ອາມິດ ແກ້ວມະນີ ອາຍຸ 19 ປີ ຖິ່ນຖານເປັນຄົນແຂວງຫຼວງພະບາງ ເປັນອີກໄວໜຸ່ມລາວທີ່ມີຄວາມສາມາດໃນການ Rap ທີ່ດຸເດືອດ ມີສຽງຮ້ອງທີ່ເປັນເອກະລັກ. ຫຼ້າສຸດ ກໍໄດ້ຖືກເລືອກເປັນໜຶ່ງໃນນັກສະແດງ ເລື່ອງ “SAMSARA” ໃນເທສະການຮູບເງົາສາກົນເບີລິນ ທີ່ປະເທດເຢຍລະມັນ ເຊິ່ງເປັນເທສະການຮູບເງົາທີ່ເກົ່າແກ່ ແລະ ມີຊື່ສຽງອີກງານໜຶ່ງຂອງໂລກ.
ຈຸດເລີ່ມຕົ້ນໃນການເປັນນັກສະແດງ ເທສະການຮູບເງົາເບີລິນ ແມ່ນຜູ້ກຳກັບກຳລັງຊອກຫານັກສະແດງ ແລະ ກໍໄດ້ຕິດຕໍ່ຫາຮຸ່ນອ້າຍ ທີ່ນ້ອງອາມິດຮູ້ຈັກ. ຈາກນັ້ນ ກໍມີໂອກາດໄດ້ໄປຄັດເລືອກ ພ້ອມທັງມີໝູ່ທີ່ໄປນຳກັນ, ເຊິ່ງໃນການຄັດເລືອກແມ່ນມີຫຼາກຫຼາຍຄົນ ບໍ່ແມ່ນພຽງແຕ່ນ້ອງອາມິດກັບໝູ່ ແຕ່ກໍໂຊກດີທີ່ໄດ້ເປັນໜຶ່ງໃນຜູ້ທີ່ຖືກເລືອກ ແລະ ພິເສດສຸດ ເລື່ອງນີ້ເປັນເລື່ອງທຳອິດທີ່ນ້ອງໄດ້ເປັນນັກສະແດງແບບເຕັມຕົວ.

ຄວາມຮູ້ສຶກຂອງອາມິດທີ່ໄດ້ສະແດງເລື່ອງນີ້ ນ້ອງໄດ້ກ່່າວວ່າ “ມີຄວາມຮູ້ສຶກດີໃຈຫຼາຍ ບໍ່ຄິດວ່າຕົນເອງຈະຖືກຄັດເລືອກຜ່ານເລີຍ ເພາະມີຄົນໄປຄັດເລືອກຫຼາຍ”. ຖືໄດ້ວ່າເປັນໂອກາດທີ່ດີສໍາລັບໄວໜຸ່ມລາວທີ່ຖືກເລືອກ ເປັນສ່ວນໜຶ່ງຂອງຮູບທີ່ໄດ້ສາຍໃນງານເທສະການທີ່ມີຊື່ສຽງລະດັບໂລກ ແລະ ນ້ອງອາມິດກໍເປັນໜຶ່ງໃນນັ້ນ. ນອກຈາກນີ້ ແມ່ນໄດ້ສະແດງເປັນຕົວຫຼັກຄູ່ກັບຈົວອີກດ້ວຍ ເຊິ່ງເປັນບົດທີ່ຖ່າຍທອດເຖິງສາສະໜາ 2 ສາສະໜາວ່າມີຄວາມແຕກຕ່າງກັນແນວໃດ.

ນອກຈາກສະແດງເລື່ອງນີ້ແລ້ວ ກໍຍັງມີເພງແນວ Hiphop (Rap) ທີ່ປ່ອຍລົງຊ່ອງ YouTube: LITBOII Official ເປັນຊ່ອງກຸ່ມຂອງນ້ອງເອງ, ຫຼ້າສຸດ ກໍໄດ້ໄປຂື້ນຍູ່ເວທີ່ VVF 2022. ຕໍ່ໄປພາຍພາກໜ້າ ນ້ອງອາມິດຍັງຈະຜະລິດຜົນງານເພງອອກມາເລື້ອຍໆ ແນວໃດກໍຝາກຕິດຕາມນ້ອງ ແລະ ກຸ່ມໝູ່ເພື່ອນຂອງນ້ອງໄດ້ ທາງຊ່ອງ YouTube.

ຂອບໃຈບົດສຳພາດຈາກ: ອາມິດ ແກ້ວມະນີ
ສາມາດຕິດຕາມຜົນງານນ້ອງໄດ້ທີ່:
ສາມາດຮັບຊົມຕົວຢ່າງໄດ້ທີ່: https://bit.ly/411DZV8
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/