ປົກເວັບ 2026 09 07T105818 276

ອຸທາຮອນ! ອິນຟລູເອນເຊີຊາວອັງກິດ ເສຍຊີວິດ ຫຼັງສີດຟິລເລີ ເພີ່ມຂະໜາດ ອະໄວຍະວະເພດ ທີ່ປະເທດໄທ

ອິນຟລູເອນເຊີຊື່ດັງຊາວອັງກິດ ເຊື້ອສາຍໄນຈີເຣຍ ເສຍຊີວິດຢ່າງກະທັນຫັນຈາກອາການຫຼອດເລືອດອຸດຕັນໃນປອດ ຫຼັງເຂົ້າຮັບການສີດຟິລເລີຂະຫຍາຍອະໄວຍະວະເພດທີ່ຄລີນິກໃນປະເທດໄທ ເຊິ່ງເຫດການນີ້ເປັນອຸທາຫອນເຕືອນໃຈຄັ້ງໃຫຍ່ເຖິງຄວາມສ່ຽງຮ້າຍແຮງເຖິງແກ່ຊີວິດຈາກການສັນຍະກຳເພີ່ມຂະໜາດ.

ຈາກຫຼັກຖານທີ່ນຳສະເໜີຕໍ່ສານໄຕ່ສວນໃນລອນດອນຕາເວັນຕົກລະບຸວ່າ ເມື່ອວັນທີ 5 ມີນາທີ່ຜ່ານມາ ຜູ້ກ່ຽວຊື່ Ubiribo ໄດ້ເຂົ້າຮັບການສີດກົດໄຮຢາລູໂຣນິກ (Hyaluronic acid) ປະສົມກັບຢາຊາລີໂດເຄນ (Lidocaine) ປະລິມານ 40 ມິນລີລິດ ເຂົ້າໄປໃນອະໄວຍະວະເພດທີ່ຄລີນິກແຫ່ງໜຶ່ງໃນປະເທດໄທ. ຫຼັງຈາກການປິ່ນປົວ ລາວ ແລະ ຄູ່ຮັກຊຶ່ງພັກຢູ່ໂຮງແຮມຫຼູໃນບາງກອກໄດ້ໄປນວດຜ່ອນຄາຍ ແຕ່ຫຼັງຈາກນັ້ນລາວກໍເລີ່ມຈົ່ມວ່າມີອາການເຈັບໜ້າເອິກ ແລະ ໝົດສະຕິເຖິງສອງຄັ້ງ ຈຶ່ງຖືກນຳຕົວສົ່ງໂຮງໝໍໃນຢ່ານສຸຂຸມວິດຢ່າງຮີບດ່ວນ. ຕາມການລາຍງານຂອງ Khaosod

ເມື່ອໄປເຖິງໂຮງໝໍ ລາວຍັງມີສະຕິ ແລະ ສາມາດບອກແພດໄດ້ວ່າຕົນເອງໄດ້ໄປສີດຂະຫຍາຍອະໄວຍະວະເພດມາ ແຕ່ບໍ່ດົນກໍໝົດສະຕິໄປອີກຄັ້ງກ່ອນທີ່ແພດຈະໄດ້ເຮັດການສະແກນຊີທີ (CT scan) ເພື່ອກວດຫາສາເຫດ.

ທີມແພດໄດ້ບົ່ງມະຕິວ່າລາວມີອາການຫຼອດເລືອດໃນປອດອຸດຕັນ (Pulmonary embolism) ແລະ ໄດ້ຍ້າຍຜູ້ກ່ຽວເຂົ້າຫ້ອງໄອຊີຢູ (ICU) ໃນທັນທີ. ເຖິງແມ່ນວ່າບຸກຄະລາກອນທາງການແພດຈະພະຍາຍາມປ້ຳຫົວໃຈ (CPR) ດົນກວ່າ 100 ນາທີ ແຕ່ກໍບໍ່ເປັນຜົນ Ubiribo ໄດ້ເສຍຊີວິດລົງໃນຊ່ວງເຊົ້າຂອງວັນທີ 6 ມີນາ. 

ຜົນການຊັນນະສູດສົບໃນປະເທດອັງກິດສະຫຼຸບຊັດເຈນວ່າ ສານໄຮຢາລູໂຣນິກ ແລະ ລີໂດເຄນທີ່ໃຊ້ໃນການຂະຫຍາຍຂະໜາດນັ້ນ ເປັນປັດໄຈສຳຄັນທີ່ເຮັດໃຫ້ເກີດພາວະຫຼອດເລືອດອຸດຕັນຈົນນຳໄປສູ່ການເສຍຊີວິດໃນທີ່ສຸດ.

Ubiribo ເປັນທີ່ຮູ້ຈັກກັນດີໃນໂລກອອນລາຍຈາກການໃຊ້ຊີວິດທີ່ຫຼູຫຼາ ແລະ ມີຜູ້ຕິດຕາມເທິງອິນສະຕາແກຣມກວ່າ 185,000 ຄົນ. ຕາມລາຍງານລະບຸວ່າ ລາວເປັນເຈົ້າຂອງບ້ານພັກມູນຄ່າ 1.1 ລ້ານໂດລາສະຫະລັດໃນນະຄອນລອສແອງເຈລີສ ແລະ ອາພາດເມັນມູນຄ່າ 600,000 ໂດລາສະຫະລັດໃນລອນດອນ ປະເທດອັງກິດ.

ຫຼັງຈາກການເສຍຊີວິດ ຮ່າງຂອງລາວໄດ້ຖືກນຳໄປຝັງທີ່ລອນດອນໃນໂລງສົບທອງຄຳເຊິ່ງລາຍງານວ່າມີມູນຄ່າສູງເຖິງ 745,000 ໂດລາສະຫະລັດ. ທັງນີ້ ຂັ້ນຕອນການສີດຟິລເລີໄຮຢາລູໂຣນິກເພື່ອຂະຫຍາຍອະໄວຍະວະເພດອາດມີຄ່າໃຊ້ຈ່າຍສູງເຖິງ 9,000 ໂດລາສະຫະລັດ ໂດຍຜົນລັບມັກຈະຢູ່ໄດ້ພຽງປະມານ 6 ຫາ 9 ເດືອນເທົ່ານັ້ນ ເຊິ່ງເຫດການສະຫຼົດໃຈຄັ້ງນີ້ຖືເປັນການເຕືອນສະຕິໃຫ້ສັງຄົມໄດ້ຮັບຮູ້ເຖິງອັນຕະລາຍທີ່ອາດແຝງມາພ້ອມກັບການສັນຍະກຳຄວາມງາມທີ່ຂາດການໄຕ່ຕອງຢ່າງລະມັດລະວັງ.

#LaoX #ຂ່າວຕ່າງປະເທດ #ອຸທາຫອນສັນຍະກຳ #ສີດຟິລເລີອັນຕະລາຍ #Ubiribo #ຂ່າວມື້ນີ້

Comments are disabled