ປົກເວັບ 2026 09 30T123444 562 1

ອີຢູ ອະນຸມັດ 3,5 ລ້ານເອີໂຣ ສານຕໍ່ໂຄງການ SOLAR II ຍົກລະດັບສະຫວັດດີການແຮງງານກະສິກຳ-ປ່າໄມ້ລາວ

ສະຫະພາບເອີຣົບ (EU) ແລະ ອົງການແຮງງານສາກົນ (ILO) ເປີດຕົວໂຄງການ SOLAR II ດ້ວຍງົບປະມານ 3,5 ລ້ານເອີໂຣ ເພື່ອຍົກລະດັບສິດທິແຮງງານ ແລະ ສະຫວັດດີການໃຫ້ຊາວກະສິກອນໃນຂະແໜງກາເຟ, ຊາ ແລະ ປ່າໄມ້ ກວ່າ 32.000 ຄົນ ແນໃສ່ລົບລ້າງຄວາມບໍ່ສະເໝີພາບ ແລະ ຍົກມາດຕະຖານສິນຄ້າກະສິກຳລາວໃຫ້ຕອບໂຈດການສົ່ງອອກສູ່ຕະຫລາດໂລກຢ່າງຍືນຍົງ.

ບາດກ້າວໃໝ່ນີ້ຖືເປັນການຕໍ່ຍອດຄວາມສຳເລັດອັນໂດດເດັ່ນຈາກໂຄງການໄລຍະທີ 1 ທີ່ເຄີຍສ້າງຜົນງານໃນພາກໃຕ້ຂອງລາວ ດ້ວຍການດຶງເອົາຊາວກະສິກອນກວ່າ 12.000 ຄົນເຂົ້າເຖິງຄວາມຮູ້ ແລະ ສາມາດຊຸກຍູ້ແຮງງານນອກລະບົບເຖິງ 806 ຄົນ ໃຫ້ເຂົ້າສູ່ລະບົບປະກັນສັງຄົມແຫ່ງຊາດໄດ້ສຳເລັດ. ຕາມການລາຍງານຂອງ ຂປລ.

ສຳລັບແຜນຈັດຕັ້ງປະຕິບັດ 5 ປີ (2026-2030) ໂດຍຈະຂະຫຍາຍຂອບເຂດຍຸດທະສາດການລົງພື້ນທີ່ຂຶ້ນສູ່ 16 ເມືອງ ໃນ 7 ແຂວງຂອງພາກເໜືອ ແລະ ພາກກາງ. ການຂະຫຍາຍຕົວຄັ້ງນີ້ ເປັນການເພີ່ມເປົ້າໝາຍການເຂົ້າເຖິງແຮງງານ ແລະ ຜູ້ຜະລິດຂະໜາດນ້ອຍໃຫ້ໄດ້ເຖິງ 32.000 ຄົນ ເຊິ່ງເພີ່ມຂຶ້ນເກືອບ 3 ເທົ່າຕົວ ໂດຍຈະເຮັດວຽກຮ່ວມກັບອົງການ Oxfam, ຕົວແທນຜູ້ໃຊ້ແຮງງານ-ຜູ້ອອກແຮງງານ ແລະ ອົງການຈັດຕັ້ງທາງສັງຄົມຢ່າງໃກ້ຊິດ ເພື່ອສ້າງຄວາມເຂັ້ມແຂງໃນລະດັບຮາກຖານ.

ຄວາມພິເສດຂອງໂຄງການໄລຍະທີ II ແມ່ນການວາງມາດຕະການຊ່ວຍເຫລືອກຸ່ມບອບບາງຢ່າງເປັນຮູບປະທຳ ໂດຍກຳນົດໂກຕ້າຢ່າງຊັດເຈນວ່າ ຜູ້ທີ່ໄດ້ຮັບຜົນປະໂຫຍດຢ່າງໜ້ອຍ 50% ຕ້ອງເປັນແມ່ຍິງ ແລະ ອີກ 25% ຕ້ອງເປັນກຸ່ມຊົນເຜົ່າ. 

