ລາວ-ຫວຽດນາມ ຂະຫຍາຍຄວາມສຳພັນຮັດແໜ້ນ, ໝັ້ນທ່ຽງ, ມີຫຼາຍຮູບແບບ ໃນການສົ່ງເສີມເສດຖະກິດ

ລາວ-ຫວຽດນາມ

ຄະນະຜູ້ແທນຂັ້ນສູງຂອງ ສສ ຫວຽດນາມ ນໍາໂດຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງເຖິງນະຄອນຫຼວງວຽງຈັນ ໃນຕອນເຊົ້າຂອງວັນທີ 11 ມັງກອນ 2023 ແລະ ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ ແລະ ສົມກຽດ ໂດຍ ສອນໄຊ ສີພັນດອນນາຍົກລັດຖະມົນຕີແຫ່ງ ສປປ ລາວ ທີ່ສໍານັກງານນາຍົກລັດຖະມົນຕີ. ຫຼັງຈາກສໍາເລັດພິທີຕ້ອນຮັບຢ່າງເປັນທາງການ, ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ໄດ້ດໍາເນີນການພົບປະສອງຝ່າຍກັບນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ແລະ ຄະນະຜູ້ແທນຂັ້ນສູງແຫ່ງ ສສ ຫວຽດນາມ ທີ່ສໍານັກງານນາຍົກລັດຖະມົນຕີ.

ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ແລະ ຕີລາຄາສູງຕໍ່ການຮ່ວມມືຮອບດ້ານ ຂອງສອງປະເທດ, ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມື ແລະ ຂໍ້ຕົກລົງຮ່ວມມືສອງຝ່າຍ ກໍຄືການຕົກລົງຂອງການນໍາຂັ້ນສູງຂອງສອງປະເທດໃນທຸກໆດ້ານຕະຫຼອດໄລຍະຜ່ານມາ ເປັນຕົ້ນແມ່ນ ການພົວພັນຮ່ວມມືດ້ານການເມືອງ ສືບຕໍ່ມີຄວາມຮັດແໜ້ນ, ໝັ້ນທ່ຽງ, ມີຫຼາຍຮູບ, ຫຼາຍແບບ, ສ້າງໄດ້ຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ ໃນລະດັບສູງ, ມີການໄປມາ ແລະ ພົບປະລະຫວ່າງການນໍາຂັ້ນສູງ ແລະ ທຸກລະດັບເປັນປົກກະຕິ; ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ມີປະສິດທິພາບ; ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ, ສາທາລະນະສຸກ, ຖະແຫຼງຂ່າວ, ວັດທະນະທໍາ, ກິລາ, ທ່ອງທ່ຽວ, ອົງການຈັດຕັ້ງມະຫາຊົນ ແລະ ລະຫວ່າງປະຊາຊົນກັບປະຊາຊົນ ໄດ້ຮັບການເພີ່ມທະວີ ແລະ ນໍາເອົາຜົນປະໂຫຍດຢ່າງເປັນຮູບປະທໍາມາສູ່ປະຊາຊົນສອງຊາດເປັນຢ່າງດີ, ບັນດາຂໍ້ຫຍຸ້ງຍາກ ແລະ ຂໍ້ຄົງຄ້າງຕ່າງໆ ແມ່ນໄດ້ຮັບຄວາມເອົາໃຈໃສ່ແກ້ໄຂຈາກທັງສອງຝ່າຍ ເຮັດໃຫ້ສາມາດຜ່ານໄປໄດ້ດ້ວຍດີ. ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນນັບມື້ນັບໃກ້ຊິດສະໜິດສະໜົມ ແລະ ມີປະສິດທິຜົນ.

ລາວ-ຫວຽດນາມ

ພ້ອມກັນນີ້, ສອງຝ່າຍ ໄດ້ຮ່ວມກັນວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ, ເຊິ່ງສອງຝ່າຍໄດ້ເຫັນດີເປັນເອກະພາບທີ່ຈະສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ ເພື່ອຜັນຂະຫຍາຍຕາມທັດສະນະຍູ້ແຮງການຮ່ວມມືຮອບດ້ານໃນທຸກຂົງເຂດວຽກງານ ເປັນຕົ້ນແມ່ນ ການຮ່ວມມືດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ເສດຖະກິດ-ການຄ້າ, ການລົງທຶນ, ການເຊື່ອມໂຍງພື້ນຖານໂຄງລ່າງ, ການທ່ອງທ່ຽວ, ພະລັງງານ, ກະສິກໍາສະອາດ, ການສຶກສາ, ວັດທະນະທໍາ, ສາທາລະນະສຸກ, ວິທະຍາສາດ-ເຕັກນິກ ແລະ ອື່ນໆ. ໄປຄຽງຄູ່ກັນນັ້ນ, ສອງຝ່າຍເຫັນດີໃນການສືບຕໍ່ເພີ່ມທະວີການສຶກສາອົບຮົມມູນເຊື້ອຄວາມສາມັກຄີພິເສດ ລາວ-ຫວຽດນາມ ໃນຖັນແຖວພະນັກງານ ແລະ ປະຊາຊົນ ກໍຄືຖັນແຖວຊາວໜຸ່ມ-ເຍົາວະຊົນຂອງສອງປະເທດ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ລາວ-ຫວຽດນາມ

