໃນຈຳນວນນີ້ມີເຖິງ 78.26 ຕື້ກີບ ທີ່ຖືກນຳໄປໃຊ້ຈ່າຍນອກແຜນງົບປະມານຢ່າງຜິດລະບຽບການ ຂະນະທີ່ອີກກວ່າ 189 ຕື້ກີບ ແມ່ນຍັງຖືກເກັບຮັກສາໄວ້ໃນຄັງເງິນສົດ ແລະ ບັນຊີເງິນຝາກຕ່າງໆ.

ນອກຈາກນັ້ນ ຍັງມີໜີ້ຕ້ອງຮັບສະສົມຈົນຮອດທ້າຍປີ 2025 ທີ່ສູງເຖິງ 7,071.32 ຕື້ກີບ ເຊິ່ງລວມມີໜີ້ສ່ວຍສາອາກອນ ແລະ ບັນດາຊັບສິນຕ່າງໆທີ່ລັດຍັງບໍ່ທັນສາມາດເກັບກູ້ໄດ້.

ຍິ່ງໄປກວ່ານັ້ນ ການກວດສອບຍັງພົບເຫັນຄວາມຊັກຊ້າໃນການສະສາງບັນຊີລາຍຮັບວິຊາການ ແລະ ບັນຊີລາຍຮັບລໍຖ້າການຈັດສັນໃນຂັ້ນສູນກາງ ເຊິ່ງມີມູນຄ່າລວມກັນກວ່າ 3,250 ຕື້ກີບ ທີ່ຍັງຄົງຄ້າງບໍ່ໄດ້ໄລ່ລຽງເຂົ້າງົບປະມານຕາມຂັ້ນຕອນ. 

ບັນຫາດັ່ງກ່າວບໍ່ໄດ້ເກີດຂຶ້ນສະເພາະແຕ່ຂັ້ນສູນກາງເທົ່ານັ້ນ ແຕ່ຍັງລາມໄປເຖິງຂັ້ນທ້ອງຖິ່ນ ໂດຍພົບວ່າ 10 ແຂວງທົ່ວປະເທດ ມີການເກັບພັນທະອາກອນ ແລະ ຄ່າທຳນຽມຕ່າງໆບໍ່ຄົບຖ້ວນຕາມການແຈ້ງມອບ ເຮັດໃຫ້ລັດສູນເສຍລາຍຮັບຕື່ມອີກ 54.46 ຕື້ກີບ ແລະ ເກືອບ 1 ລ້ານໂດລາສະຫະລັດ. 

ການເປີດເຜີຍຂໍ້ມູນໃນຄັ້ງນີ້ ຖືເປັນສັນຍານເຕືອນຄັ້ງສຳຄັນທີ່ຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ຕ້ອງເລັ່ງທົບທວນກົນໄກການຄຸ້ມຄອງການເງິນຢ່າງເຄັ່ງຄັດ ເພື່ອຮັບປະກັນວ່າທຸກລາຍຮັບຂອງຊາດຈະຖືກນຳໃຊ້ເຂົ້າໃນການພັດທະນາປະເທດຊາດຢ່າງເຕັມເມັດເຕັມໜ່ວຍ.

#LaoX #ອົງການກວດສອບແຫ່ງລັດ #ງົບປະມານແຫ່ງລັດ #ສະພາແຫ່ງຊາດລາວ #ເສດຖະກິດລາວ #ຂ່າວເສດຖະກິດ #ຄວາມໂປ່ງໃສທາງການເງິນ

Comments are disabled