ກອງທັບຈີນຈັດການຊ້ອມຮົບ ປ້ອງກັນທາງນ້ຳ, ທາງອາກາດ ແລະ ໃຕ້ນ້ຳ ເພື່ອກຽມພ້ອມສຳລັບການປະເຊີນໜ້າໃນພື້ນທີ່ບໍລິເວນທະເລຈີນໃຕ້

ກອງທັບຈີນ

ເມື່ອວັນທີ 16 ມັງກອນ 2023 ສື່ຂອງຈີນໄດ້ລາຍງານວ່າ ທາງກອງທັບຈີນໄດ້ດຳເນີນການເຝິກຊ້ອມຮົບ ເພື່ອກຽມພ້ອມສຳລັບການປະເຊີນໜ້າໃນພື້ນທີ່ບໍລິເວນທະເລຈີນໃຕ້ທີ່ທາງການຈີນອ້າງກຳມະສິດເໜືອນ່ານນ້ຳດັ່ງກ່າວ. ໃນຂະນະທີ່ກຸ່ມເຮືອບັນທຸກເຮືອບິນຂອງສະຫະລັດກໍໄດ້ເລີ່ມປະຕິບັດການທາງທະເລໃນບໍລິເວນນ່ານນ້ຳນີ້ຕັ້ງແຕ່ວັນສຸກທີ່ຜ່ານມາ.

ກອງທັບຈີນ

ແຫຼ່ງຂໍ້ມູນຈາກເວັບໄຊ Global Times ໄດ້ຮັບການສະໜັບສະໜູນຈາກພັກຄອມມູນິດຈີນ ໄດ້ລາຍງານໂດຍອ້າງຄຳຖະແຫຼງຂອງກອງທັບປົດປ່ອຍປະຊາຊົນ (PLA) ວ່າກຸ່ມເຮືອບັນທຸກເຮືອບິນຊານຕົງຂອງກອງທັບຈີນໄດ້ດຳເນີນກາຊ້ອມຮົບໃນພື້ນທີ່ບໍລິເວນຈີນໃຕ້ ເພື່ອກຽມປະເຊີນໜ້າໂດຍເນັ້ນການສູ້ຮົບສະເໝືອນຈິງ ເຊິ່ງປະກອບໄປດ້ວຍການເຝິກຊ້ອມສະກັດກັ້ນ, ການເຝິກໂຈມຕີ ພ້ອມກັບການປ້ອງກັນເທິງໜ້ານ້ຳ, ໃນອາກາດ ແລະ ໃຕ້ນ້ຳອີກພ້ອມ.

ດ້ານກອງທັບສະຫະລັດອາເມຣິກາ ໄດ້ອອກມາຊີ້ແຈງວ່າ ກຸ່ມເຮືອບັນທຸກເຮືອບິນໂຈມຕີ Nimitz ຂອງພວກເຂົາກຳລັງດຳເນີນການເຝິກຊ້ອມໃນທະເລຈີນໃຕ້ ເຊິ່ງເປັນສ່ວນໜຶ່ງຂອງປະຕິບັດການທາງທະຫານຕາມປົກກະຕິໃນບໍລິເວນພາກພື້ນອິນໂດ-ປາຊີຟິກ.

ກອງທັບຈີນ

ໃນສ່ວນຂອງຜູ້ຊ່ຽວຊານດ້ານການປ້ອງກັນປະເທດຂອງຈີນກ່າວວ່າກິດຈະກຳຕ່າງໆ ຂອງກຸ່ມເຮືອບິນໂຈມຕີຂອງສະຫະລັດໃນບໍລິເວນຈີນໃຕ້ ບໍ່ໄດ້ມີຄວາມສຳຄັນທາງດ້ານການທະຫານຫຼາຍຂະໜາດນັ້ນ ພ້ອມຍັງຈະຍິ່ງຍົກລະດັບຄວາມເຄັ່ງຕຶງໃນພາກພື້ນນີ້ໃຫ້ຫຼາຍຍິ່ງຂຶ້ນ.

ທັງນີ້ເມື່ອເດືອນທັນວາ 2022 ທີ່ຜ່ານມາ ກອງທັບສະຫະລັດອາເມຣິກາລະບຸວ່າ ເຮືອບິນຂັບໄລ່ J-11 ຂອງຈີນໄດ້ສະກັດກັ້ນເຮືອບິນກວດກາລຳໜຶ່ງບໍລິເວນເໜືອທະເລຈິນໃຕ້ ໂດຍບິນຫ່າງຈາກເຮືອບິນ RC-135 ໃນໄລຍະພຽງ 6 ແມັດເທົ່ານັ້ນ ແລະໄດ້ເຮັດການບິນທີ່ບໍ່ເປັນມິດ, ລະເມີດຄວາມປອດໄພ ແຕ່ທາງດ້ານກະຊວງປ້ອງກັນປະເທດຂອງຈີນກໍໄດ້ອອກມາປະຕິເສດຄຳກ່າວອ້າງດັ່ງກ່າວ ວ່າເປັນການໃສ່ຮ້າຍ ແລະ ກ່າວຫາເກີນຈິງ ພ້ອມລະບຸວ່່າຄວາມຈິງແລ້ວນັກບິນອາເມຣິກາກໍຕ້ອງມີສ່ວນຮັບຜິດຊອບຕໍ່ສິ່ງທີ່ເກີດຂຶ້ນຫຼັງຈາກເຮັດການບິນໃນລັກສະນະທີ່ເປັນອັນຕະລາຍ.

ກອງທັບຈີນ

ນອກຈາກນີ້ເມື່ອເດືອນພະຈິກ 2023 ທີ່ຜ່ານມາ ທາງກອງທັບຈີນຍັງເຜີຍອີກວ່າ ຕົນໄດ້ຂັບໄລ່ເຮືອນາວິກະໂຍທິນລຳໜຶ່ງຂອງສະຫະລັດທີ່ໄດ້ບຸກຢ່າງຜິດກົດໝາຍເຂົ້າໄປໃນບໍລິເວນນ່ານນ້ຳໃກ້ໝູ່ເກາະໃນພື້ນທີ່ບໍລິເວນທະເລຈີນໃຕ້ອີກດ້ວຍ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/