ໃນໂອກາດດຽວກັນ, ສະຫາຍ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ກ່າວສະແດງຄວາມຂອບໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງທີ່ໄດ້ໃຫ້ການຮ່ວມມື ແລະ ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນຕໍ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ບໍ່ວ່າຈະໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດໃນປັດຈຸບັນ, ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ຄໍາຊົມເຊີຍ ແລະ ຄໍາເວົ້າອັນຈົບງາມຂອງສະຫາຍ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະ ພ້ອມທີ່ຈະຮ່ວມເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ໃຫ້ຍືນຍົງ ແລະ ໜັກແໜ້ນຍິ່ງໆຂຶ້ນ.

ລາວ-ຫວຽດນາມ

ພາຍຫຼັງສໍາເລັດການພົບປະສອງຝ່າຍ, ສອງສະຫາຍນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໄດ້ເຂົ້າຮ່ວມເປັນສັກຂີພະຍານການລົງນາມເອກະສານຮ່ວມມືສອງຝ່າຍ ຈໍານວນ 10 ສະບັບ ຄື:

1) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສ້າງກົນໄກການປຶກສາຫາລືວຽກງານການທູດເສດຖະກິດ ລະຫວ່າງ ກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດແຫ່ງ ສສ ຫວຽດນາມ.

2) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍແຜນງານການຄົ້ນຄວ້າ ແລະ ເຝິກອົບຮົມໃຫ້ແກ່ນັກການທູດ ແລະ ພະນັກງານກະຊວງການຕ່າງປະເທດ ລະຫວ່າງ ກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດແຫ່ງ ສສ ຫວຽດນາມ.

3) ສົນທິສັນຍາ ວ່າດ້ວຍການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທາງດ້ານຍຸຕິທໍາໃນບັນຫາທາງແພ່ງ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ.

4) ສັນຍາ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ວ່າດ້ວຍຄູ່ຮ່ວມມືດິຈິຕອລ.

5) ອະນຸສັນຍາ ວ່າດ້ວຍການຮ່ວມມືກໍ່ສ້າງບຸກຄະລາກອນ ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ.

6) ແຜນການຮ່ວມມື ປີ 2023 ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາທິການ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ.

7) ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງສາທາລະນະສຸກແຫ່ງ ສປປ ລາວ ແລະ ກະຊວງສາທາລະນະສຸກແຫ່ງ ສສ ຫວຽດນາມ.

8)ບົດບັນທຶກການສ້າງຕັ້ງສາຍພົວພັນຮ່ວມມືມິດຕະພາບ ລະຫວ່າງ ແຂວງຈໍາປາສັກ ແຫ່ງ ສປປ ລາວ ແລະ ແຂວງກວ້າງຈີ້ ແຫ່ງ ສສ ຫວຽດນາມ.

9) ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານນະວັດຕະກໍາທາງດ້ານການເງິນ ແລະ ລະບົບຊໍາລະ ລະຫວ່າງ ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງລັດ ຫວຽດນາມ.

10) ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງແຫ່ງ ສປປ ລາວ ແລະ ກະຊວງຄົມມະນາຄົມ ແລະ ຂົນສົ່ງແຫ່ງ ສສ ຫວຽດນາມ ກ່ຽວກັບການຮ່ວມມືຮອບດ້ານຂົງເຂດຄົມມະນາຄົມ ແລະ ຂົນສົ່ງທາງນໍ້າ.

ໃນວັນດຽວກັນ, ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ພ້ອມຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງໄປວາງພວງມາລາຢູ່ອານຸສາວະລີນັກຮົບນິລະນາມ ເພື່ອສະແດງຄວາມເຄົາລົບ ແລະ ລະນຶກເຖິງອ້າຍນ້ອງທະຫານນັກຮົບທີ່ໄດ້ຕໍ່ສູ້ເສຍສະຫຼະເລືອດເນື້ອເພື່ອປະເທດຊາດ ແລະ ປະຊາຊົນໃນສະໄໝສົງຄາມ.

ຂອບໃຈຂໍ້ມູນຈາກ: https://bit.ly/3Gs1zky

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/