ສານສູງສຸດອິນເດຍ ປະຕິເສດການຮັບຮອງ “ການສົມຣົດເພດດຽວກັນ” ອ້າງບໍ່ມີອຳນາດ


ວັນທີ 18 ຕຸລາ 2023 ສຳນັກຂ່າວ AFP ໄດ້ລາຍງານວ່າ ນະຄອນນິວເດລີ ປະເທດອິນເດຍ ລັດຖະບານນິວເດລີຂອງນາຍົກລັດຖະມົນຕີ Narendra Damodardas Modi ຜູ້ນຳອິນເດຍ ໄດ້ອອກມາຄັດຄ້ານການເຄື່ອນໄຫວຂອງການປະມວນກົດໝາຍຄວາມສຳພັນລະຫວ່າງເພດດຽວກັນ.

ຄະນະສານອິນເດຍທີ່ມີຈຳນວນ 5 ຄົນ ໄດ້ມີມະຕິຄືກັນວ່າ ຍົກຄຳຮ້ອງເລື່ອງການສົມຣົດເພດດຽວກັນຢ່າງຖືກຕ້ອງຕາມກົດໝາຍ ແລະ ໃຫ້ລັດຖະສະພາເປັນຜູ້ຫາລືໃນເລື່ອງດັ່ງກ່າວ ໂດຍຄຳຕັດສິນເກີດຂຶ້ນຫຼັງສານໃຊ້ເວລາໃນເດືອນເມສາ ເຖິງ ເດືອນພຶດສະພາ.

ເຖິງແມ່ນວ່າທະນາຍຄວາມຂອງຄູ່ຮັກເພດດຽວກັນຫຼາຍຄູ່ຈະຮຽກຮ້ອງໃຫ້ສານຮັບຮອງຢ່າງຖືກຕ້ອງຕາມກົດໝາຍ ເມື່ອຕົ້ນປີທີ່ຜ່ານມາ ແຕ່ຜູ້ພິພາກສາທັງ 5 ຄົນກັບຕັດສິນວ່າ ການຂະຫຍາຍຄວາມສະເໝີພາກໃນການສົມຣົດນັ້ນຢູ່ພາຍໃຕ້ຂອງເຂດການຕັດສິນໃຈຂອງລັດຖະສະພາ ແລະ ສະພານິຕິບັນຍັດຂອງປະເທດ.

ຢ່າງໃດກໍຕາມ ຄຳພິພາກສາດັ່ງກ່າວເຮັດໃຫ້ມີຜູ້ມາລວມຕົວນອກສານ ພ້ອມຮູ້ສຶກເສຍໃຈ ແລະ ຜິດຫວັງ ເພາະພວກເຂົາຕ່າງກໍຄາດຫວັງວ່າປະເທດອິນເດຍຈະກາຍເປັນປະເທດທີ 2 ຂອງອາຊີ ທີ່ຮັບຮອງເອົາການສົມຣົດເພດດຽວກັນໃຫ້ຖືກຕ້ອງຕາມກົດໝາຍ ຕໍ່ຈາກປະເທດໄຕ້ຫວັນ.

ພ້ອມນັ້ນຍັງມີບາງຄົນທີ່ຮູ້ສຶກທໍ້ແທ້ ແລະ ເບິ່ງວ່າຕາບໃດທີ່ພັກພາຣະຕິຍະ ຊະນະຕະ (BJP) ຍັງຢູ່ໃນອຳນາດ ການຮັບຮອງເພດດຽວກັນຈະບໍ່ເກີດຂຶ້ນຢ່າງເປັນທາງການ ໂດຍກະແສການຍອມຮັບຄູ່ຮັກເພດດຽວກັນໃນປະເທດອິນເດຍ ເກີດຂຶ້ນຫຼັງສານສູງສຸດດຳເນີນການຕັດສິນຄັ້ງສຳຄັນໃນປີ 2018.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/