ອີຣ່ານ ກຽມນຳເອົາ ພາສາຈີນ ເຂົ້າມາໃນລະບົບການສຶກສາພື້ນຖານຂອງປະເທດ ພາຍໃນປີ 2024 ນີ້

ອີຣ່ານ ກຽມນຳເອົາ ພາສາຈີນ

ສປ ຈີນ ເອີ້ນໄດ້ວ່າເປັນອີກໜຶ່ງປະເທດທີ່ມີອິດທິພົນ ແລະ ເປັນປະເທດທີ່ມີບົດບາດຫຼາຍທີ່ສຸດໃນໂລກ ໂດຍສະເພາະທາງດ້ານເສດຖະກິດ ແລະ ການຄ້າ ໂດຍຈີນເປັນປະເທດທີ່ມີຂະໜາດເສດຖະກິດໃຫຍ່ທີ່ສຸດເປັນອັນດັບ 2 ຂອງໂລກ ແລະ ເປັນກຳລັງສຳຄັນຂອງກຸ່ມປະເທດທີ່ກຳລັງກ້າວຂຶ້ນມາທ້າທາຍອຳນາດເກົ່າຂອງໂລກ ຢ່າງ ສະຫະລັດອາເມຣິກາ ແລະ ຢູໂຣບ.

ຫຼ້າສຸດ ກອງເລຂາຄະນະກຳມະການສູງສຸດດ້ານການສຶກສາແຫ່ງຊາດອີຣ່ານ ກຽມຈະເພີ່ມການສອນພາສາຈີນ, ພາສາຣັດເຊຍ ແລະ ພາສາຕ່າງປະເທດອື່ນໆ ເຂົ້າໃນການສຶກສາຊັ້ນມັດທະຍົມ ນັບແຕ່ປີ 2024 ເປັນຕົ້ນໄປ.

ອີຣ່ານ ກຽມນຳເອົາ ພາສາຈີນ

ຄະນະກຳມະການສູງສຸດດ້ານການສຶກສາແຫ່ງຊາດອີຣ່ານ ແມ່ນອົງການທີ່ຊົງອິດທິພົນ ມີໜ້າທີ່ຮັບຜິດຊອບວາງແຜນ ແລະ ນະໂຍບາຍດ້ານການສຶກສາໃຫ້ປະຊາຊົນອີຣ່ານ. ກອງເລຂາອົງການດັ່ງກ່າວແນະນຳໃຫ້ຮູ້ວ່າ: ນັບແຕ່ວັນທີ 21 ມີນາ 2024 ເປັນຕົ້ນໄປ, ຈະມີພາສາຕ່າງປະເທດ 6 ພາສາ ໃຫ້ນັກຮຽນຊັ້ນມັດທະຍົມອີຣ່ານໄດ້ເລືອກຮຽນ ຄື: ພາສາຈີນ, ພາສາອັງກິດ, ພາສາຝຣັ່ງ, ພາສາຣັດເຊຍ, ພາສາອາຣັບ ແລະ ພາສາເຢຍລະມັນ. ໂຄງປະກອບ ແລະ ແຜນການດ້ານການສຶກສາທີ່ລະອຽດຍັງພວມວາງແຜນການຢູ່. ປັດຈຸບັນ, ໃນການສຶກສາຢູ່ໂຮງຮຽນມັດທະຍົມຂອງອີຣ່ານ, ມີພຽງແຕ່ສອງພາສາຕ່າງປະເທດເທົ່ານັ້ນຄື: ພາສາອັງກິດ ແລະພາສາຝຣັ່ງ ເພື່ອໃຫ້ນັກຮຽນໄດ້ເລືອກຮຽນ.

ອີຣ່ານ ກຽມນຳເອົາ ພາສາຈີນ

ໂດຍຄວາມສຳພັນຂອງ ຈີນ ແລະ ອີຣ່ານ ໄດ້ເລີ່ມຂຶ້ນຢ່າງເປັນທາງການຕັ້ງແຕ່ປີ 1937 ໂດຍນັບແຕ່ນັ້ນເປັນຕົ້ນມາ ທັງສອງປະເທດໄດ້ມີການຮ່ວມມືກັນຫຼາຍດ້ານ ບໍ່ວ່າຈະເປັນວັດທະນະທຳ ການເມືອງ ແລະ ເສດຖະກິດ. ຄວາມສຳພັນຂອງທັງສອງພັດທະນາແໜ້ນແຟ້ນໄປກວ່າເກົ່າ ໃນວັນທີ 27 ມີນາ 2021 ໂດຍການເຊັນສັນຍາ ອີຣ່ານ-ຈີນ ການຮ່ວມມື 25 ປີ (Iran–China 25-year Cooperation Program) ທີ່ຈະເນັ້ນໜັກໃນການຮ່ວມມືກັນທາງດ້ານ ການເມືອງ, ຍຸດທະສາດ ແລະ ເສດຖະກິດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/