ອິນໂດເນເຊຍ ໃຫ້ຄວາມຊ່ວຍເຫຼືອ ສປປ ລາວ ດ້ານເສດຖະກິດ-ການຄ້າ

ໃຫ້ຄວາມຊ່ວຍເຫຼືອ ສປປ ລາວ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ປະຈຳ ສປປ ລາວ

ໃນຕອນເຊົ້າຂອງວັນທີ 16 ມັງກອນ 2023, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງ ທ່ານ ດຣ. Pratito Soeharyo, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ປະຈຳ ສປປ ລາວ ໃນໂອກາດທີ່ສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ການທູດຂອງ ທ່ານເອກອັກຄະລັດຖະທູດ, ຕະຫຼອດໄລຍະ 4 ປີກວ່າຜ່ານມາ, ນັບຕັ້ງແຕ່ເດືອນພຶດສະພາ 2018 ທີ່ໄດ້ມີການເຄື່ອນໄຫວຢ່າງຫ້າວຫັນ ໃນການສະໜັບສະໜູນ ແລະ ປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ. ອິນໂດເນເຊຍ, ໂດຍສະເພາະ ການສະເຫຼີມສະຫຼອງ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ. ອິນໂດເນເຊຍ ໃນປີ 2022 ຜ່ານມາ. ໃນນາມເປັນປະເທດປະສານງານ ແລະ ທູດອາວຸໂສ, ທ່ານເອກອັກຄະລັດຖະທູດ ກໍໄດ້ນໍາພາບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ເດີນທາງໄປຢ້ຽມຢາມ ແຂວງຜົ້ງສາລີ ແລະ ແຂວງອຸດົມໄຊ ດ້ວຍຜົນສໍາເລັດອັນງົດງາມ.

ໃຫ້ຄວາມຊ່ວຍເຫຼືອ ສປປ ລາວ

ພ້ອມນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ຜ່ານທ່ານເອກອັກຄະລັດຖະທູດ ໄປຍັງລັດຖະບານ ແລະ ປະຊາຊົນອິນໂດເນເຊຍ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ ສປປ ລາວ ຕະຫຼອດມາ, ເປັນຕົ້ນ ການພັດທະນາຊັບພະຍາກອນມະນຸດ, ເສດຖະກິດ-ການຄ້າ, ການລົງທຶນ ແລະ ອື່ນໆ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ພ້ອມດຽວກັນນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະ ສະແດງຄວາມຍິນດີຕ້ອນຮັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ ທີ່ຈະເດີນທາງມາເຂົ້າຮ່ວມກອງປະຊຸມຄະນະກໍາມະທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ອິນໂດເນເຊຍ ຄັ້ງທີ 2, ຢູ່ ສປປ ລາວ ໃນໄວໆນີ້, ພ້ອມທັງອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ຈົ່ງເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດ ໃນໜ້າທີ່ວຽກງານໃໝ່ ທີ່ທ່ານທູດຈະໄດ້ຮັບຜິດຊອບໃນອະນາຄົດອັນໃກ້ນີ້, ໂດຍສະເພາະໃນການເປັນປະທານອາຊຽນ ຂອງ ອິນໂດເນເຊຍ ໃນປີ 2023 ນີ້.

ໃຫ້ຄວາມຊ່ວຍເຫຼືອ ສປປ ລາວ

ສອງຝ່າຍເຫັນວ່າ, ທ່າແຮງບົ່ມຊ້ອນຂອງການພົວພັນຮ່ວມມືໃນດ້ານຕ່າງໆ ລະຫວ່າງ ສປປ ລາວ ແລະ ອິນໂດເນເຊຍ ແມ່ນມີຫຼາຍ, ສອງຝ່າຍຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືໃນດ້ານຕ່າງໆ ໃຫ້ນັບມື້ນັບເກີດດອກອອກຜົນ, ໂດຍສະເພາະການສືບຕໍ່ເຮັດໃຫ້ມູນຄ່າການຄ້າ ລະຫວ່າງສອງຝ່າຍ ເພີ່ມຂຶ້ນຕື່ມໃນອະນາຄົດ.

ໃນໂອກາດດຽວກັນນີ້, ທ່ານ ເອກອັກຄະລັດຖະທູດ ອິນໂດເນເຊຍ ໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານລາວ ໂດຍສະເພາະກະຊວງການຕ່າງປະເທດ ທີ່ໄດ້ເອົາໃຈໃສ່ ແລະ ໃຫ້ການຮ່ວມມືຊ່ວຍເຫຼືອໃນການປະຕິບັດໜ້າທີ່ການທູດຂອງຕົນ ຕະຫຼອດໄລຍະເວລາ 4 ປີ ກວ່າຜ່ານມາ ແລະ ຈະສືບຕໍ່ປະກອບສ່ວນເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ອິນໂດເນເຊຍ ແລະ ສປປ ລາວ ຕໍ່ໄປ, ທັງຫວັງວ່າ ລັດຖະບານລາວ ຈະສືບຕໍ່ໃຫ້ການຮ່ວມມືຕໍ່ທ່ານທູດຜູ້ທີ່ຈະມາຮັບໜ້າທີ່ຕໍ່ໄປ ເພື່ອພ້ອມກັນສືບຕໍ່ພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສອງປະເທດ ໃຫ້ສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນ.

ໃຫ້ຄວາມຊ່ວຍເຫຼືອ ສປປ ລາວ

ຂອບໃຈຂໍ້ມູນຈາກ:

https://bit.ly/3H9A0xO

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/