ອິນເດຍຂະຫຍາຍເວລາຈໍາກັດການສົ່ງອອກນໍ້າຕານ ກັງວົນຕົ້ນທຶນອາຫານຂອງໂລກເພີ່ມຂຶ້ນ


ສໍານັກຂ່າວ Bloomberg ລາຍງານວ່າ ອິນເດຍ ປະເທດທີ່ຜະລິດນໍ້າຕານລາຍໃຫຍ່ອັນດັບ 2ຂອງໂລກ ຂະຫຍາຍເວລາຈໍາກັດການສົ່ງອອກນໍ້າຕານໂລກ ແລະ ຕົ້ນທຶນອຸດສາຫະກໍາອາຫານສູງຂື້ນ.

ອະທິການບໍດີກົມການຄ້າຕ່າງປະເທດຂອງອິນເດຍ ເຜີຍວ່າ ລັດຖະບານກຽມຂະຫຍາຍຈໍາກັດການສົ່ງອອກນໍ້າຕານໄປຕ່າງປະເທດ ຫຼັງຈາກ ວັນທີ 31 ຕຸລາ 2023 ໄປຕື່ມ.

ລາຄານໍ້າຕານຊາຍໃນຕະຫຼາດໂລກສູງຂຶ້ນເກືອບຮອດລະດັບສູງສຸດ ນັບຕັ້ງແຕ່ປີ 2011 ເນື່ອງຈາກມີຄວາມກັງວົນກ່ຽວກັບຄວາມຂາດແຄນຊັບພາຍນໍ້າຕານຈາກອິນເດຍ ແລະ ປະເທດໄທ ຂະນະທີ່ການຈໍາກັດການສົ່ງອອກນໍ້າຕານອາດຈະຊະລໍລາຄານໍ້າຕານໃນປະເທດແຕ່ເຮັດໃຫ້ພາກການຜະລິດທົ່ວໂລກ ຕັ້ງແຕ່ສິນຄ້ານໍ້າອັດລົມໄປຈົນຮອດຊັອກໂກເເລັດ ແລະ ເຂົ້າໜົມອົບຕ້ອງສັ່ນສະເທືອນ.

ອິນເດຍ ໄດ້ເປີດລະບົບໂຄຕ້າສົ່ງອອກນໍ້າຕານໃນປີ 2022-2023 ແລະ ຈໍາກັດການສົ່ງອອກນໍ້າຕານເຫຼືອປະມານ 6 ລ້ານໂຕນ ຫຼັງປາຍຝົນທີ່ມີຜົນຜະລິດຫຼຸດລົງ ເມື່ອທຽບກັບໄລຍະທີ່ຍັງບໍ່ຈໍາກັດການສົ່ງອອກທີ່ລະດັບ 11 ລ້ານໂຕນ ໃນປີກ່ອນໜ້າ. ແຕ່ຍັງບໍ່ຊັດເຈນກ່ຽວກັບຂະໜາດໂຄຕ້າການສົ່ງອອກນໍ້າຕານໄປຕ່າງປະເທດ ທີ່ຈັດສັນໃຫ້ກັບໂຮງສີ ສໍາລັບປີ 2023-2024.

ປະລິມານຝົນໃນອິນເດຍປີນີ້ ໜ້ອຍເປັນປະຫວັດການໃນຮອບ 5 ປີ ແລະ ຜົນຜະລິດທາງການກະເສດທີ່ຫຼຸດລົງ ເຊິ່ງອາດສ້າງຄວາມກົດດັນຕໍ່ລັດຖະບານອິນເດຍໃນການຄວບຄຸມລາຄາອາຫານ.

ຢ່າງໃດກໍຕາມ ຖະແຫຼງການຂອງລັດຖະບານອິນເດຍ ລະບຸວ່າ: ການຈໍາກັດການສົ່ງອອກນໍ້າຕານບໍ່ໄດ້ຈໍາກັດປະລິມານນໍ້າຕານທີ່ສົ່ງອອກໄປສະຫະພາບຢູໂຣບ (ອີຢູ) ແລະ ສະຫະລັດ ອາເມຣິກາ ພາຍໃຕ້ເງືອນໄຂລະບົບໂຄຕ້າ.

 ໂດຍລາຄານໍ້າຕານໃນອິນເດຍສູງຂຶ້ນ 3% ຕະຫຼອດປີນີ້ ເນື່ອງຈາກລັດຖະບານເຂົ້າມາຄວບຄຸມຕົ້ນທຶນທາງອ້ອມ ດ້ວຍການຄວບຄຸມປະລິມານນໍ້າຕານທີ່ໂຮງສີສາມາດຈໍາໜ່າຍໄດ້ໃນແຕ່ລະເດືອນ.
https://www.bloomberg.com/news/articles/2023-10-18/india-s-extension-of-sugar-export-curbs-set-to-tighten-supply?srnd=premium-asia&leadSource=uverify%20wall

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/