ການດຳເນີນງານຈະລົງເລິກໃນ 4 ຂົງເຂດຫລັກ ຄື: ການຍົກລະດັບການເຂົ້າເຖິງປະກັນສັງຄົມ, ການສ້າງສະຖານທີ່ເຮັດວຽກທີ່ປອດໄພ ແລະ ຖືກສຸຂະລັກສະນະ, ການສົ່ງເສີມການເປັນຕົວແທນຮ່ວມກັນເພື່ອປຶກສາຫາລືທາງສັງຄົມ, ແລະ ການສ້າງຄວາມສະເໝີພາບລະຫວ່າງຍິງ-ຊາຍ. ສິ່ງເຫລົ່ານີ້ຈະເປັນການສ້າງອຳນາດໃນການຕໍ່ລອງ ແລະ ຮັບປະກັນວ່າແຮງງານຂະໜາດນ້ອຍຈະບໍ່ຖືກປະຖິ້ມໄວ້ເບື້ອງຫລັງ ໃນລະບົບຕ່ອງໂສ້ການຜະລິດທຸລະກິດ.

ທ່ານ ນາງ ແກ້ວ ຈັນທະວິໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເນັ້ນຢໍ້າໃນພິທີວ່າ ສິດທິແຮງງານ ແລະ ການປົກປ້ອງທາງສັງຄົມ ແມ່ນຮາກຖານສຳຄັນຂອງການພັດທະນາແບບຍືນຍົງ ເຊິ່ງໂຄງການນີ້ຈະຊ່ວຍຂະຫຍາຍການບໍລິການໄປເຖິງຜູ້ອອກແຮງງານໃນລະບົບຕ່ອງໂສ້ມູນຄ່າກະສິກຳ ແລະ ປ່າໄມ້ໄດ້ຢ່າງທົ່ວເຖິງ. 

ພ້ອມດຽວກັນນີ້, ທ່ານ ມາກ ກາລາເຮີ ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳລາວ ໄດ້ຊີ້ໃຫ້ເຫັນວ່າ ໂຄງການ SOLAR II ແມ່ນສ່ວນໜຶ່ງຂອງແຜນງານ TICAF ແລະ ຍຸດທະສາດ Global Gateway ຂອງອີຢູ ທີ່ຈະມາຊ່ວຍເສີມສ້າງລະບົບຕ່ອງໂສ້ການລົງທຶນ ຜ່ານການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄວາມປອດໄພ ແລະ ກຽມພ້ອມຮັບມືກັບສິ່ງທ້າທາຍຕ່າງໆໄດ້ດີຂຶ້ນ. 

ເຊິ່ງໃນມຸມມອງດ້ານເສດຖະກິດ, ການຍົກລະດັບມາດຕະຖານແຮງງານນີ້ ຍັງເປັນໃບເບີກທາງສຳຄັນ ທີ່ຈະເຮັດໃຫ້ສິນຄ້າກະສິກຳຂອງລາວ ຕອບໂຈດກົດລະບຽບການຄ້າໃໝ່ໆ ແລະ ໄດ້ຮັບການຍອມຮັບໃນຕະຫລາດໂລກຢ່າງຍືນຍົງ.

ຂະນະດຽວກັນ, ທ່ານ ລາສ ໂຢຮັນເຊນ ຮອງຜູ້ອຳນວຍການອົງການແຮງງານສາກົນ ປະຈຳລາວ ໄດ້ກ່າວເສີມເຖິງຄວາມສຳຄັນຂອງການຖອດຖອນບົດຮຽນຈາກໄລຍະທີ I ມາໝູນໃຊ້ໃນປັດຈຸບັນ ໂດຍສະເພາະການເຮັດວຽກຕິດແທດກັບສະຖາບັນຂັ້ນທ້ອງຖິ່ນ ເພື່ອປັບປຸງການເຂົ້າເຖິງຂໍ້ມູນຂ່າວສານ ແລະ ການບໍລິການ ໃຫ້ແຮງງານໄດ້ຮັບຜົນປະໂຫຍດຈາກສິດທິຂອງຕົນເອງຢ່າງເຕັມເມັດເຕັມໜ່ວຍ. 

ນອກຈາກການປະກາດເປີດຕົວແລ້ວ, ພາຍໃນງານຍັງໄດ້ມີການຈັດກອງປະຊຸມຄະນະກຳມະການຊີ້ນຳໂຄງການ ແລະ ກອງປະຊຸມວິຊາການ ເພື່ອຮ່ວມກັນວິເຄາະສິ່ງທ້າທາຍຕົວຈິງໃນພື້ນທີ່ ແລະ ກຳນົດແຜນຍຸດທະສາດການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ບັນລຸໝາກຜົນສູງສຸດ.

#LaoX #SOLARII #ສິດທິແຮງງານ #ສະຫວັດດີການສັງຄົມ #ກະສິກຳຍືນຍົງລາວ #EULaos #ILOLaos #OxfamLaos

Comments are disabled